ຕົ້ນປີ 2025 ຜູ້ຊົມໃຊ້ລົດໄຟຟ້າໃນປະເທດລາວ 29%

0
200

ຕະຫຼາດລົດໄຟຟ້າ ທີ່ຈໍາໜ່າຍໃນປະເທດລາວພ້ວມສົດໃສ ຫຼາຍຄ້າຍລົດໄດ້ ຫຼັງໄຫຼເຂົ້າມາແຂ່ງຂັນເປີດຕະຫຼາດ ທີ່ນໍາເອົານະວັດຕະກໍາ ແລະ ເຕັກໂນໂລຊີ ທັນສະໄໝ ເຂົ້າໃນລົດລຸ້ນຕ່າງໆ  ເຮັດໃຫ້ຜູ້ບໍລິໂພກມີທາງເລືອກໃນການຊົມໃຊ້ ຫຼ້າສຸດ ໄດ້ມີງານ ວາງສະແດງລົດ ວຽງຈັນ ອີໂຄ ມໍເຕີ 2025 ທີ່ເນັ້ນເອົາລົດໄຟຟ້າ, ລົດໄຣບຣິດ ແລະ ລົດທີ່ໃໍຊ້ນໍ້າມັນເຂົ້າມາວາງສະແດງ.

ທ່ານນາງ ສຸພະລັກ ແກ້ວບຸນນໍາ  ຝ່າຍກາຍຕະຫຼາດ ບໍລິສັດ ໂອໂຕ ເອເຊຍ ຈໍາກັດ ໃຫ້ສໍາພາດນັກຂ່າວ ວັນທີ 21 ມີນາ2025 ທີ່ສູນການຄ້າ ລາວໄອເຕັກ, ນະຄອນຫຼວງວຽງຈັນ ວ່າ: ບໍລິສັດ ໄດ້ຈໍາໜ່າຍລົດ GWM ຢ່າງເປັນທາງການໃນສປປ ລາວ, ເຫັນວ່າ ຜູ້ຊົມໃຊ້ໃນປະເທດລາວເພີ່ມຂຶ້ນ ເຊິ່ງໃນປີ 2024 ມີຜູ້ຊົມໃຊ້ 14%, ມາເຖິງຕົ້ນປີ 2025 ຕາມການສໍາຫຼວດຕະຫຼາດ ມີຜູ້ຊົມໃຊ້ລົດໄຟຟ້າໃນປະເທດລາວເຮົາເຖິງ 29%

ຍ້ອນວ່າ ລົດໄຟຟ້າ ແມ່ນປະຢັດ ພ້ອມທັງຫຼຸດຜ່ອນມົນລະພິດ ເປັນມິດຕໍ່ສິ່ງແວດລ້ອມ, ປະຢັດເງິນ, ການໃຊ້ວຽກງານກໍຄ່ອງແຄ້ວ, ລາຄາບໍ່ແພງ ຊຶ່ງໄດ້ເປີດກວ້າງໃຫ້ສັງຄົມໄດ້ຈັບຕ້ອງໄດ້ ພາຍຫຼັງທີ່ລູກຄ້າຊື້ ບໍລິສັດມີຮັບປະກັນຫຼັງການຂາຍ, ມີສູນບໍລິການສ້ອມແປງ ທີ່ທັນສະໄໝ ມີທັງຫ້ອງວາງສະແດງ-ຂາຍ  ຊຶ່ງມີນາຍຊ່າງຜູ້ເປັນຊ່ຽວຊານທີ່ສໍານານງານ ມືອາຊີບ ໄວ້ຄອຍບໍລິການລູກຄ້າສະເໝີ ສາມາດຕອບສະໜອງໃຫ້ກັບລູກຄ້າ ໄດ້ຖ່ວງທັນເວລາ.

ທ່ານກ່າວວ່າ:  ຢາກໃຫ້ບັນດາທ່ານໄດ້ຫັນມາຊົມໃຊ້ລົດ ລຸ້ນລາຄາບໍ່ແພງ  ເຜີຍແຜ່ເລື່ອງຄຸນປະໂຫຍດ ໃນການໃຊ້ງານ ຂອງລົດໄຟຟ້າ, ບໍລິສັດມີເຟດບຸກ GWM LAO ແມ່ນໃຫ້ຂໍ້ມູນ ທັງແນະນໍາການບໍາລຸງຮັກສາ ແລະ ຍັງໄດ້ມີການປະໂມດສິນຄ້າພິເສດນໍາ. ນອກຈາກນະຄອນຫຼວງວຽງຈັນແລ້ວ ຍັງໄດ້ຂະຫຍາຍສູນບໍລິການຫຼັງການຂາຍສູ່ແຂວງຈໍາປາສັກນໍາ, ສໍາລັບລົດ GWM ຍອດການຂາຍກວມ 10% ໃຫ້ຜົນດີເກີນຄາດໝາຍແລ້ວ , ໃນງານວາງສະແດງຄັ້ງນີ້ ບໍລິສັດມີຄວາມຄາດຫວັງ ເພື່ອນໍາສະເໜີຜະລິດຕະພັນຂອງບໍລິສັດ ຢາກໃຫ້ສັງຄົມ ລົບຄວາມຊົງຈໍາເກົ່າໆທີ່ວ່າ ສິນຄ້າຈີນ(ລົດຈີນ)ບໍ່ດີ ນັ້ນອອກ, ຂໍໃຫ້ບັນດາທ່ານຈົ່ງໝັ້ນໃຈ ແລະ ໄດ້ເປີດໃຈ ນໍາໃຊ້ສິນຄ້າຈີນ(ລົດຈີນ) ໂດຍສະເພາະ GWM ເພາະວ່າ ເປັນລົດຍີ່ຫໍ້ຊັ້ນນໍາໃນປະເທດຈີນ, ນໍາມາຂາຍໃນປະເທດລາວ ແມ່ນເນັ້ນຄວາມທົນທານເປັນຫຼັກ, ຄວາມຄຸ້ມຄ່າດ້ານລາຄາ ຫ້ອງຂາຍລົດ GWM LAO ຕັ້ງຢູ່ບ້ານໂພນທັນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ

ງານ ວຽງຈັນ ອີໂຄ້ ມໍໂຕ ເອັກໂປຣ 2025 ຈະດໍາເນີນໄປຮອດວັນທີ 30 ມີນາ 2025 ທີ່ສູນການຄ້າລາວໄອເຕັກ ຕືກເກົ່າ.

LEAVE A REPLY

Please enter your comment!
Please enter your name here