ຮ່ວມແຂ່ງຂັນ ເພງ, ກອນຂັບ-ລໍາ ແລະ ລະຄອນສັ້ນ ໃນຫົວຂໍ້ “ ຜົນຮ້າຍພິດໄພອັນຕະລາຍຈາກຢາເສບຕິດ ”

0
127

ກະຊວງປ້ອງກັນຄວາມສະຫງົບ ເຊີນເຂົ້າຮ່ວມການແຂ່ງຂັນ ເພງຮ້ອງ, ກອນຂັບ-ລໍາ ແລະ ລະຄອນສັ້ນ ໃນຫົວຂໍ້: “ ຜົນຮ້າຍພິດໄພອັນຕະລາຍຈາກຢາເສບຕິດ ” ຂອບເຂດທົ່ວປະເທດ ໂດຍເປີດຮັບສະໝັກແຕ່ມື້ນີ້ເປັນຕົ້ນໄປ ແລະ ປິດຮັບສະໝັກ 3 ເມສາ 2025.

ທ່ານ ນາງ ຄໍາກອງ ເພັດສົມພູ ຄະນະຮັບຜິດຊອບຈັດງານຄັ້ງນີ້ໃຫ້ຂໍ້ມູນວ່າ: ຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ໄດ້ອອກແຈ້ງການ ແລະ ເຊີນຊວນ ມາຍັງບັນດາທ່ານນັກປະພັນ, ນັກປະດິດຄິດແຕ່ງເພງ, ກອນຂັບ-ລໍາ ແລະ ລະຄອນສັ້ນ ທັງອາຊີບ, ເຄິ່ງອາຊີບ ແລະ ສະໝັກຫຼິ້ນ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມຂະບວນການແຂ່ງຂັນ ເພງຮ້ອງ, ກອນຂັບ-ລໍາ ແລະ ລະຄອນສັ້ນ ເພື່ອສ້າງຄວາມເບີກບານມ່ວນຊື່ນ ແລະ ຟົດຟື້ນ ເພື່ອຮັບໃຊ້ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຕ່ປີ 2021-2025 ພ້ອມທັງເປັນການຕ້ອນຮັບວັນສໍາຄັນຂອງພັກຂອງຊາດເປັນຕົ້ນແມ່ນວັນສ້າງຕັ້ງພັກປະຊາຊົນປະຕູວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ອື່ນໆ.

ສ່ວນກະຕິກາການແຂ່ງຂັນສໍາລັບ ບົດເພງ, ກອນຂັບ-ລໍາ ແລະ ບົດລະຄອນສັ້ນ ທີ່ທ່ານຈະສົ່ງເຂົ້າແຂ່ງຂັນຕ້ອງແມ່ນຜົນງານການປະດິດແຕ່ງຂຶ້ນໃໝ່ ທີ່ບໍ່ເຄີຍເຜີຍແຜ່ ແລະ ນໍາໃຊ້ຜ່ານການສະແດງ, ຜ່ານສື່ມວນຊົນ, ຜ່ານການຈັດພິມ ແລະ ສື່ອື່ນໆມາກ່ອນ.

ສໍາລັບ ເງິນລາງວັນແຕ່ລະປະເພດມີດັ່ງນີ້:
+ປະເພດຮ້ອງເພງ ແລະ ຂັບລໍາ:
-ຊະນະເລີດ: 20.000.000 ກີບ
-ຮອງຊະນະເລີດ: 18.000.000 ກີບ
-ອັນດັບ 3: 15.000.000 ກີບ
-ລາງວັນຊົມເຊີຍ: 1.000.000 ກີບ

+ປະເພດລະຄອນສັ້ນ:
-ຊະນະເລີດ: 30.000.000 ກີບ
-ຮອງຊະນະເລີດ: 25.000.000 ກີບ
-ອັນດັບ 3: 20.000.000 ກີບ
-ລາງວັນຊົມເຊີຍ 1.000.000 ກີບ

ສໍາລັບ ທ່ານໃດສົນໃຈສາມາດໄປສົ່ງຜົນງານຂອງທ່ານໄດ້ທີ່ ກອງເລຂາຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ( ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ, ກົມໃຫຍ່ຕໍາຫຼວດ, ກະຊວງ ປກສ ) ຫຼື ຕິດຕໍ່ຫາທ່ານ ນາງ ຄໍາກອງ ເພັດສົມພູ 020 9996 3419 ເປີດຮັບສະໝັກແຕ່ວັນທີ 20 ກຸມພາ ແລະ ປິດຮັບສະໝັກ 3 ເມສາ 2025.
ຂ່າວ: Larh Creators

LEAVE A REPLY

Please enter your comment!
Please enter your name here