ທີມຊາດລາວ ຊຸດໃຫຍ່ ລົງສະໜາມນັດທໍາອິດເສຍໃຫ້ກັບ ທີມຊາດຫວຽດນາມ 0-5 ໃນການແຂ່ງຂັນບານເຕະ ຊີງແຊ້ມອາຊີ ຮອບຄັດເລືອກ 2027 ຮອບທີ 3 ( AFC Asian Cup Saudi Arabia 2027 Qualifiers Final Round ) ເມື່ອວັນທີ 25 ມີນາ 2025 ທີ່ສະໜາມ Go Dau Stadium ແຂວງບິງເຢືອງ ປະເທດຫວຽດນາມ. ຢ່າງໃດກໍຕາມ ທີມຊາດລາວ ຍັງມີໂອກາດອີກ 5 ນັດ ( ໃນບ້ານ 3 ນັດ ).
ການແຂ່ງຂັນບານເຕະ ຊີງແຊ້ມອາຊີ ຮອບຄັດເລືອກ 2027 ການແຂ່ງຂັນ AFC Asian Cup Saudi Arabia 2027 Qualifiers Final Round ທີມຊາດລາວ ຖືກຈັດຢູ່ຮ່ວມ ກຸ່ມ F ຮ່ວມກັບ ຫວຽດນາມ, ມາເລເຊຍ ແລະ ເນປານ, ໂດຍນັດທໍາອິດ ທີມຊາດລາວ ບຸກໄປຢາມ ຫວຽດນາມ ປາກົດວ່າ: ຫວຽດນາມ ຫຼິ້ນໄດ້ເໜືອກວ່າຫຼາຍຄຸມເກມໄດ້ໝົດເຄິ່ງເວລາທໍາອິດຫວຽດນາມນໍາ 2-0 ຈາກການຍິງຂອງ Châu Ngoc Quang ນາທີໆ 11′ ແລະ Nguyen Van Vi ນາທີໆ 44′.
ສ່ວນເຄິ່ງເວລາທີ 2 ຫວຽດນາມ ຍັງຫຼິນໄດ້ໂດດເດັ່ນມາໄດ້ເພີ່ມ 3 ປະຕູຈາກການຍິງຂອງ Nguyen Van Vi ນາທີໆ 50′, Nguyen Hai Long ນາທີໆ 63′ ແລະ Nguyen Quang Hai ນາທີໆ 84’ ເຮັດໃຫ້ ຫວຽດນາມ ເອົາຊະນະໄປ 5-0, ສ່ວນອີກຄູ່ໜຶ່ງໃນກຸ່ມ F ມາເລເຊຍ ເອົາຊະນະ ເນປານ 2-0 ເຮັດໃຫ້ສະຖານະການຕອນນີ້ ຫວຽດນາມ ຢຶດທີມນໍາມີ 3 ຄະແນນເທົ່າກັບ ມາເລເຊຍ, ສ່ວນ ເນປານ ຢູ່ທີ 3 ບໍ່ມີຈັກຄະແນນເທົ່າກັບ ທີມຊາດລາວ ຢູ່ອັນດັບທ 4 ຂອງຕາຕະລາງຄະແນນລວມ.
ສໍາລັບ ຮອບນີ້ຈະແຂ່ງຂັນພົບໝົດໃນກຸ່ມ ( ໃນບ້ານ-ນອກບ້ານ ) ກໍຄືໜຶ່ງທີມໄດ້ແຂ່ງຂັນ 6 ນັດ ໂດຍ ທີມຊາດລາວ ຍັງເຫຼືອອີກ 5 ນັດຄື:
-ລາວ ພົບ ເນປານ ໃນວັນທີ 10 ມິຖຸນາ 2025 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ສປປ ລາວ
-ລາວ ພົບ ມາເລເຊຍ ໃນວັນທີ 9 ຕຸລາ 2025 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ສປປ ລາວ
-ມາເລເຊຍ ພົບ ລາວ ໃນວັນທີ 14 ຕຸລາ 2025 ທີ່ປະເທດມາເລເຊຍ
-ລາວ ພົບ ຫວຽດນາມ ໃນວັນທີ 18 ພະຈິກ 2025 ທີ່ປະເທດຫວຽດນາມ
-ເນປານ ພົບ ລາວ ໃນວັນທີ 31 ມີນາ 2026 ທີ່ປະເທດເນປານ
ຂ່າວ: Larh Creators; ຮູບຈາກ: ສຕລ