ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ໄດ້ສືບຕໍ່ການຮ່ວມມືເພື່ອສົ່ງເສີມການສອນແບບມີສ່ວມຮ່ວມ

0
53

ຕະຫຼອດເດືອນກຸມພາ ແລະ ເດືອນມີນາ, ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດການເຂົ້າເຖິງການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ໂດຍໄດ້ຮ່ວມມືກັບຜູ້ຊ່ຽວຊານດ້ານຄວາມພິການທາງດ້ານສາຍຕາ ເພື່ອຈັດຝຶກອົບຮົມປະຖົມນິເທດ ແລະ ສະໜັບສະໜູນທີມງານພັດທະນາຊັບພະຍາກອນຢູ່ທີ່ວິທະຍາໄລຄູສະຫວັນນະເຂດ.

ທ່ານ ຮ.ສ ນາງ ວົງເດືອນ ໂອໃສ, ຫົວໜ້າກົມສ້າງຄູ ໄດ້ກ່າວວ່າ: “ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ແມ່ນມີຄວາມສຳຄັນຕໍ່ການເສີມສ້າງທັກສະ ແລະ ຄວາມຮູ້ຂອງຄູຕະຫຼອດຊີວິດການສອນຂອງເຂົາເຈົ້າ. ໃນຕົ້ນປີ 2024, ກົມສ້າງຄູ, ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ, ໄດ້ສ້າງຕັ້ງທີມງານພັດທະນາຊັບພະຍາກອນ ໃນ 3 ວິທະຍາໄລຄູ ເປົ້າໝາຍຄື: ວິທະຍາໄລຄູຫຼວງນ້ຳທາ, ວິທະຍາໄລຄູຄັງໄຂ ແລະ ວິທະຍາໄລຄູສະຫວັນນະເຂດ. ພາລະບົດບາດຂອງເຂົາເຈົ້າແມ່ນພັດທະນາຊັບພະຍາກອນສຳລັບການພັດທະນາວິຊາຊີບຄູ ທີ່ສາມາດນຳໃຊ້ໄດ້ ແລະ ນຳໃຊ້ໄດ້ງ່າຍ ສໍາລັບຄູສອນຊັ້ນປະຖົມ ແລະ ຜູ້ເຮັດວຽກສຶກສານິເທດ. ປີນີ້, ຄູສອນ 6 ທ່ານ ຈາກທີມງານພັດທະນາຊັບພະຍາກອນ ແຂວງສະຫວັນນະເຂດ ຈະສ້າງຊຸດອຸປະກອນຊ່ວຍເຫຼືອຄູ ໂມດູນ: “ການຊ່ວຍເຫຼືອນັກຮຽນພິການໃນຫ້ອງຮຽນ”.

ຊຸດອຸປະກອນຊ່ວຍເຫຼືອຄູ ແມ່ນຊັບພະຍາກອນສຳລັບການພັດທະນາວິຊາຊີບຄູແບບຕໍ່ເນື່ອງທໍາອິດທີ່ທີມງານ ພັດທະນາຊັບພະຍາກອນ ໄດ້ຖືກມອບໝາຍໃຫ້ສ້າງ. ຊຸດອຸປະກອນຊ່ວຍເຫຼືອຄູ ປະກອບດ້ວຍໂມດູນແບບດ່ຽວ, ແຕ່ລະໂມດຸນເນັ້ນໃສ່ທັກສະການສອນແບບສະເພາະ. ບັນດາໂມດູນໄດ້ໃຫ້ຄໍາແນະນໍາທີ່ເປັນປະໂຫຍດ ແລະ ວິທີການປະຕິບັດເພື່ອຕອບສະຫນອງສິ່ງທ້າທາຍໃນການສອນທົ່ວໄປ ແລະ ສົ່ງເສີມທັກສະການສິດສອນ. ຄູສອນ ແລະ ຜູ້ເຮັດວຽກສຶກສານິເທດສາມາດເລືອກໂມດູນຈາກຊຸດອຸປກອນຊ່ວຍເຫຼືອຄູທີ່ສອດຄ່ອງກັບຄວາມຕ້ອງການການຮຽນຮູ້ຂອງເຂົາເຈົ້າຫຼາຍທີ່ສຸດ. ຫົວຂໍ້ຂອງໂມດູນໄດ້ຖືກກໍານົດໂດຍອີງໃສ່ຂໍ້ມູນ ແລະ ຄໍາຄິດເຫັນທີ່ເກັບກໍາໂດຍຜ່ານການຕິດຕາມດ້ວຍລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ, ປະສົມປະສານຄວາມເຂົ້າໃຈຈາກຄູ ແລະ ທີມງານຝຶກອົບຮົມຄູໃນຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ. ຫົວຂໍ້ດັ່ງກ່າວຍັງສອດຄ່ອງກັບບູລິມະສິດທີ່ຕ້ອງການພັດທະນາຂອງກະຊວງສຶກສາທິການ ແລະ ກິລາ ໃນແຜນພັດທະນາຂະແໜງການສຶກສາ ແລະ ກິລາ ປີ 2026-2030. ຂໍ້ມູນການຕິດຕາມໃນລະບົບ ການພັດທະນາວິຊາຊີບຄູສະແດງໃຫ້ເຫັນວ່າຄູ ຄູພົບຄວາມຫຍຸ້ງຍາກໃນການສອນນັກຮຽນທີ່ມີຄວາມຕ້ອງການໃຫ້ຊ່ວຍເຫຼືອທີ່ແຕກຕ່າງກັນ.

ທ່ານ ນາງ ວາເນັດຊ້າ ເຮັກກາທີ້, ເລຂາເອກ, ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ກ່າວວ່າ: “ເດັກນ້ອຍພິການປະເຊີນກັບອຸປະສັກໃນການເຂົ້າເຖິງການສຶກສາທີ່ມີຄຸນນະພາບໃນ ສປປ ລາວ, ລວມທັງຄວາມເຊື່ອ ແລະ ທັດສະນະຄະຕິທີ່ໃນທາງລົບກ່ຽວກັບສາເຫດຂອງຄວາມພິການ ແລະ ຄວາມສາມາດຂອເຂົາເຈົ້າ. ຄູສອນຫຼາຍທ່ານໄດ້ສະແດງຄວາມປາຖະໜາທີ່ຈະຮຽນຮູ້ວິທີການສິດສອນທີ່ມີປະສິດທິພາບເພື່ອເອົາຊະນະອຸປະສັກເຫຼົ່ານີ້. ການຮັບປະກັນວ່າເດັກນ້ອຍທຸກຄົນ, ໂດຍສະເພາະແມ່ນຜູ້ທີດ້ອຍໂອກາດ, ໄດ້ມີສ່ວນຮ່ວມ ແລະ ເຕີບໃຫຍ່ໃນໂຮງຮຽນ ແມ່ນຄໍາມຸ້ງຫວັງຮ່ວມກັນຂອງ ສສກ ແລະ ລັດຖະບານອົດສະຕຣາລີ”.

ໂມດູນຊຸດອຸປະກອນຊ່ວຍເຫຼືອຄູ ຕອນໃໝ່: “ການຊ່ວຍເຫຼືອນັກຮຽນພິການໃນຫ້ອງຮຽນ” ຈະແບ່ງອອກເປັນສີ່ພາກສ່ວນ. ພາກທີ່ໜຶ່ງ ຈະອະທິບາຍວິທີການເພື່ອຊ່ວຍເຫຼືອນັກຮຽນທີ່ມີຄວາມບົກຜ່ອງທາງດ້ານສາຍຕາ. ໃນລະຫວ່າງເດືອນກຸມພາ ແລະ ເດືອນມີນາ, ຜູ້ຊ່ຽວຊານຫຼາຍທ່ານຈະເຮັດວຽກຮ່ວມກັບທີມງານພັດທະນາຊັບພະຍາກອນ ທີ່ຮັບຜິດຊອບການຂຽນເນື້ອໃນ ຊຸດອຸປະກອນຊ່ວຍເຫຼືອຄູ. ທ່ານ ແອແກ້ວ ກຸມະນີວົງ ຜູ້ອຳນວຍການ ສູນບໍລິການຄົນພິການ ຈະເນັ້ນໃສ່ການອະທິບາຍປະເພດຂອງຄວາມຫຍຸ້ງຍາກທາງດ້ານສາຍຕາ, ສາເຫດ, ການປະຕິບັດທີ່ແນະນໍາ, ແລະ ການກະທໍາທີ່ຄວນຫຼີກເວັ້ນ. ລາວຈະຊ່ວຍທີມງານພັດທະນາຊັບພະຍາກອນ ເພື່ອໃຫ້ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄວາມສາມາດຂອງບຸກຄົນທີ່ມີຄວາມພິການທາງສາຍຕາ ແລະ ວິທີທີ່ຄູສາມາດຊ່ວຍນັກຮຽນທີ່ມີຄວາມພິການທາງສາຍຕາເພື່ອບັນລຸເປົ້າຫມາຍການຮຽນຮູ້ຂອງພວກເຂົາ. ທ່ານ ນາງ ຈິດປະເສີດ ຜາພູເງິນ ຫົວໜ້າໜ່ວຍງານບໍລິການວິຊາການ ແລະ ການສຶກສາຮຽນຮ່ວມ ຄະນະສຶກສາຊາດ ມະຫາວິທະຍາໄລແຫ່ງຊາດ. ຈະໃຫ້ແນະນຳການສ້າງສະພາບແວດລ້ອມທີ່ເໝາະສົມໃຫ້ແກ່ນັກຮຽນພິການທາງສາຍຕາໃນໂຮງຮຽນ. ລາວຈະແບ່ງປັນປະສົບການໃນການສ້າງສະພາບແວດລ້ອມການຮຽນຮູ້ທີ່ສະໜັບສະໜູນສໍາລັບນັກຮຽນທີ່ພິການທາງສາຍຕາຢູ່ທີ່ມະຫາວິທະຍາໄລແຫ່ງຊາດ. ທ່ານ ຄຳແກ້ວ ຊົງບົວຄຳ ປະທານສະມາຄົມ ຄົນພິການຕາລາວ ແລະ ພະນັກງານຂະແໜງການສົ່ງເສີມສຸຂະພາບຕາ ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ. ຈະຝຶກອົບຮົມໃຫ້ທີມງານສ້າງຊັບພະຍາກອນວິທີການຊ່ວຍເຫຼືອຜູ້ພິການທາງສາຍຕາ ແລະ ນຳໃຊ້ອຸປະກອນຊ່ວຍເຫຼືອທີ່ຈຳເປັນ.

ທ່ານ ນາງ ວົງເດືອນ ໄດ້ໃຫ້ຂໍ້ສັງເກດວ່າ: “ຊຸດອຸປະກອນຊ່ວຍເຫຼືອຄູໂມດູນໃໝ່ນີ້ ກ່ຽວກັບການໜູນຊ່ວຍນັກຮຽນພິການໃນຫ້ອງ” ຈະເປັນໂມດູນທີ່ຍາວກວ່າປົກກະຕິ ເພື່ອຮັບປະກັນວ່າຈະຕອບສະໜອງວິທີການທີ່ລະອຽດ ແລະ ງ່າຍໃນການຊ່ວຍເຫຼືອນັກຮຽນທີ່ມີຄວາມຕ້ອງການການຮຽນຮູ້ທີ່ຫຼາກຫຼາຍ. ຫົວຂໍ້ນີ້ສົ່ງເສີມຄວາມຮັບຮູ້ທີ່ເພີ່ມຂຶ້ນຂອງຄວາມຕ້ອງການຂອງຄູສອນຊັ້ນປະຖົມ ເພື່ອສາມາດຊ່ວຍເຫຼືອນັກຮຽນພິການໃນຫ້ອງຮຽນຂອງເຂົາເຈົ້າ ແລະ ເພື່ອຮັບປະກັນໃຫ້ນັກຮຽນທຸກຄົນໄດ້ເຂົ້າເຖິງການສຶກສາຊັ້ນປະຖົມທີ່ມີຄຸນນະພາບ. ຫົວຂໍ້ນີ້ຈະຖຶກສ້າງ ແລະ ລວບລວມເຂົ້າເປັນຊັບພະຍາກອນ ແລະ ຄວາມຊໍານານໃນວຽກງານນີ້ຂອງກະຊວງ. ໂດຍການຮ່ວມມືກັບແຜນງານບີຄວາ, ພວກເຮົາຈະຮ່ວມມືກັບວິຊາການໃນຂັ້ນທ້ອງຖິ່ນ ເພື່ອຮັບປະກັນວ່າໂມດູນເພື່ອນຳໃຊ້ໃນການຊ່ວຍເຫຼືອແມ່ນສົມບູນແບບ. ຄາດວ່າຈະສຳເລັດໃນທ້າຍປີ 2025”.

ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ໄດ້ກ່າວສະຫຼຸບໃນຕອນທ້າຍວ່າ: “ຍຸດທະສາດຄວາມສະເໝີພາບດ້ານຄວາມພິການ ແລະ ສິດຂອງຄົນພິການສະບັບໃໝ່ທີ່ອອກໂດຍລັດຖະບານອົດສະຕຣາລີ ໄດ້ຖືກຈັດຕັ້ງປະຕິບັດໃນເດືອນພະຈິກ 2024, ໂດຍວາງແນວທາງການຮ່ວມມື ທີ່ຖືເອົາຄົນພິການເປັນຈຸດໃຈກາງຂອງການຮ່ວມມືລະຫວ່າງປະເທດ. ພວກເຮົາຮູ້ສຶກເປັນກຽດທີ່ໄດ້ເຮັດວຽກຢ່າງໃກ້ຊິດກັບກົມການສ້າງຄູ ແລະ ທີມງານວິຊາການຈາກອົງການຈັດຕັ້ງສຳລັບຄົນພິການ ເພື່ອໃຫ້ຄູຮູ້ວິທີການເພື່ອຕອບສະໜອງຄວາມຕ້ອງການຂອງນັກຮຽນທຸກຄົນ”.

LEAVE A REPLY

Please enter your comment!
Please enter your name here