ເມື່ອວັນທີ 22 ມີນາ 2025 ທີມຊາດລາວ ຊຸດໃຫຍ່ ໄດ້ປະກາດ 23 ລາຍຊື່ນັກເຕະທີມຊາດລາວ ກ່ອນທີ່ຈະອອກເດີນທາງໄປປະເທດຫວຽດນາມ ເພື່ອເຂົ້າຮ່ວມການແຂ່ງຂັນບານເຕະ ຊີງແຊ້ມອາຊີ ຮອບຄັດເລືອກ 2027 AFC Asian Cup Saudi Arabia 2027 Qualifiers Final Round
ລາຍຊື່ນັກກິລາ 23 ຄົນມີລາຍຊື່ດັ່ງລຸ່ມນີ້:
+ ຜູ້ຮັກສາປະຕູ
ກົບ ໂລກພະທິບ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
ແກ້ວອຸດອນ ສຸວັນນະສັງໂສ ຈາກ ສະໂມສອນ ກິລາບານເຕະ ກອງທັບ
ອານຸລັກ ວິລະຜົນ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ
+ ກອງຫຼັງ
ພຸດທະວົງ ສັງວິໄລ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
ອານັນຕະຊາ ສີພົງພັນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
ຊີດີ ພົມສະຫວັນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
ຄຳຫມັ້ນ ທາປະເສີດ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
ໄຊຍະສິດ ສິງສະຫວ່າງ ຈາກ ສະໂມສອນ ກິລາບານເຕະ ນໍ້າທາ ຢູໄນເຕັດ
ເພັດດາວັນ ສົມສະນິດ ຈາກ ສະໂມສອນ ກິລາບານເຕະ ມາດສເຕີ
ສອນວິໄລ ເພັດວຽງສີ ຈາກ ສະໂມສອນ ກິລາບານເຕະ ມາດສເຕີ
ແອັດ ວຽງຄຳ ຈາກ ສະໂມສອນ ກິລາບານເຕະ ມາດສເຕີ
ວິກຕໍ ໄຊຊະນະ ໂຢວິນາສັກ ຈາກ ສະໂມສອນ IS SELONGEY B ( ປະເທດຝຣັ່ງ )
ຈິດຕະກອນ ວັນນະຈອນ ຈາກ ສະໂມສອນ ກິລາບານເຕະ ຫຼວງພະບາງ
+ ກອງກາງ
ໂຣມັນ ອານຸສອນ ອັນໂກ ຈາກ ສະໂມສອນ SV LINX ( ປະເທດ ເຢຍລະມັນ )
ພຸດທະລັກ ທອງສະນິດ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
ດາໝົດ ທອງຄໍາສະຫວັດ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
ພູສົມບູນ ປັນຍາວົງ ຈາກ ສະໂມສອນ ກິລາບານເຕະ ກອງທັບ
+ ກອງຫນ້າ
ເທໂອ ຄລາຍນ໌ ຈາກ ສະໂມສອນ OMAHA MAVERICKS ( ປະເທດ ສະຫະລັດອາເມຣິກາ )
ບຸນພະຈັນ ບຸນກອງ ຈາກ ສະໂມສອນ PREAK KHAN REACH SVAY RIENG FC ( ປະເທດກຳປູເຈຍ )
ໂຈນີ້ ແຫວນປະເສີດ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
ປີເຕີ້ ພັນທະວົງ ຈາກ ສະໂມສອນກິລາບານເຕະ ເອສະຣາ
ກີ້ດາວອນ ສຸວັນນີ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ
ສໍາລັບ ການແຂ່ງຂັນບານເຕະ ຊີງແຊ້ມອາຊີ ຮອບຄັດເລືອກ 2027 ການແຂ່ງຂັນ AFC Asian Cup Saudi Arabia 2027 Qualifiers Final Round ທີມຊາດລາວ ຖືກຈັດຢູ່ຮ່ວມ ກຸ່ມ F ຮ່ວມກັບ ຫວຽດນາມ, ມາເລເຊຍ ແລະ ເນປານ, ໂດຍນັດທຳອິດ ທີມຊາດລາວ ຈະອອກໄປຢາມທີມຊາດຫວຽດນາມ ເຊິ່ງຈະແຂ່ງຂັນ ວັນທີ 25 ມີນາ 2025 ເວລາ 19:30 ແຂ່ງຂັນຢູ່ທີ່ສະຫນາມກິລາ Go Dau Stadium ແຂວງບິງເຢືອງ ປະເທດຫວຽດນາມ.
ຫຼ້າສຸດວັນທີ 23 ມີນາ 2025 ທີມຊາດລາວ ໄດ້ລົງຊ້ອມຢູ່ໃນບໍລິເວນສະຫນາມ Go Dau Stadium ແຂວງບິງເຢືອງ ປະເທດຫວຽດນາມ ເຊິ່ງໃຊ້ເວລາໃນການຝຶກຊ້ອມ 1 ຊົ່ວໂມງ.