ຍົກລະດັບຄວາມຮູ້ ການບັງຄັບໃຊ້ສິດຊັບສິນທາງປັນຍາ  ແລະ ການຈໍາແນກສິນຄ້າຂອງແທ້-ປອມ

0
145

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກໍາ ແລະ ການຄ້າ ຈັດກອງປະຊຸມ ສໍາມະນາ  ກ່ຽວກັບ ການບັງຄັບໃຊ້ສິດຊັບສິນທາງປັນຍາ  ແລະ ການຈໍາແນກສິນຄ້າຂອງແທ້-ປອມ ຂຶ້ນໃນວັນທີ 25 ມີນາ 2025 ທີ່ກະຊວງ ອຄ ເປັນປະທານຂອງ ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມຊັບສິນທາງປັນຍາ, ທ່ານ ນາງ ປິດສະໜາ ສັງວັນນະ ຜູ້ອໍານວຍ ບໍລິສັດ ທິລລິກິ ແອນ ກິບບິນສ໌ລາວ ຈຳກັດ ເຂົ້າຮ່ວມມີ ນັກວິທະຍາກອນ ແລະ ສໍາມະນາກອນ ທີ່ມາຈາກ ອົງການຍຸດຕິທໍາ, ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ, ກົມກວດກາ, ກົມພາສີ ແລະ ບໍລິສັດໃຫ້ການສະໜັບສະໜູນ.

ທ່ານ ໄຊສົມເພັດ ນໍລະສິງ ກ່າວວ່າ: ການສຳມະນາໃນຄັ້ງນີ້ໄດ້ຈັດຂື້ນເປັນຄັ້ງທີ 2  ເພື່ອສ້າງ ຄວາມຮັບຮູ້, ຄວາມເຂົ້າໃຈ ໃນການຈໍາແນກສິນຄ້າຂອງແທ້ຂອງປອມຈາກເຈົ້າຂອງສິດຊັບສິນທາງປັນຍາ ລວມທັງຮັບຟັງຂັ້ນຕອນການຈັດຕັ້ງປະຕິບັດການແກ້ໄຂຂໍ້ຂັດແຍ່ງທາງດ້ານຊັບສິນທາງປັນຍາ ຈາກບັນດາເຈົ້າໜ້າທີ່ທີ່ໄດ້ຈັດຕັ້ງປະຕິບັດວຽກງານຕົວຈິງເຊັ່ນ: ໄອຍະການ, ສານ, ຕໍາຫຼວດເສດຖະກິດ, ພາສີ, ເຈົ້າໜ້າທີກວດກາການຄ້າ ແລະ ເຈົ້າໜ້າທີ່ແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາ. ນອກຈາກນີ້, ຍັງມີການແລກປ່ຽນບົດຮຽນ ແລະ ປະສົບການການຈັດຕັ້ງປະຕິບັດໂຕຈິງຈາກເຈົ້າໜ້າທີ່ ໄອຍະການ, ທະນາຍຄວາມ, ເຈົ້າຂອງສິດຊັບສິນທາງປັນຍາ ຈາກປະເທດໄທ ໃນຂັ້ນຕອນການຈັດຕັ້ງປະຕິບັດການດໍາເນີນການການການຕ້ານ ແລະ ສະກັດກັ້ນການລະເມີດສິດຊັບສິນທາງປັນຍາ.

ການສຳມະນາຄັ້ງນີ້ ຈະດຳເນີນເປັນເວລາ 2 ວັນ ຊຶ່ງໃນມື້ທໍາອິດບັນດາທ່ານ ຈະໄດ້ຮັບຟັງ ຂັ້ນຕອນການດໍາເນີນການຈັດຕັ້ງປະຕິບັດຕົວຈິງຈາກກົມຊັບສີນທາງປັນຍາ, ຂັ້ນຕອນການດໍາເນີນການຈັດ ຕັ້ງປະຕິບັດ ວຽກງານຊັບສິນທາງປັນຍາ ຂອງເຈົ້າໜ້າທີ່ແຂ່ງຂັນທາງທຸລະກິດ, ພາສີ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ ແລະ ການຈໍາແຈກສິນຄ້າຂອວງແທ້ຂອງປອມຈາກຜູ້ຕ່າງໜ້າເຄື່ອງໝາຍການຄ້າ “JTEKT” ແລະ ໃນມື້ທີ 2  ຈະໄດ້ຮັບຟັງການແລກປ່ຽນບົດຮຽນການຈັດຕັ້ງປະຕິບັດໂຕຈິງຈາກທະນາຍຄວາມອາວຸໂສແຫ່ງປະເທດໄທ ແລະ ຫຸ້ນສ່ວນ ທິລລິກິ ແອນ ກິບບິນສ໌, ເຈົ້າໜ້າທີ່ຕໍາຫຼວດເສດຖະກິດ, ຝຶກອົບຮົມການປົກປ້ອງສິດຂອງນັກພັນພືດໃໝ່ ແລະ ການປົກປ້ອງແບນໃນ ສປປ ລາວ  ແລະ ການຈໍາແນກສິນຄ້າຂອງແທ້ຂອງປອມຈາກຕົວແທນເຈົ້າຂອງເຄື່ອງໝາຍການຄ້າ “Kubota”, “Canon”, “ PMI”, “Bath and Body work”.

ທ່ານກ່າວວ່າ: ການສໍາມະນາໃນຄັ້ງນີ້ຈຶ່ງເປັນບາດກ້າວໜຶ່ງທີ່ສໍາຄັນໃນການ ກະຕຸກຊຸກຍູ້ສົ່ງເສີມ ຕາມວິໄສທັດຂອງກົມຊັບສິນທາງປັນຍາ ໃນການສ້າງຄວາມເຂັ້ມແຂງໃຫ້ກັບເຈົ້າໜ້າທີ່, ການສ້າງຄວາມຮັບຮູ້ວຽກງານຊັບສີນທາງປັນຍາໃຫ້ສັງຄົມຮັບຊາບ, ການສົ່ງເສີມຫົວຄິດປະດິດສ້າງ ແລະ ການປົກປ້ອງ ການປະດິດຄິດສ້າງທາງດ້ານຊັບສີນທາງປັນຍາ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບລະບຽບກົດໝາຍທີ່ວາງໄວ້ ແລະ ຍັງເປັນການສ້າງຄວາມເຊື່ອໝັ້ນໃຫ້ແກ່ ສາກົນ ແລະ ເຈົ້າຂອງສິດຊັບສິນທາງປັນຍາ ໃນການຈົດທະບຽນປົກປ້ອງສິດຊັບສິນທາງປັນຍາ ພາຍໃນ ສປປ ລາວເພີ່ມຂື້ນ ພ້ອມທັງເປັນການສ້າງມູນຄ່າເພີ່ມໃຫ້ແກ່ ສິນຄ້າ, ຜະລິດຕະພັນ, ທຸລະກິດພາຍໃນປະເທດໃຫ້ນັບມື້ນັບມີຄວາມເຂັ້ມແຂງຂື້ນເທື່ອລະກ້າວ, ຫັນມາຊົມໃຊ້ສິນຄ້າພາຍໃນປະເທດທີ່ໄດ້ຮັບມາດຕະຖານທຽບເທົ່າສາກົນ. ນອກຈາກນີ້ ບັນດາປະເທດທີ່ພັດທະນາແລ້ວຍັງນໍາໃຊ້ຊັບສິນທາງປັນຍາເປັນຫຼັກຊັບໃນການຄໍ້າປະກັນທະນາຄານໃນການປ່ອຍສິນເຊື່ອ, ເປັນເຄື່ອງມືສ້າງມູນຄ່າໃຫ້ກັບທຸລະກິດອີກດ້ວຍ.

ທ່ານ ນາງ ປິດສະໜາ ສັງວັນນະ ກ່າວວ່າ: ປັດຈຸບັນບັນຫາເລື່ອງ ການລະເມີດຊັບສິນທາງປັນຍາ ເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ເປັນບັນຫາສໍາຄັນລະຫວ່າງປະເທດ ໂດຍຕະຫຼອດໄລຍະທີ່ຜ່ານມາ ພາກລັດ ໄດ້ກໍານົດນະໂຍບາຍແກ້ໄຂບັນຫາ ດັ່ງກ່າວ ຢ່າງຕໍ່ເນື່ອງ ແລະ ໄດ້ມຸ້ງໝັ້ນ ພັດທະນາລະບົບຊັບສິນທາງປັນຍາມາໂດຍຕະຫຼອດ  ສໍາລັບບັນຫາການລະເມີດຊັບສິນທາງປັນຍາ ມີຄວາມຈໍາເປັນຕ້ອງມີການປະສານຄວາມຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນ ໃນການປາບປາມສິນຄ້າລະເມີດຊັບສິນທາງປັນຍາ ດັງນັ້ນການຝືກອົບຮົມວັນນີ້ ຖືເປັນໜຶ່ງຄວາມຮ່ວມມືລະຫວ່າງລັດ ແລະ ເອກະຊົນ ຊ່ວຍກັນປ້ອງກັນ ແລະ ປາບປາມ ສິນຄ້າລະເມີດຊັບສິນທາງປັນຍາ.

LEAVE A REPLY

Please enter your comment!
Please enter your name here