ກະຊວງ ອຄ ຈັດພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ

0
173

ໃນວັນທີ 26 ມີນາ 2025 , ອົງຄະນະພັກ ກະຊວງອຸດສາຫະກໍາ ແລະ ການຄ້າ(ອຄ) ໄດ້ຈັດພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ (22/3/1955 – 22/3/2025) ໃຫ້ສະມາຊິກພັກ ຜູ້ທີ່ຍັງປະຈໍາການ ແລະ ສະມາຊິກພັກອາວຸໂສບໍານານ ກະຊວງ ອຄ ໂດຍໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ມະໄລທອງ ກົມມະສິດ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ກະຊວງ ອຄ, ມີບັນດາສະຫາຍ ຄະນະ ພັກ, ບັນດາສະຫາຍ ທີ່ໄດ້ຮັບການປະດັບຫຼຽນ, ບັນດາສະຫາຍຄະນະໜ່ວຍພັກຮາກຖານ ພ້ອມດ້ວຍສະມາຊິກພັກ-ພະນັກງານ ທີ່ຂຶ້ນກັບອົງຄະນະພັກ ກະຊວງ ອຄ ເຂົ້າຮ່ວມ.

ໃນໂອກາດນີ້, ສະຫາຍນາງ ກິ່ງສະດອນ ເພັດດາວເຮືອງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ອຄ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 425/ຄລສພ ລົງວັນທີ 14 ມີນາ 2025 ວ່າດ້ວຍການປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ໃຫ້ສະມາຊິກພັກ ກະຊວງ ອຄ ທັງໝົດຈຳນວນ 32 ສະຫາຍ, ຍິງ 4 ສະຫາຍ ຊຶ່ງໃຫ້ກຽດປະດັບຫຼຽນໂດຍ ສະຫາຍເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ກະຊວງ ອຄ.

ໃນໂອກາດດຽວກັນ, ສະຫາຍ ມະໄລທອງ ກົມມະສິດ ກໍໄດ້ໃຫ້ກຽດມີຄໍາເຫັນກ່າວຕໍ່ພິທີບາງຕອນວ່າ: ຫຼຽນກາ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ເປັນຫຼຽນກາກຽດຕິຄຸນອັນສູງສົ່ງຂອງພັກປະຊາຊົນ ປະຕິວັດລາວ ທີ່ໄດ້ມອບໃຫ້ແກ່ບັນດາສະຫາຍສະມາຊິກພັກ ທີ່ຍັງປະຈໍາການ ແລະ ສະມາຊິກພັກອາວຸໂສບໍານານ ຜູ້ທີ່ມີຜົນງານອັນໃຫຍ່ຫຼວງ, ໄດ້ປະກອບສ່ວນອຸທິດເລືອດເນື້ອເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນພາລະກິດຂອງພັກ, ການປະຕິວັດ ແລະ ປະເທດຊາດ ໃນສະໄໝຕໍ່ສູ້ກູ້ຊາດ ຕ້ານຈັກກະພັດລ່າເມືອງຂຶ້ນຜູ້ຮຸກຮານ ເພື່ອປົດປ່ອຍປະເທດຊາດ, ກອບກູ້ເອົາຄວາມເປັນເອກະລາດ ແລະ ອິດສະຫຼະພາບ ມາໃຫ້ປະຊາຊົນລາວບັນດາເຜົ່າ ລວມທັງໄດ້ສືບຕໍ່ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເປັນແບບຢ່າງອັນປະເສີດແກ່ຮຸ່ນສືບທອດ;

ການປະດັບຫຼຽນກາລະນຶກ 70 ປີ ຄັ້ງນີ້ ເປັນການສະແດງໃຫ້ເຫັນເຖິງຄວາມຮູ້ບຸນຄຸນຢ່າງສຸດຊຶ້ງ, ເປັນການຈາລຶກ ແລະ ຈົດຈໍາຜົນງານອັນໃຫຍ່ຫຼວງ ຂອງບັນດາສະຫາຍ ເປັນການຍ້ອງຍໍສັນລະເສີນ, ເປັນຄວາມທະນົງໃຈຂອງພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ

ທີ່ມີຕໍ່ບັນດາສະຫາຍ. ພວກເຮົາ ຜູ້ທີ່ເປັນຮຸ່ນສືບທອດ ຈະສືບຕໍ່ຮໍ່າຮຽນເອົາແບບຢ່າງຄຸນສົມບັດ ສິນທໍາປະຕິວັດ, ຜົນງານ ແລະ ວິລະກໍາ ອັນໂດດເດັ່ນ, ນໍ້າໃຈຮັກຊາດອັນດູດດື່ມ, ຄວາມກ້າແກ່ນເດັດດ່ຽວໜຽວແໜ້ນ, ບໍ່ຍອມຈໍານົນ, ຄວາມຊື່ສັດບໍລິສຸດຈົງຮັກພັກດີ, ຈະສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ, ຢຶດໝັ້ນໃນອຸດົມການ, ສ້າງຄວາມສາມັກ ຄີອັນເປັນປຶກແຜ່ນຢູ່ພາຍໃນພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ສືບຕໍ່ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ໃຫ້ບັນລຸຕາມຈຸດໝາຍທີ່ພັກເຮົາໄດ້ກໍານົດໄວ້.

LEAVE A REPLY

Please enter your comment!
Please enter your name here