ສະຖານຖະທູດລາວ ທີ່ນະຄອນຫຼວງວໍຊິງຕັນ ແຈ້ງການເຖິງພົນລະເມືອງລາວ ຢູ່ ສ.ອາເມລິກາ

0
1279

ອີງໃສ່ແຈ້ງການຂອງສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳສະຫະລັດອາເມລິກາ ສະບັບວັນທີ 25 ມີນາ 2025 ນີ້ໄດ້ລະບຸວ່າ: ໃນຫຼາຍປີຜ່ານມາ, ພົນລະເມືອງລາວ ໄດ້ເດີນທາງເຂົ້າມາທ່ອງທ່ຽວ, ຢ້ຽມຢາມ ແລະ ສຶກສາຮ່ໍາຮຽນຢູ່ ສ.ອາເມລິກາ ເປັນ ຈໍານວນເພີ່ມຂຶ້ນໃນແຕ່ລະປີ ໂດຍໄດ້ຮັບວິຊາປະເພດຕ່າງໆອີງຕາມລະບຽບການຂອງລັດຖະບານ ສ.ອາເມລິກາ; ພາຍຫຼັງການ ຢ້ຽມຢາມ ຫຼື ສໍາເລັດພາລະກິດແລ້ວ, ພົນລະເມືອງລາວສ່ວນໃຫຍ່ ແມ່ນໄດ້ເດີນທາງກັບຄືນປະເທດ ແຕ່ກໍ່ມີຈໍານວນບໍ່ຫນ້ອຍຍັງ ສືບຕໍ່ດໍາລົງຊີວິດ ຢູ່ ສ.ອາເມລິກາ ແລະບໍ່ກັບຄືນປະເທດຍ້ອນສະພາບໃນຕົວ ແລະ ນອກຕົວ.

ອີງໃສ່ມູນເຊື້ອອັນດີໃນການພົວພັນຮ່ວມມືສອງຝ່າຍລາວ-ອາເມລິກາໃນໄລຍະຜ່ານມາ, ລັດຖະບານ ສ. ອາເມລິກາ ກໍ່ໄດ້ເຫັນໃຈ ແລະ ຜ່ອນຜັນໃຫ້ແກ່ພົນລະເມືອງລາວທີ່ຍັງຕົກຄ້າງຢູ່ ອາເມລິກາໄດ້ຢູ່ນໍາຍາດຕິພີ່ນ້ອງ. ນັບແຕ່ຕົ້ນປີ 2025 ເປັນຕົ້ນມາ, ລັດຖະບານໃຫມ່ ຂອງ ສ.ອາເມລິກາ ໄດ້ຖືສໍາຄັນການດໍາເນີນນະໂຍບາຍເນລະເທດຜູ້ຢູ່ອາໄສແບບຜິດກົດຫມາຍອອກນອກປະເທດ, ເຮັດໃຫ້ສະພາບການ ພາຍໃນອາເມລິກາ ມີການປ່ຽນແປງຢ່າງໄວວາ ເພາະພາກສ່ວນກ່ຽວຂ້ອງຂອງອາເມລິກາ ໄດ້ດໍາເນີນມາດຕະການຕ່າງໆ ເປັນຕົ້ນ ການຈັບ ກຸມ ແລະ ສົ່ງຕົວຄົນຕ່າງປະເທດທີ່ອາໄສຢູ່ແບບບໍ່ຖືກຕ້ອງ ອອກນອກປະເທດ ຕາມການອອກຂ່າວທາງສື່ມວນຊົນຕ່າງໆ.

May be an image of text
ສະນັ້ນ, ເພື່ອຄວາມປອດໄພຂອງພົນລະເມືອງລາວ, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ນະຄອນຫຼວງວໍຊິງຕັນ ດີ.ຊີ ຈຶ່ງຮຽກຮ້ອງໃຫ້ພົນລະເມືອງລາວ ທີ່ອາໄສຢູ່ ສ. ອາເມລິກາ ແບບບໍ່ຖືກຕ້ອງຕາມລະບຽບ ແລະ ກົດຫມາຍ ໃຫ້ພ້ອມກັນທົບທວນ ແລະ ພິຈາລະນາເດີນທາງກັບຄືນປະເທດແບບສະຫມັກໃຈໂດຍທັນທີ ເພື່ອຫຼີກລ່ຽງການຖືກຈັບກຸມ, ຄຸມຂັງ ແລະ ຂຶ້ນບັນຊີເນລະເທດອອກນອກ ປະເທດ, ຖືກບັງຄັບສົ່ງຕົວກັບປະເທດຂອງເຈົ້າຫນ້າທີ່ທາງການຂອງ ສ.ອາເມລິກາ ທັງນີ້ເພື່ອຄວາມປອດໄພ ແລະ ໃນອະນາຄົດ ຍັງອາດຈະມີ ໂອກາດເດີນທາງມາ ສ.ອາເມລິກາ ໄດ້ອີກ ກໍຄື ເພື່ອຮັກສາໂອກາດບໍ່ໃຫ້ຖືກຕົກຢູ່ໃນບັນຊີເປັນບຸກຄົນ, ກຸ່ມຄົນທີ່ບໍ່ເພິ່ງປາຖະຫນາ ທີ່ຖືກ ບັນທຶກເຂົ້າໃນບັນຊີຫ້າມເຂົ້າປະເທດ ສ.ອາເມລິກາ ຕະຫຼອດຊິວິດ.

ສໍາລັບທ່ານໃດ ທີ່ມີຈຸດປະສົງຂໍກັບຄືນປະເທດແບບສະຫມັກໃຈ, ເຈົ້າຫນ້າທີ່ ຫຼື ການຈັດຕັ້ງຈະບໍ່ປັບໃຫມ, ໃສ່ໂທດແຕ່ປະການໃດ ເພາະຖືວ່າເປັນບຸກຄົນທີ່ໃຫ້ການຮ່ວມມືທີ່ດີ. ສະຖານເອກອັກຄະຖະທູດລາວ ກຽມພ້ອມຈະໃຫ້ຄໍາປຶກສາ ແລະ ຊ່ວຍເຫຼືອທ່ານໃນການກັບ ຄືນປະເທດ, ຊຶ່ງທ່ານສາມາດຕິດຕໍ່ປະສານຫາພະນັກງານທີ່ຮັບຜິດຊອບໄດ້ດັ່ງລຸ່ມນີ້:
wunggu: tms: 202 285-5395 a 202 328-9239, &uo: embasslao@gmail.com ດັ່ງນັ້ນ, ຈຶ່ງແຈ້ງມາຍັງພົນລະເມືອງລາວ ເພື່ອຊາບ ແລະ ພິຈາລະນາດ້ວຍ.
ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ

LEAVE A REPLY

Please enter your comment!
Please enter your name here