ແຕ່ງຕັ້ງທ່ານ ສຸກສາຄອນ ໂພທິລາດ ເປັນວ່າການເລຂາພັກເມືອງວ່າການເຈົ້າເມືອງຊົນນະບູລີຄົນໃໝ່

0
214

ໃນຕອນເຊົ້າວັນທີ 20 ມີນາ 2025 ທີ່ສະໂມສອນຂອງເມືອງຊົນນະບູລີໄດ້ຈັດ ພິທີປະກາດການຈັດຕັ້ງພະ ນັກງານນຳພາ-ຄຸ້ມຄອງຂັ້ນສູງຂອງເມືອງຊົນນະບູລີ ໂດຍການໃຫ້ກຽດເຂົ້າ ຮ່ວມເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ມີຄະນະນຳຈາກພະແນກ ການ, ອົງການທຽບເທົ່າຂັ້ນ ແຂວງ, ການຈັດຕັ້ງກ່ຽວຂ້ອງ ພ້ອມດ້ວຍຄະນະພັກ-ຄະນະ ນຳຂອງເມືອງ ຕະຫຼອດຮອດ ພະນັກງານຫຼັກແຫຼ່ງພາຍໃນ ເມືອງຊົນນະບູລີເຂົ້າຮ່ວມຢ່າງ ພ້ອມພຽງ.

May be an image of 11 people, dais and text
ທ່ານ ອ່ອນລຳພັນ ບົວສີແກ້ວ ກຳມະການພັກແຂວງ ຮອງຫົວ ໜ້າຄະນະຈັດຕັ້ງແຂວງ ໄດ້ ຜ່ານມະຕິຕົກລົງຂອງຄະນະ ປະຈຳພັກແຂວງ ແລະຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດ ວ່າດ້ວຍການຍົກຍ້າຍ ແລະແຕ່ງຕັ້ງພະນັກງານ, ໃນ ນີ້ ໄດ້ຕົກລົງຍົກຍ້າຍ ແລະແຕ່ງ ຕັ້ງທ່ານ ສຸກສາຄອນ ໂພທິລາດ ຫົວໜ້າພະແນກພາຍໃນແຂວງ ເປັນວ່າການເລຂາພັກເມືອງ ວ່າການເຈົ້າເມືອງຊົນນະບູລີ, ຕົກລົງຍົກຍ້າຍທ່ານ ວັນປະເສີດ ແກ້ວມະນີໄຊ ວ່າການເລຂາພັກເມືອງວ່າການເຈົ້າ ເມືອງຊົນນະບູລີ ໄປປະຈຳ ການຢູ່ຫ້ອງວ່າການແຂວງ, ຕົກລົງຍົກຍ້າຍທ່ານ ທອງເວີນ ແກ້ວວົງສັກ ຫົວໜ້າຫ້ອງການ ສຶກສາທິການ ແລະກິລາເມືອງ ໄປປະຈຳການຢູ່ພະແນກສຶກ ສາທິການ ແລະກິລາແຂວງ, ຍົກຍ້າຍທ່ານ ສຸລິຕ້າ ທິລະວົງ ຫົວໜ້າຫ້ອງການ-ການເງິນ ເມືອງ ໄປປະຈຳການ ຢູ່ພະແນກ ການ-ການເງິນແຂວງ.

May be an image of 2 people, dais and text
ໂອກາດນີ້, ທ່ານເຈົ້າ ແຂວງ ສະຫວັນນະເຂດ ກໍ່ໄດ້ໃຫ້ກຽດ ມອບມະຕິຕົກລົງ ແລະຂໍ້ຕົກລົງ ໃຫ້ບັນດາທ່ານທີ່ໄດ້ຮັບການ ແຕ່ງຕັ້ງ-ຍົກຍ້າຍໃນຄັ້ງ ນີ້ຢ່າງ ສົມກຽດ ພ້ອມທັງໄດ້ກ່າວໂອ້ ລົມ ແລະໃຫ້ທິດຊີ້ນຳໃນຫຼາຍ ບັນຫາທີ່ສຳຄັນຕໍ່ການນຳພາ-ຊີ້ນຳວຽກງານຮອບດ້ານຂອງ ຄະນະພັກເມືອງ ໂດຍສະເພາະ ແມ່ນການປັບປຸງປົວແປງພັກໃນແຕ່ລະຂັ້ນເພື່ອໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະການ ກະກຽມສູ່ການດຳເນີນກອງ ປະຊຸມໃຫຍ່ 3 ຂັ້ນຂອງພັກ ກໍ່ ຄືກອງປະຊຸມໃຫຍ່ຄັ້ງທີ VII ອົງຄະນະພັກເມືອງພວກເຮົາ ເພື່ອໃຫ້ມີຜົນສຳເລັດຕາມແຜນ ການທີ່ວາງໄວ້.

May be an image of 3 people, dais and text
ໃນພິທີດັ່ງກ່າວ ຍັງໄດ້ມີ ການລົງນາມໃນບົດບັນທຶກ ມອບ-ຮັບໜ້າທີ່ວຽກງານລະ ຫວ່າງທ່ານວ່າການເລຂາພັກ ເມືອງວ່າການເຈົ້າເມືອງຊົນ ນະບູລີຜູ້ເກົ່າ ແລະຜູ້ໃໝ່ຢ່າງ ເປັນທາງການ.

ຂອບໃຈຂ່າວກຈາກ: ສະຫວັນພັດທະນາ

LEAVE A REPLY

Please enter your comment!
Please enter your name here