ເປີດງານ Let’s Travel ສົ່ງເສີມການທ່ອງທ່ຽວພາຍໃນປະເທດ

0
179

ກົມພັດທະນາ ແລະ ທ່ອງທ່ຽວ ກະຊວງຖະແຫຼ່ງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ຮ່ວມກັບ ສະມາຄົມທຸລະກິດທ່ອງທ່ຽວລາວ ແລະ ສູນການຄ້າວຽງຈັນເຊັນເຕີ ໄດ້ຈັດງານ ສົ່ງເສີມການທ່ອງທ່ຽວພາຍໃນປະເທດ ພາຍໃຕ້ຊື່ງານ “Let’s Travel ບິນ ກິນ ທ່ຽວ ຄົບຈົບໃນງານດຽວ ຂຶ້ນໃນວັນທີ 21 ມີນາ 2025 ທີ່ສູນການຄ້າວຽງຈັນເຊັນເຕີ

ເຂົ້າຮ່ວມຂອງທ່ານ ນາງ ພອນມາລີ ອິນທະພົນ ຫົວໜ້າກົມພັດທະນາການທ່ອງທ່ຽວ, ທ່ານ ອິນທີ ເດືອນສະຫວັນ ປະທານສະມາຄົມ ທຸລະກິດທ່ອງທ່ຽວລາວ, ທ່ານສົມເພັດ ມ້າວປະເສີດ  ປະທານບໍລິສັດ ແຟເຊັດ ພັດະທະນາແຫຼ່ງທ່ອງທ່ຽວ ທໍາມະຊາດ, ທ່ານ ພິຊິດ ໄຊຍະທິດ ປະທານຫໍພິພິຕະພັນສິນລະປະລາວ, ທ່ານ ພູວົງ ພະມີສິດ ປະທານສວນພືກສາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ທຸລະກິດທ່ອງທ່ຽວເຂົ້າຮ່ວມ.

ງານ Let’ Travel ບິນກິນທ່ຽວຄົບຈົບໃນງານດຽວ ຈະຈັດຂຶ້ນ ໃນລະຫວ່າງວັນທີ ວັນທີ 21-23 ມິນາ 2025 ເຊິ່ງງານຄັ້ງນີ້ ເປັນການຮ່ວມຈັດງານສົ່ງເສີມການທ່ອງທ່ຽວລາວເປັນ ຄັ້ງທີ 5 ແລະ ເພື່ອຊ່ວຍສົ່ງເສີມ ພາກສ່ວນ ຫົວໜ່ວຍທຸລະກິດການທ່ອງທ່ຽວ ແລະ ທຸລະກິດທ້ອງຖິ່ນ ໃຫ້ມີຄວາມຟົດຟື້ນໃນປີທ່ອງທ່ຽວລາວນີ້. ພ້ອມທັງມີສິດຮ່ວມລຸ້ນຮັບລາງວັນ ກິບວາວເຊີສະປາ, ແລະ ຫ້ອງພັກຟຣີ ຈາກຫຼາກຫຼາຍສະຖານທີ່ ທ່ອງທ່ຽວ ແລະ ໂຮງແຮມ

ໃນມື້ສຸດທ້າຍຂອງງານ ພຽງແຕ່ທ່ານຈອງແພັກເກັດທ່ອງທ່ຽວພາຍໃນງານ ຄົບ 1 ລ້ານກີບ ແລ້ວນໍາໃບບິນ ຫຼື ຫຼັກຖານການຈອງ ມາຂຽນຄູປ່ອງປ່ອນຊິງໂຊກໄດ້ທີ່ບູດກະຊວງຖະແຫ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຈະມີໄດ້ການຈັບສະຫຼາກປະກາດຜົນລາງວັນ ໃນມື້ສຸດທ້າຍຂອງງານ ຜ່ານຊ່ອງທາງ Facebook Page Vientiane Center.

ພາຍໃນງານ ໄດ້ມີການ ເສວະນາ ໃນການສົ່ງເສີມການທ່ອງທ່ຽວ ເພື່ອເຮັດແນວໃດ ໃຫ້ຂະແໜງການທ່ອງທ່ຽວພາຍໃນມີຄວາມຄືກຄື້ນ, ສ້າງບັນຍາກາດດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວລາວໃຫ້ຫຼາຍຂຶ້ນ ນໍາເງິນຕາເຂົ້າມາພັດທະນາປະເທດຊາດ.

 

LEAVE A REPLY

Please enter your comment!
Please enter your name here