ກະຊວງການເງິນ ປະກາດການອອກພັນທະບັດລັດຖະບານ ໃນ 4 ສະກຸນເງິນ ຈໍານວນ 2.700 ຕື້ກີບ, 100 ລ້ານໂດລາ, 6.500 ລ້ານບາດ ແລະ 200 ລ້ານຢວນ.
ພິທີຖະແຫຼງຂ່າວການຈໍາໜ່າຍພັນທະບັດລັດຖະບານ ຊຸດໃໝ່ ປີ 2025 ຜ່ານຕະຫຼາດຫຼັກຊັບລາວ ມີຂຶ້ນໃນວັນທີ 14 ມີນາ 2025 ທີ່ສໍານັກງານໃຫຍ່ຕະຫຼາດຫຼັກຊັບລາວ ໂດຍການເປັນປະທານຮ່ວມຂອງ ທ່ານ ວິເລດ ກິນນາວົງ ຫົວໜ້າກົມຄຸ້ມຄອງໜີ້ສິນສາທາລະນະກະຊວງການເງິນ, ທ່ານ ເທບສະຫວັນ ກິຕິຍະວົງ ຜູ້ອຳນວຍການຕະຫຼາດຫຼັກຊັບ ທຄຕລ-ກທ ຈຳກັດ, ທ່ານ ສຽວສະຫວາດ ທີລະກຸນ ຜູ້ອຳນວຍການໃຫຍ່ຕະຫຼາດຫຼັກຊັບລາວ, ທ່ານ ນາງ ວິໄລທອງ ທຳມະວົງສາ ຜູ້ອຳນວຍການບໍລິສັດຫຼັກຊັບ LDB-S ແລະ ທ່ານ ລິນ ລີ ຜູ້ອຳນວຍການ ບໍລິສັດຫຼັກຊັບ ລາວ – ຈີນ ມະຫາຊົນ ແລະ ມີຜູ້ຕາງໜ້າຈາກ 7 ທະນາຄານກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ວິເລດ ກິນນາວົງ ໄດ້ມີຄຳເຫັນວ່າ: ກະຊວງການເງິນ ໄດ້ອອກພັນທະບັດລັດຖະບານຜ່ານຕະຫຼາດຫຼັກຊັບລາວ ປີນີ້ໄດ້ກ້າວເຂົ້າສູ່ປີທີ 8 ແລ້ວ, ເລີ່ມແຕ່ປີ 2018 ຫາ ປີ 2025 ເຊິ່ງເຫັນວ່າການຈໍາໜ່າຍພັນທະບັດລັດຖະບານ ຜ່ານຕະຫຼາດຫຼັກຊັບລາວ ໄດ້ຮັບການຕອບຮັບເປັນຢ່າງດີ ຈາກຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດ, ທັງບຸກຄົນ ແລະ ນິຕິບຸກຄົນ. ໃນໄລຍະຜ່ານມາ, ກະຊວງການເງິນ ໄດ້ຮ່ວມມືກັບຕະຫຼາດຫຼັກຊັບລາວ, ບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ, ບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ ແລະ ບໍລິສັດຫຼັກຊັບ LDB-S, ໃນເບື້ອງຕົ້ນການຈໍາໜ່າຍພັນທະບັດລັດຖະບານ ມີພຽງສະກຸນເງິນກີບເທົ່ານັ້ນ, ຕໍ່ມາຈຶ່ງມີການອອກຈໍາໜ່າຍສະກຸນເງິນໂດລາ ໃນປີ 2020, ສະກຸນເງິນບາດ ໃນປີ 2023 ແລະ ສະກຸນເງິນຢວນ ໃນປີ 2024 ຕາມລໍາດັບ.
ການອອກຈຳໜ່າຍພັນທະບັດດັ່ງກ່າວນັ້ນ ເຫັນວ່າທຸກພາກສ່ວນໄດ້ມີການຮ່ວມມືເອົາໃຈໃສ່ໃນການຈໍາໜ່າຍຈົນປະສົບຜົນສໍາເລັດ ແລະ ໄດ້ປະຕິບັດພັນທະໃນການຈ່າຍຕົ້ນທຶນ ແລະ ດອກເບ້ຍໃຫ້ຜູ້ລົງທຶນຢ່າງເຄັ່ງຄັດ ໂດຍຄົບຕາມຈໍານວນ ແລະ ຖືກຕ້ອງຕາມເວລາທີ່ກຳນົດໄວ້ ນີ້ແມ່ນຂີດໝາຍສໍາຄັນອັນໜຶ່ງທີ່ເຮັດໃຫ້ຜູ້ລົງທຶນເຊື່ອໝັ້ນ ແລະ ເລືອກລົງທຶນໃນພັນທະບັດລັດຖະບານ.
ຈາກຜົນງານອັນໂດດເດັ່ນຜ່ານມາ ທາງກະຊວງການເງິນ ຈຶ່ງເຫັນດີສືບຕໍ່ໃຫ້ມີການຈໍາໜ່າຍພັນທະບັດລັດຖະບານ ປີ 2025 ຜ່ານຕະຫຼາດຫຼັກຊັບລາວ ລວມມີສະກຸນເງິນກີບ ຈໍານວນ 2.700 ຕື້ກີບ, ສະກຸນເງິນໂດລາສະຫະລັດ ຈໍານວນ 100 ລ້ານໂດລາ, ສະກຸນເງິນບາດ ຈໍານວນ 6.500 ລ້ານບາດ ແລະ ສະກຸນເງິນຢວນ ຈໍານວນ 200 ລ້ານຢວນ ເປັນຕົ້ນໄປຈົນກວ່າຈະສໍາເລັດ.