ກາຍເປັນຄູ່ທີ່ສົມກັນທີ່ສຸດໄປເລີຍກັບ 2 ນັກຮ້ອງສຽງດີຄຸນນະພາບຍຸກນີ້ ໃນວົງການບັນເທີງລາວກໍຄື ຢຸດ ສາລະວັນ ແລະ ນ້ອງນໍ້າຝົນ ຈັບມືເຂົ້າປະຕູວິວາ ເມື່ອວັນທີ 23 ມີນາ 2025 ທີ່ນະຄອນໄກສອນ ແຂວງສະວັນນະເຂດ ໂດຍມີໝູ່ເພື່ອນໃນວົງການເພງມາຮ່ວມສະແດງຄວາມຍິນດີນໍາກັນຢ່າງຫຼວງຫຼາຍ.
ຢຸດ ສາລະວັນ & ນ້ຳຝົນ ກາຍເປັນທີ່ຮູ້ຈັກກັນຢ່າງແຜ່ຫຼາຍ ໃນຜົນງານເພງ “ ກັບບໍ່ໄດ້ແລ້ວ ” ທີ່ຢຸດ ສາລະວັນ ເປັນນັກຮ້ອງ ແລະ ພະເອກເອັມວີ, ສ່ວນ ນ້ອງນໍ້າຝົນ ເປັນແຟນເກົ່າ ເປັນເພງທີ່ມ່ວນອີ່ຫຼີ່ ຈົນມີຍອດວິວທະລຸ 100 ລ້ານວິວໄປແລ້ວ, ກ່ອນທີ່ຜົນງານຕໍ່ມາ ນ້ອງນໍ້າຝົນ ຈະເລີ່ມຮ້ອງຄູ່ກັບ ຢຸດ ສາລະວັນ ໃນບົດເພງ ກັບບໍ່ໄດ້ແລ້ວ ແລະ ບົດເພງຫຼ້າສຸດຄື “ ບໍ່ມີໃຜທຽບເຈົ້າໄດ້ ”.
ນ້ອງ ນໍ້າຝົນ ໂພສຜ່ານເຟສບຸກສ່ວນຕົວວ່າ: ສະບາຍດີອ້າຍເອື້ອຍຫມູ່ເພື່ອນທຸກຄົນ🙏🏻ພວກເຮົາສອງຄົນຂໍເຊີນທຸກຄົນມາຮ່ວມຍິນດີໃນງານຫມັ້ນ ຂອງເຮົາສອງຄົນ ລະຫວ່າງ ອ້າຍ ຢຸດ ສາລະວັນ & ນ້ອງ ນ້ຳຝົນ ງານເຮົາແມ່ນເປັນງານຫມັ້ນນ້ອຍໆທີ່ເລົ່າແຕ່ເອື້ອຍນ້ອງຫມູ່ເພື່ອນຮັກແພງ ງານຈັດຂຶ້ນໃນວັນທີ 23 / 3 / 2025 ບໍ່ຮອດບໍ່ຖຶງໃຜກໍຂໍໂທດທຸກຄົນຫລາຍໆເດີ້🙏🏻❤️ ງານຈັດຢູ່ເຮືອນຂອງນ້ຳຝົນເອງ ບ້ານ ລັດຕະນະລັງສີເຫນືອ ແຂວງສະຫວັນນະເຂດ ນະຄອນໄກສອນ.
ຂະນະທີ່ ຢຸດ ສາລະວັນ ໂພສວ່າ: ຕັ້ງແຕ່ມີລາວຂ້ອຍກະບໍ່ໄດ້ຊັກຜ່າ ບໍ່ໄດ້ເຮັດກິນ ແລະ ອີກຫຼາຍໆຢ່າງ ທີ່ລາວເຂົ້າມາເຮັດແທນເບິດຕືນມາແນວກິນຕັ້ງໄວ້ຍທາງໜ້າໂລດ, ເຈົ້າທັງາມທັງຮູ້ຈັກຄວມຂໍໃຫ້ເຂົ້າເປັນແບບນີ້ຕະຫຼອດໄປເດີ ແລະ ມີແນວເວົ້າຫຼາຍຄໍາ ແຕ່ບໍ່ເວົ້າເອົາເປັນວ່າຂອບໃຈທີ່ເຂົ້າເຂົ້າມາໃນຊີວິດຂ້ອຍເດີ.
ຂ່າວ: Larh Creators ; ຮູບຈາກ: