ມອບເຂົ້າສານກາຈໍາປາຫອມ  1 ໂຕນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ຫຼວງນໍ້າທາ

0
126

ບໍລິສັດ ຈໍາປາຫອມການຄ້າ ຂາອອກ-ຂາເຂົ້າ ຮ່ວມກັບ ສະຫະພັນແມ່ຍິງເຊື້ອຊາດລາວຢູ່ເມືອງ ຟອດສມິດ ສະຫະລັດອາເມລິກາ ມອບເຂົ້າສານ 1.000 ກີໂລມູນຄ່າ 25 ລ້ານກີບ ໃຫ້ສະພາປະຊາຊົນແຂວງຫຼວງນໍ້າທາເພື່ອນໍາໄປມອບຊ່ວຍເຫຼືອ ປະຊາຊົນທີ່ຖືກອຸທົກກະໄພ ນໍ້າຖ້ວມ ໄຫຼສຸເຮືອນ 35 ຫຼັງ ໃນປີ 2024 ຢູ່ແຂວງຫຼວງນໍ້າທາ

ພິທີດັ່ງກ່າວຈັດຂຶ້ນ ໃນວັນທີ 21 ມີນາ 2025 ທີ່ຫໍສະພາແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ຄຳຈັນ ໂສຕາປະເສີດ ປະທານກຳມາທິການບັນດາເຜົ່າ, ສະພາແຫ່ງຊາດ, ທ່ານ ຄຳຟອງ ອິນມານີ ປະທານສະພາປະຊາຊົນແຂວງຫຼວງນໍ້າທາ ໂດຍມີຮອງປະທານ, ຄະະນະປະທານສະພາປະຊາຊົນແຂວງຫຼວງນໍ້າທາພ້ອມຄະນະ, ທ່ານ ນາງ ຈອມຄໍາ ຂັດທະຈັນ ທີ່ປືກສາ ສະຫະພັນ ແມ່ຍິງເຊື້ອຊາດລາວຢູ່ເມືອງ ຟອດສມິດ ສະຫະລັດອາເມລິກາ ພ້ອມດ້ວຍທີ່ປຶກສາ ແລະ ເພື່ອຮ່ວມງານຂອງ ບໍລິສັດຈໍາປາຫອມ ການຕ້າເຂົ້າຮ່ວມ.

ໃນພິທີ ທ່ານ ຄຳຈັນ ໂສຕາປະເສີດ ປະທານກຳມາທິການບັນດາເຜົ່າ, ສະພາແຫ່ງຊາດ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ກ່າວຈຸດປະສົງໃນພິທີດັ່ງກ່າວ ຫຼັງຈາກນັ້ນ ທ່ານ ຄຳຟອງ ອິນມານີ ປະທານສະພາປະຊາຊົນແຂວງຫຼວງນໍ້າທາ ກໍໄດ້ກ່າວສະແດງຄວາມຂອບໃຈ ມາຍັງການມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ເຊິ່ງເຄື່ອງທີ່ໄດ້ເຮັບກໍຈະໄດ້ນໍາໄປ ມອບໃຫ້ຄອບຄົວຜູ້ທີ່ໄດ້ຮັບຜົນກະທົບໃຫ້ທົ່ວເຖິງ.

ທ່ານ ນາງ ບຸນຮຽງ ພົມມີໄຊ ກໍໄດ້ກ່າວວ່າ ເຂົ້າທີ່ນໍາມາມອບໃນຄັ້ງນີ້ ເປັນຄວາມຕັ້ງໃຈຂອງ ບໍລິສັດ ຮ່ວມກັບ ສະຫະພັນແມ່ຍິງເຊື້ອຊາດລາວຢູ່ເມືອງ ຟອດສມິດ ເພື່ອຢາກບິແບ່ງຄວາມຊ່ວຍເຫຼືອແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບອຸທົກກະໄພນໍ້າຖ້ວມໃນປີຜ່ານມາ, ພ້ອມນັ້ນ ບໍລິສັດຈໍາປາຫອມການຄ້າ ໃນນາມ ຜູ້ສົ່ງເສີມການຜະລິດເຂົ້າໃຫ້ເປັນສິນຄ້າ ຕັ້ງໃຈຢາກສົ່ງເສີມການປູກເຂົ້າຢູ່ແຂວງຫຼວງນໍ້າທາ ເພື່ອໃຫ້ເປັນສິນຄ້າ ໂດຍສະເພາະແມ່ນເຂົ້າແນວພັນທ້ອງຖິ່ນຂອງແຂວງ ກໍ່ຄືເຂົ້າຕາຂຽດ ທີ່ມີລົດຊາດເປັນເອກະລັກ ຖ້າຫາກໄດ້ຮັບການສົ່ງເສີມການຜະລິດແບບອຸດສາຫະກໍາທັນສະໄໝ ເຊື່ອແນ່ວ່າ ສາມາດຕິຕະຫຼາດທັງພາຍໃນ ແລະ ຕ່າງປະເທດໄດ້ ເຊິ່ງຜ່ານມາ ບໍລິສັດກໍໄດ້ສົ່ງອອກເຂົ້າ ໄປຈໍາໜ່າຍຢູ່ປະເທດສະຫະລັດອາເມລິກາ ແລະ ບັນດາປະເທດເອີລົບ.

ທ່ານ ນາງ ທ່ານ ນາງ ຈອມຄໍາ ຂັດທະຈັນ ກ່າວວ່າ ຂ້າພະເຈົ້າເຫັນຂ່າວການເກີດອຸທົກກະໄພ ນໍ້າຖ້ວມ ກໍ່ມີແນວຄວາມຄິດຢາກຊ່ວຍເຫຼືອ ໂດຍໄດ້ລະດົມນໍາສະມາຊິກແມ່ຍິງລາວທີ່ເມືອງ ຟອດສມິດ ໄດ້ຈໍານວນໜຶ່ງ ແລ້ວກໍມາສົມທົບກັບໝູ່ເພື່ອນຢູ່ປະເທດລາວ  ແລະ ບໍລິສັດຈໍາປາຫອມເພື່ອຈັດມອບເຂົ້າໃນຄັ້ງນີ້ ພວກເຮົາມີຄວາມພາກພູມໃຈທີ່ສຸດ ທີ່ໄດ້ປະກອບສ່ວນຊ່ວຍເຫຼືອພໍ່ແມ່ປະຊາຊົນລາວຮ່ວມຊາດ.

 

 

LEAVE A REPLY

Please enter your comment!
Please enter your name here