ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ(ອຄ.ນວ) ຈັດງານຖະແຫຼງຂ່າວກຽມຈັດງານ ວາງສະແດງ ແລະ ຈໍາໜ່າຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ແລະ ສິນຄ້າຄອບຄົວຕົວແບບຄັ້ງທີ XI ປະຈໍາປີ 2025 ຂຶ້ນ ໃນວັນທີ 24 ມີນາ 2025 ທີ່ສູນການຄ້າລາວໄອເຕັກ ເປັນປະທານຂອງ ທ່ານ ວັນມະນີ ພິມມະສານ ຫົວໜ້າພະແນກ ອຄ.ນວ, ມີຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ, ມີພະແນກການກ່ຽວຂ້ອງ, ສະພາການຄ້າ ພາກທຸລະກິດເຂົ້າຮ່ວມ.
ທ່ານ ນາງວັນມະນີ ພີມມະສານໄດ້ກ່າວວ່າ: ຈຸດປະສົງຂອງການຈັດງານ ເພື່ອເປັນການຊຸກຍູ້ສົ່ງເສີມຜະລິດຕະພັນພາຍໃນ ແລະ ນຳໄປສູ່ການພັດທະນາແບບຍືນຍົງ ແລະ ມີປະສິດທິຜົນສູງສຸດໃຫ້ສາມາດເຂົ້າຫາຕະຫຼາດທາງພາຍໃນ ແລະ ຕ່າງປະເທດໄດ້.ສ້າງຄວາມເຂັ້ມແຂງໃຫ້ຫົວໜ່ວຍທຸລະກິດ ທີ່ເຮັດການຜະລິດ ສາມາດກ້າວເຂົ້າຕະຫຼາດ ເທື່ອລະກ້າວ ພ້ອມກັນນັ້ນ, ສາມາດຜັກດັນໃຫ້ຫົວໜ່ວຍທຸລະກິດຄອບຄົວຕົວແບບ ມີຄວາມກະຕືລືລົ້ນໃນການພັດທະນາສິນຄ້າຕົວເອງ ແລະ ກ້າວເຂົ້າເປັນສິນຄ້າທີ່ໄດ້ຮັບກາໝາຍ ( ODOP ) ແຫ່ງຊາດ ຂອງນະຄອນຫຼວງວຽງຈັນ.ສ້າງມູນຄ່າພີ້ມໃຫ້ແກ່ສິນຄ້າ ( ODOP ) ແຫ່ງຊາດ ໃຫ້ເປັນທີ່ຍອມຮັບຂອງສັງຄົມ, ຜູ້ຊົມໃຊ້ມີຄວາມເຊື່ອໜັ້ນຫລາຍຂື້ນ, ສາມາດໃຊ້ເປັນແຫຼ່ງລາຍຮັບໄດ້ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຫົວໜ່ວຍ ທຸລະກິດສິນຄ້າໜື່ງເມືອງ ໜື່ງຜະລິດຕະພັນ .ໃຫ້ເຫັນໄດ້ຜະລິດຕະພັນ ທີ່ເປັນທ່າແຮງ ເພື່ອກຳນົດໃຫ້ເປັນຜະລິດຕະພັນທີ່ເປັນເອກະລັກ, ສາມາດສ້າງກຸ່ມການຜະລິດເປັນສິນຄ້າທີ່ເປັນທ່າແຮງຂອງ ບ້ານ, ເມືອງ ເເລະ ເເຂວງ ໃນຕໍ່ໜ້າ.ເພື່ອເປັນການໂຄສະນາແລກປ່ຽນບົດຮຽນລະຫວ່າງນັກທຸລະກິດ MSME ດ້ວຍກັນ ໂດຍສະເພາະຫົວໜ່ວຍຜະລິດສິນຄ້າພາຍໃນດ້ວຍກັນ ໃນທົ່ວປະເທດເວົ້າລວມ, ເວົ້າສະເພາະກໍຄື ຫົວໜ່ວຍທຸລະກິດ ( ODOP )ຂອງນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ ໃນທົ່ວປະເທດດ້ວຍກັນ.ເພື່ອເປັນການຊຸກຍູ້ສົ່ງເສີມໃຫ້ບັນດາຫົວໜ່ວຍທຸລະກິດສິນຄ້າໜື່ງເມືອງ ໜື່ງຜະລິດຕະພັນ ( ODOP )ຜະລິດເປັນສິນຄ້າຂອງ 09 ຕົວເມືອງພາຍໃນ ນະຄອນຫຼວງວຽງຈັນ ໃຫ້ເຂົ້າຮ່ວມງານວາງສະແດງສິນຄ້າ(ODOP) ແລະ ສິນຄ້າຄອບຄົວຕົວແບບຂອງນະຄອນຫຼວງວຽງຈັນຄັ້ງທີ່ XI ໃຫ້ສາມາດບັນລຸໄດ້ຕາມລະດັບຄາດໝາຍທີ່ໄດ້ກໍານົດໄວ້.
ທ່ານກ່າວວ່າ: ຄາດຄະເນສີນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ(ໂອດອບ)ເຂົ້າຮ່ວມງານເພີ່ມຂຶ້ນ 5,5%. ຄາດຄະເນມວນຊົນເຂົ້າຮ່ວມຊົມງານ ປະມານ 80.000 ຄົນ/ 11 ວັນ. ຄາດຄະເນມູນຄ່າສິນຄ້າ ມູນຄ່າ 4,5ຕື້ກີບ.
ເປົ້າໝາຍໃນການເຂົ້າຮ່ວມງານ ລວມທັງໝົດ 163 ຫົວໜ່ວຍ ໃນນັ້ນປະກອບມີ: ສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ 70ຫົວໜ່ວຍ, ສິນຄ້າຄອບຄົວຕົວແບບ 47 ຫົວໜ່ວຍ, ສິນຄ້າອຸດສາຫະກຳ 20 ຫົວໜ່ວຍ, ສະພາການຄ້າ ແລະ ອຸດສາຫະກຳ 11 ຫົວໜ່ວຍ, ທຸລະກິດທ່ອງທ່ຽວ 5 ຫົວໜ່ວຍ, ສິນຄ້າກະສິກຳ (ກະສິກຳປຸງແຕ່ງ) 10 ຫົວໜ່ວຍ
ການຈັດງານວາງສະແດງ ແລະ ຈໍາໜ່າຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ແລະ ສິນຄ້າຄອບຄົວຕົວແບບຄັ້ງທີ XI ປະຈໍາປີ 2025 ຈະດໍາເນີນ ໃນວັນທີ 1-11 ພືກສະພາ 2025 ທີ່ຈະມາເຖິງ ຢູ່ສູນການຄ້າລາວໄອເຕັກຕືກເກົ່າ.