ວັນທີ 20 ມີນາ 2025, ທ່ານ ຄຳຫວັນ ຈັນທະໂຄດ ຄະນະປະຈຳພັກແຂວງ ປະທານອົງການກວດກາ ພັກ-ລັດ ຕ່າງຄະນະສະເພາະກິດຂັ້ນແຂວງ ໄດ້ຖະແຫຼງການກວດກາ, ເກັບກຳຂໍ້ມູນ ແລະ ສືບສວນ-ສອບສວນຄະດີການສໍ້ລາດບັງຫຼວງ ຢູ່ແຂວງອັດຕະປືວ່າ: ໃນໄລຍະເດືອນ ເມສາ 2024 ຜ່ານມາ ກຸ່ມບໍລິສັດ ຮົງກົງທຽນຊື ຈຳກັດ ໄດ້ປະກອບສ່ວນເປັນເງີນຈຳນວນ 2ລ້ານໂດລາສະຫະລັດ ໃຫ້ແຂວງອັດຕະປື ໃນການກໍ່ສ້າງສ້ອມແປງເສັ້ນທາງ ເບີ 9004 ແຕ່ແຍກ 18A ຂົວເຊປຽນ ແຂວງອັດຕະປື ຫາເຂດ ແດນເມືອງປາກຊ່ອງ ແຂວງຈໍາປາສັກ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາເຂດດັ່ງກ່າວ ທັງເປັນການສົ່ງເສີມການຜະລິດ, ຂົນສົ່ງສີນຄ້າ ແລະ ທ່ອງທ່ຽວໂດຍໄດ້ໂອນເງິນເຂົ້າບັນຊີເງິນຝາກ ຄັງເງິນປະຈໍາແຂວງ ອັດຕະປື.
ມາຮອດວັນທີ 30 ສິງຫາ 2024 ອົງການສືບສວນ-ສອບສວນ ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງ ອັດຕະປື ໄດ້ຮັບຄໍາຮ້ອງຟ້ອງຂອງ ຫ້ອງວ່າການແຂວງ ອັດຕະປື ກ່ຽວກັບ: ທ້າວ ສຸລິໄຊ ສຸລິຍາໄລ (ທ້າວ ໝູ) ເຊິ່ງເປັນພະນັກງານຂອງຫ້ອງວ່າການແຂວງ, ໄລຍະນັ້ນ ໄດ້ສ້າງເອກະສານປອມ ເພື່ອຖອນເງິນບ້ວງດັ່ງກ່າວອອກໄປນໍາໃຊ້ໂດຍບໍ່ຖືກຕ້ອງ ແລ້ວກໍ່ໄດ້ເອົາຕົວຫຼົບໜີ.
ຜ່ານການດຳເນີນການກວດກາ ເກັບກຳຂໍ້ມູນ ແລະ ສືບສວນ-ສອບສວນ ພົບວ່າ ເງິນໃນຄັງເງິນທີ່ເປີດບັນຊີຝາກໄວ້ຢູ່ທະນາຄານ ທຸລະກິດນັ້ນຖືກຖອນອອກໄປໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ຫຼື ເສຍຫາຍ ເປັນເງິນຈໍານວນ 2,5ລ້ານກວ່າໂດລາສະຫະລັດ, ເງິນກີບ 17,3ຕື້ກວ່າກີບ ແລະ ເງິນດົ່ງ ຫວຽດນາມຈຳນວນ 1,5ຕື້ດົງ ໂດຍມີພະນັກງານລັດ, ປະຊາຊົນ, ຜູ້ປະກອບການ ສົມຮູ້ຮ່ວມຄິດ ໃນການເຄື່ອນໄຫວຄື:
# ທ້າວ ສຸວິໄຊ ສຸລິຍະໄລ (ທ້າວ ໝູ) ທີ່ເອົາຕົວຫຼົບໜີໄປລີ້ຢູ່ປະເທດໄທ ໃຫ້ເຂົ້າມາມອບໂຕຈົນສຸດທ້າຍໃນວັນທີ 04/ 12 / 2024 ຜູ້ກ່ຽວໄດ້ເຂົ້າມາມອບໂຕຕໍ່ເຈົ້າໜ້າທີ່. ຈາກນັ້ນ ຈຶ່ງສືບສວນ-ສອບສວນ ເພື່ອຂະຫຍາຍຜົນຜູ້ກ່ຽວ ຈິ່ງສາມາດກຳນົດເປົ້າ ໝາຍຜູ້ຕ້ອງຫາຕ່າງໆໄດ້ຊັດເຈນຂື້ນຕື່ມ.
1). ໄດ້ອອກຄຳສັ່ງເປີດການສືບສວນ-ສອບສວນ ຜູ້ຖືກຫາ 37 ຄົນ, ຍິງ 17 ຄົນ; ອອກຄຳສັ່ງກັກຕົວ 21 ຄົນ, ຍິງ 8 ຄົນ (ເປັນພະນັກງານລັດ 14 ຄົນ, ຍິງ 4 ຄົນ); (ກຳມະການພັກແຂວງ 3 ຄົນ, ບໍານານ 1 ຄົນ), ເສຍຊີວິດ 1 ຄົນ, ຜູ້ປະກອບການ 7 ຄົນ, ຍິງ 4 ຄົນ ໃນນີ້: ພົບເຫັນພະນັກງານ ທີ່ຕິດພັນກັບການສໍ້ລາດບັງຫຼວງໂດຍກົງ ຈໍານວນ 15 ຄົນຄື:
#ທ້າວ ສຸລິຈັນ ພອນແກ້ວ ອະດິດຫົວໜ້າຫ້ອງວ່າການແຂວງ ໃນນັ້ນມີພະນັກງານຫ້ອງວ່າການແຂວງ ມີສ່ວນຮ່ວມ 05 ຄົນ;
#ທ້າວ ຄຳເຜີຍ ໂສມຖາວອນ ອະດິດຫົວໜ້າພະແນກການເງິນແຂວງ,
#ທ້າວ ສຸກໃໝ ສຸດບຸນລົ້ນ (ແມ່ນໄດ້ເສຍຊີວິດໃນຄ້າຍຄຸມຂັງ ໃນຊ້ວງດຳເນິນຄະດີ) ໃນນັ້ນມີພະນັກງານຂົງເຂດການເງິນ, ຄັງເງິນປະຈຳແຂວງທີ່ມີສ່ວນຮ່ວມ ຈຳນວນ 9 ຄົນ.
#ທ້າວ ສູນນະຄອນ ແກ້ວວຽງຄຳ ອະດີດຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ.
#ໄດ້ດຳເນີນການສືບສວນ-ສອບສວນ ພະນັກງານ-ລັດຖະກອນ, ຜູ້ປະກອບການ ແລະ ປະຊາຊົນ ພວກດັ່ງກ່າວມີສ່ວນກ່ຽວພັນກັບການປ່ອຍເງິນກູ້ດອກເບ້ຍສູງ, ການພະນັນອອນໄລ, ດຳເນີນທຸລະກິດບໍ່ຖີກຕ້ອງ ແລະ ແລກປ່ຽນເງິນຕາຕ່າງປະເທດຊະຊາຍ ມີຈຳນວນ 22 ຄົນ, ໃນນີ້ມີຄົນຕ່າງປະເທດ 1 ຄົນ(ເປັນຄົນໄທ).
2). ໄດ້ເກັບກູ້ເຄື່ອງຂອງກາງຄະດີ ຈາກຜູ້ຖືກຫາ ປະເພດຕ່າງໆ ເຊັ່ນ ເງິນກີບຈຳນວນ 18,4ຕື້ກວ່າກີບ, ເງິນບາດ 59.400 ບາດ,ເງິນໂດລາສະຫະລັດ 57.000 ໂດລາສະຫະລັດ, ວັດຖຸຄ້າຍຄືຄໍາຮູບປະພັນ ນໍ້າໜັກ 2.793,4 ກຣາມ, ປະເພດທີ່ດິນ ທັງໝົດ ຈຳນວນ 77 ຕອນດິນ, ລົດຈິບ ຈຳນວນ 5 ຄັນ, ລົດກະບະ ຈຳນວນ 3 ຄັນ, ລົດຈັກ ຈຳນວນ 3 ຄັນ ແລະ ອາຍັດລົດຈິບ 2 ຄັນ, ໂທລະສັບມືຖື ຈໍານວນ 18 ເຄື່ອງ, ປະເພດໄມ້ດູ່ 62 ຕັບ 5,067 ແມັດກ້ອນ, ປະເພດໄມ້ຈິກ 344 ແຜ່ນ 7,736 ແມັດກ້ອນ, ປະເພດໄມ້ເຊືອກ 132 ຕັບ 24,447 ແມັດກ້ອນ.
3). ມາຮອດປັດຈຸບັນ ໄດ້ສົ່ງສຳນວນຄະດີໃຫ້ອົງການໄອຍະການປະຊາຊົນແຂວງ ຖະແຫຼງ ສັ່ງຟ້ອງໃຫ້ສານປະຊາຊົນຕັດສີນຕາມຂັ້ນຕອນຂອງກົດໝາຍ.
ຂໍ້ມູນ: ຂ່າວສານອອນລາຍອັດຕະປື