ລັດເຮັດແທ້! ພະນັກງານຈໍານວນ​ໜຶ່ງຂອງ ທຫລ ​ແລະ ທຄຕລ ​ຖືກດຳເນີນຄະດີ

0
101

ອີງຕາມຂໍ້ມູນຈາກວາລະສານກວດກາ ໃຫ້ຮູ້ວ່າ: ​ຫວ່າງມໍ່ໆມານີ້​ອົງການ​ກວດກາ​ແຫ່ງ​ລັດ, ອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ສົມທົບ​ກັບກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ແລະ ພົບເຫັນການກະທຳຜິດຂອງເຈົ້າໜ້າທີ່ລັດ ແລະ ໄດ້ນໍາໃຊ້ມາດຕະການກັກຕົວພະນັກງານທີ່ມີສ່ວນກ່ຽວຂ້ອງ ຢູ່ໃນທະນາຄານແຫ່ງ ສປປ ລາວ ແລະ ທະນາຄານການຄ້າຕ່າງປະເທດລາວມະຫາຊົນຈຳນວນ 11 ຄົນ, ຍິງ 5 ຄົນ.

No photo description available.

ໃນນີ້, ພະນັກງານ ຂັ້ນ ຫົວໜ້າກົມ 3 ຄົນ, ຂັ້ນຫົວໜ້າພະແນກ 1 ຄົນ, ຂັ້ນຫົວໜ້າຂະແໜງ 1 ຄົນ, ຂັ້ນຮອງຫົວໜ້າຂະແໜງ 2 ຄົນ ແລະ ພະນັກງານວິຊາການ 4 ຄົນ. ໃນ​ຂໍ້​ກ່າວ​ຫາ: ການ​ສໍ້​ລາດ​ບັງ​ຫຼວງ, ການ​ສວຍ​ໃຊ້​ຖານະ​ຕໍ​າ​ແໜ່ງ, ສິດ​ອໍານາດ, ໜ້າ​ທີ່ ​ເພື່ອ​ຫາ​ຜົນ​ປະ​ໂຫຍດສ່ວນ​ຕົວ ສ້າງ​ຄວາມ​ເສຍ​ຫາຍ​ທາງ​ດ້ານ​ຊັບ​ສິນ​ໃຫ້ແກ່​ລັດ.
​ປະຈຸ​ບັນ​ ເຈົ້າໜ້າທີ່ ພວມດໍາເນີນການສືບສວນ-ສອບສວນ ເພີ່ມເຕີມເພື່ອສະຫຼຸບສໍານວນຄະດີສົ່ງຕໍ່ໃຫ້ອົງການໄອຍະການປະຊາຊົນເພື່ອສັ່ງຟ້ອງຂຶ້ນສານ.

LEAVE A REPLY

Please enter your comment!
Please enter your name here