ສະພາແຫ່ງຊາດ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງລັດຖະບານ

0
159

ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ໂດຍໄດ້ອອກເປັນມະຕິສະພາແຫ່ງຊາດ ຈໍານວນ 5 ສະບັບ ໂດຍສະເພາະມະຕິ ວ່າດ້ວຍການຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ; ມະຕິວ່າດ້ວຍການຮັບຮອງເອົານະໂຍບາຍສົ່ງເສີມພິເສດສະເພາະ ໃຫ້ຜູ້ລົງທຶນໃນນິຄົມອຸດສາຫະກໍາ ອໍາມະຕະ.

ຕອນບ່າຍວັນທີ 20 ມີນາ 2025, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ເລຂາທິການສະພາແຫ່ງຊາດ, ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຜົນສໍາເລັດການດໍາເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ດຳເນີນເປັນເວລາ 4 ວັນ ພາຍໃຕ້ການນໍາພາຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ພ້ອມດ້ວຍບັນດາທ່ານຮອງປະທານສະພາແຫ່ງຊາດ ຕະຫຼອດໄລຍະການດໍາເນີນກອງປະຊຸມ.


ບັນດາທ່ານສະມາຊິກສະພາແຫ່ງຊາດ ໄດ້ສຸມເຫື່ອແຮງສະຕິປັນຍາ ເຂົ້າໃນການຄົ້ນຄວ້າປະກອບຄຳຄິດເຫັນຢ່າງກົງໄປກົງມາ ຕໍ່ບັນຫາທີ່ໄດ້ນໍາມາພິຈາລະນາຢູ່ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ດ້ວຍການປະສານງານ, ການສະໜອງຂໍ້ມູນຢ່າງຄົບຖ້ວນຂອງລັດຖະບານ, ກະຊວງ – ອົງການ ແລະ ພາກສ່ວນທີ່ກ່ຽວຂ້ອງຕາມພາລະບົດບາດຂອງຕົນຢ່າງຕັ້ງໜ້າ ຈຶ່ງເຮັດໃຫ້ການພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງຊາດ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ທີ່ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.
ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນໃນວັນທີ 17 ຫາ 20 ມີນາ 2025 ເຊິ່ງກອງປະຊຸມໄດ້ດໍາເນີນເປັນເວລາ 4 ວັນ. ໃນມື້ເປີດ ແລະ ປິດກອງປະຊຸມຄັ້ງນີ້ ນອກຈາກການເຂົ້າຮ່ວມຂອງສະມາຊິກສະພາແຫ່ງຊາດແລ້ວ ຍັງມີການນຳຂັ້ນສູງ ແລະ ອະດີດການນຳຂອງພັກ – ລັດ, ຄະນະລັດຖະບານ, ອົງການຈັດຕັ້ງພັກ – ລັດ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ໂດຍໄດ້ອອກເປັນມະຕິສະພາແຫ່ງຊາດ ຈໍານວນ 5 ສະບັບດັ່ງນີ້:
1). ມະຕິ ວ່າດ້ວຍການຮັບຮອງເອົາການປັບປຸງລັດຖະທໍາມະນູນ ສະບັບປີ 2025;
2). ມະຕິ ວ່າດ້ວຍການຮັບຮອງເອົາກົດໝາຍວ່າດ້ວຍ ການປົກຄອງທ້ອງຖິ່ນ ສະບັບປັບປຸງປີ 2025;
3). ມະຕິ ວ່າດ້ວຍການຮັບຮອງເອົາກົດໝາຍວ່າດ້ວຍ ພະນັກງານ – ລັດຖະກອນ ສະບັບປັບປຸງປີ 2025;
4). ມະຕິ ວ່າດ້ວຍການຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ;
5). ມະຕິ ວ່າດ້ວຍການຮັບຮອງເອົານະໂຍບາຍສົ່ງເສີມພິເສດສະເພາະ ໃຫ້ຜູ້ລົງທຶນໃນນິຄົມອຸດສາຫະກໍາ ອໍາມະຕະ.
ກ່ຽວກັບການພິຈາລະນາຕົກລົງຂອງສະພາແຫ່ງຊາດ ໃນການຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ ແລະ ຮັບຮອງເອົານະໂຍບາຍສົ່ງເສີມພິເສດສະເພາະ ໃຫ້ຜູ້ລົງທຶນໃນນິຄົມອຸດສາຫະກໍາ ອໍາມະຕະ ດັ່ງນີ້:

1. ການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ ມີຄື:
1). ໂຮມກະຊວງແຜນການ ແລະ ການລົງທຶນ ເຂົ້າກັບ ກະຊວງການເງິນ ແລະ ເອີ້ນຊື່ວ່າ: ກະຊວງການເງິນ;
2). ໂຮມກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າກັບ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ເອີ້ນຊື່ວ່າ: ກະຊວງອຸດສາຫະກຳ ແລະ ການຄ້າ;
3). ໂຮມກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າກັບ ກະຊວງກະສິກຳ ແລະ ປ່າໄມ້ ແລະ ເອີ້ນຊື່ວ່າ: ກະຊວງກະສິກຳ ແລະ ສິ່ງແວດລ້ອມ;
4). ໂຮມກະຊວງພາຍໃນ ຂຶ້ນກັບຄະນະຈັດຕັ້ງສູນກາງພັກ, ເອົາວຽກຄຸ້ມຄອງລັດຖະກອນ, ວຽກແຂ່ງຂັນຍ້ອງຍໍ ແລະ ວຽກອື່ນໆທີ່ສອດຄ່ອງກັບພາລະບົດບາດຂອງ ຄະນະຈັດຕັ້ງສູນກາງພັກ ພ້ອມທັງຍົກຍ້າຍບຸກຄະລາກອນທີ່ເຮັດວຽກງານດັ່ງກ່າວ ໄປຂຶ້ນກັບຄະນະຈັດຕັ້ງສູນກາງພັກ; ໂອນວຽກປົກຄອງ, ວຽກແຜນທີ່, ວຽກຄຸ້ມຄອງມະຫາພາກດ້ານສາສະໜາ ແລະ ວຽກອື່ນໆ ພ້ອມທັງບຸກຄະລາກອນທີ່ເຮັດວຽກງານດັ່ງກ່າວ ໄປຂຶ້ນກັບຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ກະຊວງ – ອົງການ ທີ່ເຫັນວ່າມີ ຄວາມສອດຄ່ອງ;

5). ໂອນວຽກສື່ມວນຊົນ ( ວຽກຖະແຫຼງຂ່າວ ) ພ້ອມທັງຍົກຍ້າຍບຸກຄະລາກອນອອກຈາກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄປຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ແລະ ປ່ຽນຊື່ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນຊື່ໃໝ່ເອີ້ນວ່າ: ກະຊວງວັດທະນະທຳ ແລະ ທ່ອງທ່ຽວ.
2. ນະໂຍບາຍສົ່ງເສີມພິເສດສະເພາະ ໃຫ້ຜູ້ລົງທຶນໃນນິຄົມອຸດສາຫະກໍາ ອໍາມະຕະ ມີຄື:
ຍົກເວັ້ນອາກອນກຳໄລ ໄລຍະເວລາ 30 ປີ ນັບແຕ່ມື້ອອກໃບຢັ້ງຢືນດໍາເນີນກິດຈະການ ໂຮງງານ ສໍາລັບຜູ້ທີ່ມາລົງທຶນພາຍໃນ 7 ປີ ທໍາອິດ ພາຍຫຼັງທີ່ ດຳລັດວ່າດ້ວຍນິຄົມອຸດສາຫະກຳ ອຳມະຕະ ມີຜົນສັກສິດ ແລະ ລົງທຶນໃນຂະແໜງການສົ່ງເສີມພິເສດ 4 ກຸ່ມ ກິດຈະການ ຄື:
1). ອຸດສາຫະກຳປຸງແຕ່ງກະສິກຳ ທີ່ນໍາໃຊ້ວັດຖຸດິບພາຍໃນເປັນຕົ້ນຕໍ ເພື່ອສົ່ງອອກ ແລະ ຊົມໃຊ້ພາຍໃນ;
2). ອຸດສາຫະກຳຜະລິດອຸປະກອນຂອງພະລັງງານທົດແທນ ລວມທັງແຜງ, ຊິ້ນສ່ວນພະລັງງານແສງອາທິດ;
3). ອຸດສາຫະກຳຜະລິດລົດຍົນ ແລະ ອາໄຫຼ່;
4). ອຸດສາຫະກຳຜະລິດອຸປະກອນໄຟຟ້າ ແລະ ເອເລັກໂຕຣນິກ.

LEAVE A REPLY

Please enter your comment!
Please enter your name here