ເລັ່ງແກ້ໄຂບັນຫາ ນໍ້າປະປາບໍ່ພໍໃຊ້ ໃນ ນະຄອນຫຼວງວຽງຈັນ

0
76

ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ( ຍທຂ ), ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ( ນວ ) ພ້ອມດ້ວຍຂະແໜງການກ່ຽວຂ້ອງໄດ້ລົງຕິດຕາມສະຖານີສູບນໍ້າຢູ່ຈຸດສໍາຄັນຕ່າງໆ ເພື່ອຕິດຕາມລະດັບນໍ້າ ແລະ ແກ້ໄຂບັນຫາການສະໜອງນໍ້າບໍ່ພຽງພໍຢູ່ໃນ ນວ.
ການລົງຕິດຕາມຄັ້ງນີ້ ມີຂຶ້ນໃນວັນທີ 18 ມີນາ 2025 ເຊິ່ງຄະນະໄດ້ລົງຕິດຕາມຢູ່ສະຖານີສູບນໍ້າເຂດແຄມຂອງ ແລະ ຈຸດສະຖານທີ່ຫ້ອງການວິສະວະກຳ ແລະ ສິ່ງແວດລ້ອມ ລັດວິສາຫະກິດນໍ້າປະປາ ນະຄອນຫຼວງວຽງຈັນ.

ການລົງຢ້ຽມຢາມຄັ້ງນີ້ ໄດ້ຮັບຟັງການລາຍງານຂອງ ທ່ານ ໄຊຍາ ໄຊມຸງຄຸນ ຜູ້ອຳນວຍການລັດວິສາຫະກິດນໍ້າປະປາ ນະຄອນຫຼວງວຽງຈັນ ໂດຍໄດ້ຍົກໃຫ້ເຫັນສະພາບການຜະລິດ ແລະ ການສະໜອງນໍ້າໃຫ້ປະຊາຊົນ ວ່າ: ປັດຈຸບັນລັດວິສາຫະກິດນໍ້າປະປາ ນະຄອນຫຼວງວຽງຈັນ ສາມາດຜະລິດນໍ້າສູງສຸດໄດ້ 348.000 ແມັດກ້ອນຕໍ່ວັນ ເຊິ່ງມາຈາກ 6 ໂຮງງານ ຄື: ໂຮງງານດົງໝາກຄາຍ ກໍາລັງການຜະລິດ 120.000 ແມັດກ້ອນຕໍ່ວັນ, ໂຮງງານຈີ່ນາຍໂມ້ ກໍາລັງການຜະລິດ 80.000 ແມັດກ້ອນຕໍ່ວັນ, ໂຮງງານເກົ້າລ້ຽວ ກໍາລັງການຜະລິດ 60.000 ແມັດກ້ອນຕໍ່ວັນ, ໂຮງງານດົງບັງ ກຳລັງການຜະລິດ 44.000 ແມັດກ້ອນຕໍ່ວັນ, ໂຮງງານແສນດິນ ກໍາລັງການຜະລິດ 24.000 ແມັດກ້ອນຕໍ່ວັນ, ໂຮງງານທ່າເດື່ອ ກໍາລັງການຜະລິດ 20.000 ແມັດກ້ອນຕໍ່ວັນ.


ສໍາລັບໂຮງງານຢູ່ສາຂາເມືອງສັງທອງ ມີ 6 ໂຮງງານ ກໍາລັງການຜະລິດໄດ້ 2.110 ແມັດກ້ອນຕໍ່ວັນ, ເມືອງປາກງື່ມມີ 4 ໂຮງງານ ກຳລັງການຜະລິດໄດ້ 2.600 ແມັດກ້ອນຕໍ່ວັນ.
ຈໍານວນປະຊາກອນທີ່ໄດ້ຮັບການບໍລິການນໍ້າປະປາ ມີ 819.863 ຄົນຢູ່ 7 ຕົວເມືອງໃນ ເຊິ່ງມີຈໍານວນໝໍ້ແທກນໍ້າທັງໝົດ 202.274 ໜ່ວຍ ບໍລິມາດນໍ້າຈໍາໜ່າຍປີທີ່ຜ່ານມາ 89.244.747 ແມັດກ້ອນຕໍ່ປີ ເທົ່າກັບ 244.506 ແມັດກ້ອນຕໍ່ວັນ.
ການນໍາໃຊ້ນໍ້າໃນປັດຈຸບັນ ໂດຍສະເພາະແມ່ນໄລຍະລະດູແລ້ງແມ່ນສູງກວ່າລະດູຝົນ ໂດຍສະເພາະປະເພດເຂດບໍລິການ ເຊັ່ນ: ບັນດາໂຮງແຮມເຂດສູນການຄ້າ Pakson, ເຂດວຽງຈັນເຊັນເຕີ, ເຂດດອນຈັນ, ເຂດແຄມຂອງ ແລະ ບັນດາໂຮງແຮມພັດຕະຄານຕ່າງໆ.

ຕໍ່ກັບບັນຫາດັ່ງກ່າວ ລັດວິສາຫະກິດນໍ້າປະປາ ນວ ຈຶ່ງໄດ້ກຳນົດວຽກງານທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດໃນໄລຍະລະດູແລ້ງປີນີ້ ແລະ ວຽກງານທີ່ຈະໄດ້ປະຕິບັດໃຫ້ສໍາເລັດໂດຍໄວ ເຊັ່ນ: ສູ້ຊົນຮັກສາກໍາລັງການຜະລິດ ( ໃຫ້ຜະລິດສູງສຸດເຕັມອັດຕາ ) ບໍ່ໃຫ້ຫຼຸດ 348.000 ແມັດກ້ອນຕໍ່ວັນ ໃນແຕ່ລະໂຮງງານຕ້ອງຜະລິດນໍ້າໃຫ້ໄດ້ຕາມກໍາລັງການຜະລິດຂອງແຕ່ລະໂຮງງານ ປັບແຮງດັນນໍ້າ ເພື່ອໃຫ້ນໍ້າໄຫຼເຂົ້າໃນຕົວເມືອງແຕ່ຕ້ອງຮັບປະກັນໃຫ້ເຂດທີ່ຫຼຸດແຮງດັນມີນໍ້າໃຊ້ພຽງພໍ ປັບແຮງດັນ ແລະ ບໍລິມາດນໍ້າໃຫ້ກະຈາຍໃຫ້ມີລັກສະນະນໍ້າໃຊ້ທົ່ວເຖິງ ແລະ ດຸ່ນດ່ຽງກັນໃນແຕ່ລະພື້ນທີ່.


ຕິດຕາມກວດກາລະບົບສາຍທໍ່ນໍ້າປະປາ ແຕ່ໂຮງງານຜະລິດນໍ້າປະປາ ຫາຄົວເຮືອນປະຊາຊົນ ຍົກສູງຄວາມອາດສາມາດໜ່ວຍງານສ້ອມແປງ ເພື່ອສ້ອມແປງນໍ້າແຕກ – ນໍ້າຮົ່ວໃຫ້ສ້ອມແປງໄວໃຫ້ສໍາເລັດພາຍໃນ 24 ຊົ່ວໂມງ ຫຼັງຈາກໄດ້ຮັບແຈ້ງຂໍ້ມູນ ຄົ້ນຄວ້າ ແລະ ກຳນົດເຂດຈຸດສຸມ ເພື່ອຈະແກ້ໄຂນໍ້າອອກຄ່ອຍ ນໍ້າບໍ່ອອກ ຄົ້ນຄວ້າ ແລະ ກຳນົດການບໍລິການນໍ້າປະປາທາງລົດ ຈາກພາກສ່ວນເອກະຊົນ ໃຫ້ລັດວິສາຫະກິດໄຟຟ້າ ນວ ຮັບປະກັນການສະໜອງກະແສໄຟຟ້າໃຫ້ມີແຮງດັນປົກກະຕິ ຖ້າກະແສໄຟຟ້າບໍ່ມາເປັນປົກກະຕິ ຈະບໍ່ສາມາດຜະລິດນໍ້າໄດ້.

ໂອກາດນີ້, ທ່ານລັດຖະມົນຕີ ແລະ ທ່ານເຈົ້າຄອງກໍໄດ້ຊີ້ນຳໃຫ້ລັດວິສາຫະກິດນໍ້າປະປາ ນວ ຈົ່ງສືບຕໍ່ຊອກຫາວິທີແກ້ໄຂສະເພາະໜ້າ ແລະ ຍາວນານ ໃຫ້ມີປະສິດທິພາບ ເພື່ອເຮັດແນວໃດໃຫ້ປະຊາຊົນມີນໍ້າໃຊ້ຢ່າງພຽງພໍ ໂດຍສະເພາະໃນໄລຍະລະດູຮ້ອນນີ້, ພ້ອມກັນນັ້ນກໍໄດ້ແນະນຳໃຫ້ທວງຄືນບັນດາສັນຍາ ກ່ຽວກັບການກໍ່ສ້າງ ແລະ ພັດທະນາລະບົບນໍ້າປະປາທີ່ເຊັນໄປແລ້ວນັ້ນ ໃຫ້ຮີບຮ້ອນຈັດຕັ້ງປະຕິບັດໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້.
[ ທີ່ມາ: ວຽງຈັນໃໝ່ ]

LEAVE A REPLY

Please enter your comment!
Please enter your name here