ເປີດແລ້ວ! Le trefle ແບຣນເຄື່ອງສຳອາງຜະລິດຢູ່ລາວ ໂສມໜ້າໃໝ່ໃນວົງການຄວາມງາມລາວ

0
83
ເປັນຜະລິດຕະພັນຄວາມງາມທີ່ຜະລິດຢູ່ລາວ ຕອບສະໜອງຄວາມຕ້ອງການຂອງຄົນຍຸກໃໝ່ທີ່ສະແຫວງຫາຄວາມສຸກ, ຄວາມສວຍງາມຕາມຍຸກສະໄໝ ເຊິ່ງພິທີເປີດໄດ້ມີຂຶ້ນເມື່ອວັນທີ 25 ມີນາ 2025 ທີ່ນະຄອນຫຼວງວຽງຈັນ.
ພາຍໃຕ້ບັນຍາກາດ Grand Opening ເຄື່ອງສໍາອາງແບຣນ Le trefle ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ຄຳແສນ ສີສະວົງ ຮອງປະທານສະພາການຄ້າ ແລະ ອຸດສະຫາກຳແຫ່ງຊາດລາວ ພ້ອມມີແຂກຮັບເຊີນອີກຫຼາຍທ່ານ.
ພາຍໃນງານມີກິດຈະກຳຫຼາກຫຼາຍຢ່າງ ແລະ ຍັງມີໂຊພິເສດຈາກ “ຫຼີຫຼຽວ – REERIEW” ພ້ອມດ້ວຍຊ່າງແຕ່ງຫນ້າເບີຫນຶ່ງຂອງປະເທດ “ອາເລັກ ອາລິຍາ – Alex Aliya” ກໍໄດ້ມາແນະນຳເທັກນິກການແຕ່ງໜ້າ ໃຫ້ກັບ Influencer ສາວແສນສວຍ “ປໍປຸ້ຍ – Porpouy” ໂດຍໃຊ້ຜະລິດຕະພັນຂອງ Le trefle ອີກດ້ວຍ.
ຢ່າລືມຊ່ວຍເປັນແຮງໃຈດ້ວຍການສະໜັບສະໜູນ ແລະ ຊົມໃຊ້ຜະລິດຕະພັນລາວ ສົ່ງເສີມເສດຖະກິດລາວຂະຫຍາຍຕົວຢ່າງໝັ້ນຄົງ, ຍືນຍົງ ແລະ ກ້າວໜ້າໂດຍການມີສ່ວນຮ່ວມນໍາກັນໃນສັງຄົມລາວ.
—————————————

LEAVE A REPLY

Please enter your comment!
Please enter your name here