ພິທີໂຮມຊຸມນຸມໃຫຍ່ ສະເຫຼີມສະຫຼອງ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ (22 ມີນາ 1955 – 22 ມີນາ 2025) ໄດ້ຈັດຂຶ້ນໃນວັນທີ 22 ມີນາ 2025 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກ, ບັນດາສະຫາຍອະດີດການນໍາຂັ້ນສູງພັກ-ລັດ, ພະນັກງານປະຕິວັດອາວຸໂສ, ບັນດາທ່ານທູດ-ທູຕານຸທູດຈາກປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ, ບັນດາການນໍາຂັ້ນສູງຈາກພາກສ່ວນຕ່າງໆ ພ້ອມດ້ວຍຊາວໜຸ່ມ-ເຍົາວະຊົນ ແລະ ທຸກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ກິແກ້ວ ໄຂຄໍາພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ທັງເປັນຜູ້ປະຈໍາການຄະນະຮັບຜິດຊອບຊີ້ນໍາລະດັບຊາດ ເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນນາມຈັດຕັ້ງພິທີຄັ້ງນີ້ ໄດ້ຂຶ້ນເຊີນເຄົາລົບທຸງຊາດ ເພື່ອກ້າວສູ່ພິທີໂຮມຊຸມນຸມຢ່າງເປັນທາງການ ແລະ ໄດ້ກ່າວຈຸດປະສົງຂອງພິທີ.
ສະຫາຍ ທອງລຸນ ສີສຸດລິດ ໄດ້ຂຶ້ນກ່າວສູນທອນພົດ ຊຶ່ງມີເນື້ອໃນບາງຕອນສຳຄັນວ່າ: ມື້ນີ້, ຄະນະບໍລິຫານງານສູນກາງພັກ ປປລ, ຄະນະພັກ ແລະ ປະຊາຊົນຊາວນະຄອນຫຼວງວຽງຈັນ ຕາງໜ້າໃຫ້ທົ່ວພັກ ແລະ ປວງຊົນລາວທັງຊາດ ໄດ້ຮ່ວມກັນຈັດຕັ້ງພິທີໂຮມຊຸມນຸມໃຫຍ່ລະດັບຊາດ ຂຶ້ນທີ່ນະຄອນຫຼວງວຽງຈັນ, ໝາກຫົວໃຈຂອງປວງຊົນລາວທັງຊາດ ພ້ອມໆກັບບັນດາແຂວງ ໃນທົ່ວປະເທດພ້ອມໆກັນ ໃນເວລາດຽວກັນນີ້ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ທີ່ເຕັມໄປດ້ວຍບັນຍາກາດອັນເບີກບານມ່ວນຊື່ນ ແລະ ນໍ້າໃຈຟົດຟື້ນປະຕິວັດ. ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍຕາງໜ້າໃຫ້ສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ສູນກາງແນວລາວສ້າງຊາດ ຂໍສົ່ງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງ ອັນສະໜິດສະໜົມ ແລະ ຄໍາອວຍພອນໄຊອັນປະເສີດ ໄປຍັງບັນດາສະຫາຍອະດີດການນໍາ ພັກ-ລັດ, ນັກປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ ໃນທົ່ວປະເທດ, ສະມາຊິກພັກ-ພະນັກງານ, ທະຫານ, ຕໍາຫຼວດ, ປະຊາຊົນລາວບັນດາເຜົ່າ ແລະ ພີ່ນ້ອງເຊື້ອສາຍລາວ ທີ່ອາໄສຢູ່ຕ່າງປະເທດ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດ ໃນການປະຕິບັດໜ້າທີ່ວຽກງານ ແລະ ການດໍາລົງຊີວິດ ຂອງທຸກຄົນ ມານະໂອກາດນີ້ດ້ວຍ.
ໃນພິທີອັນສຳຄັນຍິ່ງນີ້, ພວກເຮົາ ສຸດທີ່ອາໄລອາວອນ ແລະ ຈົດຈໍາລໍ້າລຶກບຸນຄຸນອັນປະເສີດ ຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ເຄົາລົບຮັກ, ຜູ້ນໍາພາກໍ່ຕັ້ງຝຶກຝົນຫຼໍ່ຫຼອມ, ຖະນຸບໍາລຸງສ້າງພັກເຮົາ ໃຫ້ເຕີບໃຫຍ່ເຂັ້ມແຂງ, ຜູ້ນໍາພາ ພາລະກິດປະຕິວັດ ແລະ ນຳພາສ້າງຕັ້ງລະບອບປະຊາທິປະໄຕປະຊາຊົນ, ຜູ້ອອກແບບ, ບຸກເບີກ ແລະ ນໍາພາ ພາລະກິດປ່ຽນແປງໃໝ່ ຢູ່ປະເທດເຮົາ. ພ້ອມກັນນີ້, ພວກເຮົາ ກໍມີຄວາມຄິດຄະນຶງຫາ ແລະ ຈົດຈໍາລໍ້າລຶກເຖິງວິລະກໍາ ອັນລໍ້າເລີດ, ການເສຍສະຫຼະອັນໃຫຍ່ຫຼວງ ຂອງບັນດາຜູ້ນໍາຮຸ່ນກໍ່ຕັ້ງ ແລະ ຮຸ່ນສືບທອດ ຂອງພັກ, ພະນັກງານ-ສະມາຊິກພັກ, ນັກຮົບປະຕິວັດ ແລະ ປະຊາຊົນລາວ ຜູ້ຮັກຊາດ ທີ່ໄດ້ອຸທິດເລືອດເນື້ອ, ເຫື່ອແຮງ ເຂົ້າໃນພາລະກິດປະຕິວັດ, ເພື່ອຄວາມເປັນເອກະລາດແຫ່ງຊາດ, ອິດສະຫຼະພາບ ແລະ ຄວາມສົມບູນພູນສຸກ ຂອງປະເທດ ແລະ ປະຊາຊົນລາວ ໃນໄລຍະທີ່ຜ່ານມາ.
ໃນພິທີ, ສະຫາຍ ທອງລຸນ ສີສຸລິດ ໄດ້ຂໍຮຽນເຊີນບັນດາສະຫາຍ ທີ່ເຂົ້າຮ່ວມພິທີ ທັງຢູ່ທີ່ນີ້ ແລະ ກຳລັງຮ່ວມພິທີດັ່ງກ່າວນີ້ ຢູ່ທຸກໆແຫ່ງໃນທົ່ວປະເທດ ລຸກຂຶ້ນກົ້ມຫົວໄວ້ອາໄລເຖິງດວງວິນຍານ ຂອງບັນດາ ສະຫາຍ ຜູ້ທີ່ລ່ວງລັບໄປ. ຈາກນັ້ນ, ສະຫາຍ ກໍໄດ້ຫວນຄືນມູນເຊື້ອແຫ່ງການນໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງພັກ ປປລ, ການນໍາພາຂອງພັກໃນຕະຫຼອດ 70 ປີ ຜ່ານມາ; ເພື່ອສືບຕໍ່ເສີມຂະຫຍາຍ ພາລະກໍາປະຫວັດສາດອັນຍິ່ງໃຫຍ່ ແລະ ການສືບຕໍ່ພາລະກິດປະຕິວັດຂອງພັກເຮົາ ໃຫ້ດໍາເນີນໄປດ້ວຍຄວາມໜັກແໜ້ນ ແລະ ມີໄຊ, ສະຫາຍ ໄດ້ຕາງໜ້າສູນກາງພັກ, ການນຳ ພັກ-ລັດ ຮຽກຮ້ອງມາຍັງ ບັນດາສະຫາຍຄະນະພັກ-ຄະນະນໍາແຕ່ລະຂັ້ນ, ພະນັກງານ-ສະມາຊິກພັກ, ນັກຮົບປະຕິວັດ ຈົ່ງອອກແຮງຖະນຸບໍາລຸງ, ປັບປຸງກໍ່ສ້າງພັກ, ຍົກສູງມານະຈິດປະຕິວັດ, ຄວາມສາມາດນໍາພາ, ເພີ່ມທະວີຄວາມຮັບຜິດຊອບການເມືອງ ຂອງທຸກການຈັດຕັ້ງ ແລະ ສະມາຊິກພັກໃຫ້ສູງຂຶ້ນ.
ພິທີໂຮມຊຸມນຸມໃຫຍ່ຄັ້ງນີ້, ຍັງໄດ້ຈັດໃຫ້ມີການຂຶ້ນກ່າວສະແດງຄວາມຮູ້ສຶກ ຂອງຜູ້ຕາງໜ້າກຳລັງປະກອບອາວຸດ, ຜູ້ຕາງໜ້າຊາວຜູ້ອອກແຮງງານ ແລະ ຊາວໜຸ່ມລາວ ຕໍ່ພັກ ກໍຄື 70 ປີ ພາຍໃຕ້ການນໍາພາຂອງພັກ ປປລ.
ໃນປີຄົບຮອບໃຫຍ່ອີກກາລະໂອກາດ ທີ່ໄດ້ໝູນວຽນມານີ້, ບຸນໃຫຍ່ແຫ່ງການສະເຫຼີມສະຫຼອງ 70 ປີ ວັນສ້າງຕັ້ງພັກ ປປລ ກໍໄດ້ມີບັນດາແຂວງ, ເມືອງ ແລະ ບ້ານຕ່າງໆ ໃນຂອບເຂດທົ່ວປະເທດ ກໍໄດ້ເຕົ້າໂຮມປະຊາຊົນພາຍໃນບ້ານຂອງຕົນ ເຂົ້າໂຮມຊຸມນຸມ ເພື່ອຮັບຊົມພິທີໂຮມຊຸມນຸມໃຫຍ່ ໄປພ້ອມໆກັນ.