ເປີດງານວາງ ວຽງຈັນ ອີໂຄ້ ມໍໂຕເອັກໂປຣ 2025

0
184

ໃນວັນທີ 21 ມີນາ 2025 ທີ່ສູນການຄ້າລາວໄອເຕັກ ຫຼັງເກົ່າ ໄດ້ມີການຈັດງານ Vientiane Eco Motor EXPO 2025 ຂຶ້ນ ໂດຍການຈັດຂຶ້ນລະຫວ່າງ ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ກະຊວງອຸດສະຫະກໍາ ແລະ ການຄ້າ ຮ່ວມກັບ ບໍລິສັດ ອີລີເກັ້ນ ອີເວັ້ນ ຈຳກັດຜູ້ດຽວ ເຂົ້າຮ່ວມຂອງທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ຈັນສະໝອນ ສີສະອາດ ຮອງຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກຳ, ທ່ານ ສຸພາວັນ ຂັນແກ້ວ ຮອງອຳນວຍການ ບໍລິສັດ ອີລີເກັ້ນ ອີເວັ້ນ ຈຳກັດຜູ້ດຽວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ໂຕແທນຄ້າຍລົດເຂົ້າຮ່ວມ.

 

ທ່ານ  ສຸພາວັນ ຂັນແກ້ວ ຮອງອຳນວຍການ ບໍລິສັດ ອີລີເກັ້ນ ອີເວັ້ນ ຈຳກັດຜູ້ດຽວ ກ່າວວ່າ: ງານVientiane Eco Motor EXPO 2025 ຈັດຂື້ນເປັນຄັ້ງທຳອິດ ພາຍໃຕ້ແນວຄິດ ການສົ່ງເສີມ ແລະ ໂຄສະນາການນໍາໃຊ້ລົດໄຟຟ້າ ເທັກໂນໂລຊີ ນະວັດຕະກຳລົດ ກ້າວສູ່ອະນາຄົດ ໃນລະຫວ່າງວັນທີ 22 – 30 ມິນາ 2025 ທີ່ ສູນວາງສະແດງສິນຄ້າ ລາວ – ໄອເຕັກ ນະຄອນຫຼວງວຽງຈັນ.

ທ່ານກ່າວວ່າ: ຈຸດປະສົງຂອງການຈັດງານຄັ້ງນີ້:   ເພື່ອເປັນການສົ່ງເສີມການຂາຍ ແລະ ໂຄສະນາການນໍາໃຊ້ລົດທີ່ມີການຜະລິດອອກມາໃໝ່, ມີຄວາມທັນສະໄໝ ທີ່ເປັນລະບົບໄຟຟ້າ ແລະ ລວບລວມເອົາທຸກພາກສ່ວນທີ່ຕິດພັນກັບອຸດສາຫະກໍາ ລົດເຂົ້າມາໂຄສະນາ ຊຶ່ງເນັ້ນໃສ່ປະເພດລົດໄຟຟ້າເປັນຫລັກ ຕາມທີ່ນະໂຍບາຍສົ່ງເສີມຂອງລັດຖະບານໃຫ້ຫັນມານຳໃຊ້ລົດໄຟຟ້າໃຫ້ຫລາຍຂຶ້ນ ເຊິ່ງກໍມີທັງ ຄຸນນະພາບ ມາດຕະຖານ ແລະ ລາຄາທີ່ແຕກຕ່າງກັນໄປ ຍ້ອນແນວນັ້ນຈຶ່ງກໍໃຫ້ເກີດ ມີຄວາມຄິດ ທີ່ຈະໃຫ້ຂໍ້ມູນຜູ້ຊົມໃຊ້ ສາມາດປຽບທຽບຂໍ້ມູນຕ່າງໆ ຂອງລົດແຕ່ລະລຸ້ນ, ແຕ່ລະຍີ້ຫໍ້ ໄດ້ຢ່າງທົ່ວເຖິງ ບັນດາຜູ້ຜະລິດ ແລະ ຕົວແທນຈຳໜ່າຍ ກໍບໍ່ສາມາດນໍາສະເໜີຜະລິດຕະພັນ, ສິນຄ້າ ແລະ ການບໍລິການ ການຕະຫລາດ, ການໂຄສະນາຂອງຕົນ ໄປສູ່ກຸ່ມລູກຄ້າເປົ້າໝາຍ ໄດ້ທົ່ວເຖິງເຊັ່ນດຽວກັນ.

ທັ້ງນີ້ ເພື່ອພັກດັນການແຂ່ງຂັນວົງການ ຍານພາຫະນະ ໃນບ້ານເຮົາໄດ້ມີການເຕີບໂຕ ແລະ ເຫັນໄດ້ເຖິງຄວາມສຳຄັນລະຫວ່າງຄວາມຕ້ອງການຂອງຜູ້ຊື້ ແລະ  ຜູ້ຂາຍ ທາງບໍລິສັດ ອີລີເກັ້ນ ອີເວັ້ນ ຈຳກັດຜູ້ດຽວ, ຈຶ່ງເຂົ້າມາມີສ່ວນຮ່ວມ ເພື່ອເປັນສື່ກາງ ໃຫ້ແກ່ຜູ້ປະກອບການທາງດ້ານທຸລະກິດລົດ ໄດ້ມີການໂຄສະນາ ແລະ ເພື່ອເປັນຂໍ້ມູນໃນການຕັດສິນໃຈຊື້.

 

ທ່ານກ່າວວ່າ: ພາຍໃນງານໄດ້ມີການວາງສະແດງລົດຍົນ ແລະ  ຈໍາໜ່າຍສິນຄ້າຫຼາກຫຼາຍຄ້າຍລົດຫລາຍກວ່າ 23 ຄ້າຍ ລວມຈຳນວນ 40 ຫ້ອງ ນອກນັ້ນ ຍັງມີສິນຄ້າໂອດອບ ແລະ ສິນຄ້າທ່າແຮງຂອງລາວ ຈຳນວນ 20 ຫ້ອງ  ນອກນັ້ນມີກິດຈະກຳ  ສຳລັບລູກຄ້າທີ່ຈອງລົດພາຍໃນງານ  10 ຫ້ອງທຳອິດ ຈະມີສິດພິເສດ  ຕິດລາຍສະຕິກເກີ ແລະ ຕົບແຕ່ງລໍ້ແມັກ, ໃນແຕ່ລະມື້ ຈະມີການແຈກລາງວັນ ຫລາຍກວ່າ 6 ຢ່າງ  ໃນ 500 ຄັນທຳອິດ ແລະ 30 ຄັນ ທຳອິດເຊັ່ນ: ນໍ້າຫອມລົດ, ນໍ້າຢາລ້າງລົດ, ບັດເຄືອແກ້ວລົດ ແລະ ອື່ນໆຫລາກຫລາຍ, ພາຍໃນງານຍັງມີການລຸ້ນລາງວັນ ລົດຈັກໄຟຟ້າ ຈຳນວນ 10 ຄັນ, ຕູ້ເຢັນ ຈຳນວນ 20 ໜ່ວຍ, ກະເປົາເດີນທາງຈຳນວນ 20 ໜ່ວຍ, ສໍາລັບຜູ້ເຂົ້າຮ່ວມຫລິ້ນກິດຈະກໍາ ພາຍໃນງານ ແລະ ທາງເພຈຈະໄດ້ຮັບ ຕຸກກະຕາ limited edition  ສະເພາະງານ 1.000 ຕົວ, ສາຍຫ້ອຍ limited edition  ສະເພາະງານ 500 ຕົວ ອື່ນໆ ອີກຢ່າງຫຼວງຫຼາຍ.

 

ນອກນັ້ນ ພາຍໃນມີງານຍັງປະກວດແຂ່ງຂັນເຕັນ ອໍດີຊັນ, ມີການແຂ່ງຟ້ອນ ຈາກບັນດາກຸ່ມນ້ອງໆນັກຮຽນທີ່ມີຄວາມສາມາດ.  ຍັງມີໂປຣໂມຊັ້ນຈາກບັນດາຄ້າຍລົດພາຍໃນງານຢ່າງຫຼາກຫຼາຍໄວ້ຄອຍບໍລິການດຶງດູດເເຂກທີ່ເຂົ້າມາຮ່ວມພາຍໃນງານຂອງພວກເຮົາ. ນອກນັ້ນ  ທາງດ້ານນອກ ອາຄານຍັງມີ ການສະແດງຂອງ ສິລະປິນ ທັງພາຍໃນ ແລະ ເພື່ອບ້ານ ທີ່ຈະມາມອບສຽງເພັງມ່ວນໆ ເພື່ອສ້າງສີສັນໃນງານຂອງພວກເຮົາອີກດ້ວຍ.

ທ່ານ ຈັນສະໝອນ ສີສະອາດ ກ່າວວ່າ: ງານ​ວາງ​ສະ​ແດງສິນຄ້າ ແມ່ນການໂຄສະນາ ນຳສະເໜີຜະລິດຕະພັນສິນຄ້າ ແລະ ບໍລິການ ຂອງຫົວໜ່ວຍທຸລະກິດ ເພື່ອໃຫ້ຜູ້ຊົມໃຊ້  ກໍຄື ຄວາມຕ້ອງການຂອງຕະຫຼາດ ໄດ້ສື່ສານຂໍ້ມູນ, ແລກປ່ຽນ ແລະ ສະເໜີເງື່ອນໄຂ ໃນການຊື້ຂາຍສິນຄ້າ ກ້າວໄປເຖິງການສ້າງເງື່ອນໄຂ ແລະ ການຮ່ວມມືທາງທຸລະກິດ ໃນອະນາຄົດ. ງານວາງສະແດງສິນຄ້າ ປະເພດລົດຍົນ ​ເປັນການຊຸກຍູ້ ສ້າງ​ໂອ​ກາດ​ໃຫ້​ກັບ​ ບັນດາບໍລິສັດຈຳໜ່າຍ​ລົດ​ ໄດ້ມານຳສະເໜີໃຫ້ເຫັນ ຄຸນນະພາບຂອງລົດລຸ້ນຕ່າງໆ, ໃຫ້ຂໍ້ມູນການນຳໃຊ້ທີ່ ເໝາະສົມກັບຄວາມຕ້ອງການ ໂດຍສະເພາະ ໂຄສະນາສົ່ງເສີມການຂາຍ ໃນເງື່ອນໄຂທີ່ຜູ້ຊົມໃຊ້ເພິ່ງພໍໃຈ, ທັງເປັນການສ້າງບັນຍາກາດ ການຊື້-ຂາຍ ຢູ່ຕະຫລາດພາຍໃນ ໃຫ້ມີຄວາມຝົດຟື້ນ.

ດັ່ງທີ່ພວກເຮົາໄດ້ເຫັນແລ້ວ, ໃນປະຈຸບັນ ອຸດສາຫະກຳລົດຍົນ ໄດ້ມີວິວັດທະນາການ ແລະ ພັດທະນາໃນແຕ່ລະໄລຍະ ຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ສາມາດຮອງຮັບຄວາມຕ້ອງການຂອງຜູ້ຊົມໃຊ້ ກໍຄືຕອບສະໜອງຄວາມຕ້ອງການຂອງຕະຫຼາດ ນັບມື້ຍິ່ງມີຄວາມທັນສະໄໝ ມີຫຼາກຫຼາຍສິ່ງອຳນວຍຄວາມສະດວກ, ມີທັງການປະຫຍັດນໍ້າມັນ, ການນຳໃຊ້ໄຟຟ້າ, ການປະສົມປະສານລະຫວ່າງການນຳໃຊ້ນຳມັນ ແລະ ໄຟຟ້າ, ກ້າວໄປເຖິງ ການນຳໃຊ້ພະລັງງານໄຮໂດຣເຈນ ແລະ ແສງຕາເວັນ ໃນອະນາຄົດ. ​ຢ່າງໃດກໍຕາມ, ສິນຄ້າ ລົດຍົນ ຖືເປັນສີນຄ້າມີມູນຄ່າສູງ ແລະ ທັງເປັນສິ່ງຈຳເປັນໃນລະບົບເສດຖະກິດ, ກິດຈະວັດປະຈຳວັນ, ການເດີນທາງ, ຜູ້ຊົມໃຊ້ ກ່ອນຈະຕັດສິນໃຈເລືອກ ໃຫ້ມີການສຶກສາຂໍ້ມູນໃຫ້ລະອຽດ ເຊິ່ງພາຍໃນງານຂອງພວກເຮົາ ທາງຄະນະຈັດງານ ກໍສາມາດໃຫ້ຄວາມຊ່ວຍເຫຼືອ ສະໜອງຂໍ້ມູນ ແລະ ໃຫ້ຄຳປຶກສາແນະນຳ.

 

LEAVE A REPLY

Please enter your comment!
Please enter your name here