ສະຫາຍ ກົງຈັນ ພັນທະມິດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຫີນເຫີບ ແຂວງວຽງຈັນ ໄດ້ຜ່ານຮ່າງລາຍ ງານການເມືອງຂອງຄະນະບໍລິຫານງານພັກເມືອງ ຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຫີນເຫີບ ຄັ້ງທີ V ທີ່ໄຂຂຶ້ນໃນວັນທີ 24-25 ມີນາ 2025 ທີ່ສະໂມສອນຂອງເມືອງດັ່ງກ່າວວ່າ: ໄລຍະ 5 ປີຜ່ານມາ, ທົ່ວເມືອງມີຄວາມສະຫງົບໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວສະເລ່ຍ 6,78%, ຍູ້ແຮງການພັດທະນາເມືອງໄປຕາມຈຸດພິເສດທ່າແຮງຂອງເມືອງ ໂດຍຖືເອົາການປູກຕົ້ນໄມ້ອຸດສາຫະກຳ, ຊຸກຍູ້, ຄຸ້ມຄອງໂຮງງານປຸງແຕ່ງກະສິກຳ, ອຸດສາຫະກຳ ແລະ ການບໍລິການທ່ອງທ່ຽວທຳມະຊາດ, ອັນພົ້ນເດັ່ນແມ່ນໂຮງງານຊີມັງຫົງຊື່, ໂຮງງານຜະລິດແປ້ງມັນຕົ້ນ, ໂຮງງານປຸຍຊີວະພາບ, ໂຮງງານຢາງພາລາ ໄດ້ດໍາເນີນຢ່າງຕໍ່ເນື່ອງ, ຂະຫຍາຍຕະຂ່າຍໄຟຟ້າແຮງກາງ ແລະ ແຮງຕໍ່າຢູ່ບັນດາບ້ານ ແລະ ກຸ່ມບ້ານ ສະໜອງໄຟຟ້າຊົມໃຊ້ບັນລຸໄດ້ 100%.
ໍການຜະລິດອຸດສາຫະກໍາ ແລະ ຫັດຖະກຳໄດ້ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ປະກາດຮັບຮອງບ້ານ ແລະ ເມືອງສຸຂະນາໄມໄດ້ 100% ປະຈຸບັນຄອບຄົວທຸກຍາກຍັງເຫຼືອພຽງ 83 ຄອບຄົວ.
ຄະນະພັກໄດ້ນໍາພາ-ຊີ້ນຳຍູ້ແຮງຂະບວນການວຽກງານ 3 ສ້າງ, ປະເມີນການ ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜວ່ຍພັດທະນາໃນທົ່ວເມືອງບັນລຸ 80% ຂຶ້ນໄປ, ປະກາດຮັບ ຮອງເປັນເມືອງສະຫະພັນແມ່ຍິງ 3 ດີ ໄດ້ສຳເລັດ ແລະ ອື່ນໆ.