ການຄ້າ ລາວ – ຈີນ ປີ 2024 ບັນລຸ 8,23 ຕື້ໂດລາສະຫະລັດ

0
100

ມູນຄ່າການຄ້າສອງຝ່າຍ ລາວ – ຈີນ ປີ 2024 ບັນລຸໄດ້ 8,23 ຕື້ໂດລາສະຫະລັດ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 15,91%, ການດຶງດູດການລົງທຶນ ກໍມີທ່າກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ.
ກອງປະຊຸມສະຫຼຸບວຽກງານຂອງຄະນະກໍາມະການຮ່ວມມື ລາວ – ຈີນ ( ຄລຈ ) ປະຈໍາປີ 2024 ແລະ ກໍານົດທິດທາງວຽກຈຸດສຸມ ປີ 2025 ຈັດຂຶ້ນໃນວັນທີ 14 ມີນາ 2025 ໂດຍການເປັນປະທານຂອງ ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທັງເປັນປະທານຄະນະກໍາມະການຮ່ວມມື ລາວ – ຈີນ ໂດຍມີບັນດາຮອງລັດຖະມົນຕີ ຈາກກະຊວງ ແລະ ອົງການລັດທຽບເທົ່າ, ບັນດາຮອງເຈົ້າແຂວງ ທີ່ເປັນຄະນະກຳມະການຮ່ວມມື ລາວ – ຈີນ, ສໍາລັບທ້ອງຖິ່ນແມ່ນເຂົ້າຮ່ວມກອງປະຊຸມຜ່ານລະບົບທາງໄກ.


ທ່ານ ໄຊຊະນະ ສິດທິພອນ ຮອງປະທານຄະນະກຳມະການຮ່ວມມື ລາວ – ຈີນ ໄດ້ກ່າວວ່າ: ຜົນງານທີ່ພົ້ນເດັ່ນໃນໜຶ່ງປີຜ່ານມາ ເປັນຕົ້ນ ການປະຕິບັດໂຄງການຊ່ວຍເຫຼືອລ້າໃນປີ 2024 ນີ້ ແມ່ນໄດ້ປະຕິບັດສໍາເລັດໂຄງການທີ່ສໍາຄັນຫຼາຍໂຄງການ ເປັນຕົ້ນໂຄງການສະຖາບັນເຕັກໂນໂລຊີການສື່ສານ ແລະ ຂໍ້ມູນຂ່າວສານ, ໂຄງການ E-Commerce ສໍາລັບສິນຄ້າກະສິກໍາຂອງລາວ; ໂຄງການຊ່ວຍເຫຼືອວັດຖຸ – ອຸປະກອນຮີບດ່ວນ ເພື່ອຮັບໃຊ້ແກ່ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025, ໂຄງການປັບປຸງຍົກລະດັບໂຮງໝໍແຂວງຫຼວງພະບາງ, ໂຄງການຊ່ວຍເຫຼືອວັດຖຸ – ອຸປະກອນ ສຳລັບຫ້ອງທົດລອງອາຊີວະສຶກສາ. ພິເສດແມ່ນໄດ້ຮັບການຊ່ວຍເຫຼືອຮີບດ່ວນດ້ານພາຫະນະ ແລະ ອຸປະກອນ ເພື່ອຮອງຮັບການເປັນເຈົ້າພາບປະຊຸມ ASEAN ແລະ ອື່ນໆ.

ການຮ່ວມມືດ້ານການຄ້າ ສະເພາະປີ 2024 ( ໄລຍະເດືອນມັງກອນ – ທັນວາ ) ມູນຄ່າການຄ້າສອງຝ່າຍ ລາວ – ຈີນ ໄດ້ 8,23 ຕື້ໂດລາສະຫະລັດ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 15,91%. ໃນນີ້ ລາວສົ່ງອອກໄປຈີນ 4,56 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 21,4%, ລາວນໍາເຂົ້າຈາກຈີນ 3,68 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 9,8% ( ໃນໄລຍະ 10 ປີຜ່ານມາ ນັບແຕ່ປີ 2014 – 2024 ) ມູນຄ່າການຄ້າສອງຝ່າຍ ລາວ – ຈີນ ແມ່ນມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນພາຍຫຼັງ ເລີ່ມເປີດນໍາໃຊ້ຂະບວນລົດໄຟຂົນສົ່ງສິນຄ້າ ລະຫວ່າງປະເທດເປັນຕົ້ນມາ.


ການດຶງດູດການລົງທຶນ ນັບແຕ່ລັດຖະບານໄດ້ເປີດນະໂຍບາຍສົ່ງເສີມການລົງທຶນ, ການຮ່ວມມື ແລະ ການຄ້າຈາກ ສປ ຈີນ ກໍມີທ່າກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊິ່ງສັງເກດເຫັນໄດ້ຈໍານວນໂຄງການ ແລະ ມູນຄ່າໂຄງການ ທີ່ໄດ້ອະນຸມັດແຕ່ປີ 1989 ຮອດປັດຈຸບັນມີທັງໝົດ 927 ໂຄງການ, ມີມູນຄ່າອະນຸມັດທັງໝົດຫຼາຍກວ່າ 18 ຕື້ກວ່າໂດລາສະຫະລັດ ເປັນອັນດັບ 1 ໃນ 53 ປະເທດ ແລະ ເຂດແຄວ້ນທີ່ເຂົ້າມາລົງທຶນໃນ ສປປ ລາວ.
ສ່ວນໃຫຍ່ແມ່ນການລົງທຶນໃນຂະແໜງພະລັງງານໄຟຟ້າ, ບໍ່ແຮ່, ບໍລິການ, ກະສິກຳ ແລະ ຂະແໜງການອື່ນໆ.
ສໍາລັບການຮ່ວມມືພັດທະນາຊັບພະຍາກອນມະນຸດ ໂດຍຜ່ານການຝຶກອົບຮົມໄລຍະສັ້ນທັງຢູ່ ສປ ຈີນ ແລະ ພາຍໃນປະເທດລາວ ເຊິ່ງໄດ້ສ້າງໂອກາດໃຫ້ພະນັກງານຈາກບັນດາຂະແໜງການທັງສູນກາງ ແລະ ທ້ອງຖິ່ນຂອງລາວ ເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ, ສະເພາະໃນປີ 2024 ປະຕິບັດສໍາເລັດແລ້ວ 196 ຫົວຂໍ້, ມີຜູ້ເຂົ້າຮ່ວມທັງໝົດ 2.068 ເທື່ອຄົນ.

LEAVE A REPLY

Please enter your comment!
Please enter your name here