ໃນວັນທີ 21 ມີນາ 2025 ໄດ້ມີພິທີເປີດໂຕ “ຢ່າໃຫ້ໃຜມາຢຽບຝັນຂອງເຮົາ” ປື້ມ Grand Opening Book Follow Your Dream ທີ່ຂຽນໂດຍທ່ານ ຫັດສະຫວັນ ແຮມະນີ (ຄູເຊັ່ງ) ຜູ້ອຳນວຍການ ບໍລິສັດ ກຸ່ມການສຶກສາ ລາວສ້າງຝັນ ຈຳກັດ. ທີ່ໂຮງແຮມສຸພັດຕາ. ໂດຍການເຂົ້າຮ່ວມຂອງທ່ານ ສາສະດາຈານ ປອ. ພູເພັດ ກ້ຽວພິລາວົງ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ພ້ອມມີທັງນັກຂຽນ, ນັກເວົ້າ, ບັນດາເຈົ້າຂອງທຸລະກິດ, ຄອບຄົວຂອງຄູເຊັ່ງ ແລະ ສື່ມວນຊົນເຂົ້າຮ່ວມ.
ພາຍໃນງານມີບັນດານັກເວົ້າ, ນັກຂຽນ ແລະ ຜູ້ປະກອບສ່ວນຂຽນຄຳນິຍົມໃນປື້ມເຫຼັ້ມນີ້ກໍໄດ້ພາກັນຂຶ້ນກ່າວເຖິງຄວາມສຳຄັນຂອງເນື້ອໃນປື້ມ ທີ່ເຕັມໄປດ້ວຍຂໍ້ມູນທີ່ດີື້ ແລະ ມີປະໂຫຍດ ທີ່ສຳຄັນສາມາດນຳໄປໃຊ້ໃນຊີວິດຈິງໄດ້.
ເນື້ອຫາສຳຄັນຂອງປື້ມຫົວດັ່ງກ່າວຈະປະກອບມີ 5 ຫົວຂໍ້ຫັກ ເຊັ່ນ:
1). Dream Big ຝັນໃຫຍ່;
2). ACT Small ເຮັດສິ່ງນ້ອຍໆ;
3). Move Right ເຄື່ອນໄຫວຢ່າງຖືກຕ້ອງ;
4). Go Fast ໄປໃຫ້ໄວ;
5). Enjoy Slow ໃຊ້ຊີວິດປະຈຸບັນຢ່າງມີຄວາມສຸກ.
ທ່ານ ຫັດສະຫວັນ ແຮມະນີ ໄດ້ກ່າວບາງຕອນວ່າ: ກ່ອນໜ້ານີ້ໄດ້ເຄີຍຂຽນປື້ມອອກມາ 2 ເຫຼັ້ມ ແຕ່ຍ້ອນຫຼາຍປັດໄຈ ຈຶ່ງບໍ່ສາມາດພິມອອກມາສູ່ສັງຄົມໄດ້ ແລະ ສ່ວນປື້ມ “ຢ່າໃຫ້ໃຜມາຢຽບຝັນຂອງເຮົາ” Follow Your Dream ແມ່ນໃຊ້ເວລາ 3 ປີ 2022-2025 ຈຶ່ງສຳເລັດ. ຂ້າພະເຈົ້າຄິດວ່າຄົນເຮົາມີ 2 ເກີດຄື: 1). ເກີດມາຈາກທ້ອງແມ່ ແລະ ສ່ວນເກີດທີ່ 2). ແມ່ນເຮົາເກີດຂຶ້ນມາເພື່ອຈະເຮັດຫຍັງ? ເກີດມາເພື່ອຈະເປັນຫຍັງ ແລະ ຢາກຈະສ້າງຫຍັງທີ່ມີຄຸນຄ່າໃຫ້ກັບສັງຄົມ ແລະ ປື້ມ “ຢ່າໃຫ້ໃຜມາຢຽບຝັນຂອງເຮົາ” ມີເປົ້າໝາຍທີ່ຈະປ່ຽນແປງຊີວິດ ແລະ ພ້ອມທີ່ສ້າງຄວາມຝັນໃຫ້ກາຍເປັນຈິງ.
ງານຄັ້ງນີ້ບໍ່ແມ່ນພຽງການເປີດໂຕປື້ມ “ຢ່າໃຫ້ໃຜມາຢຽບຝັນຂອງເຮົາ” ເທົ່ານັ້ນຍັງໄດ້ແບ່ງປັນແນວຄວາມຄິດ, ການເວົ້າ ແລະ ການກະທຳທີ່ຄູເຊັ່ງປະຕິບັດມາ 46 ປີ ທີ່ລົງມືປະຕິບັດຈິງ ແລະ ໄດ້ຜົນຮັບຕົວຈິງມາແບ່ງປັນກັບຜູ້ເຂົ້າຮ່ວມງານອີກດ້ວຍ. ຄາດວ່າໃນຕໍ່ໜ້າຈະຂຽນປື້ມການບໍລິຫານຄວາມສຳເລັດ ແລະ ຫຼັກການການບໍລິຫານ ຫຼື ຜູ້ນຳອົງກອນ.
ທຸກໆຄວາມຝັນ ແລະ ທຸກໆເປົ້າໝາຍຂອງທ່ານຈະເປັນຈິງຖ້າທ່ານໄດ້ອ່ານປື້ມຫົວນີ້. ສຳລັບທ່ານໃດທີ່ສົນໃຈສາມາດຊື້ໄດ້ທີ່ຮ້ານຂາຍປື້ມດີບຸກ (D BOOK) ຕິດຕໍ່ຜ່ານເພສໂຮງຮຽນ Laosangfanh Business Academy ໄດ້.