ບໍລິສັດເອກະຊົນກຳລັງຈະພັດທະນາແຫຼ່ງທ່ອງທ່ຽວໃໝ່ຢູ່ເຂດນາເຕີຍ ແຂວງຫຼວງນ້ຳທາໃຫ້ເປັນຈຸກພັກຜ່ອນໃໝ່ຂອງເຫຼົ່ານັກເດີນທາງ ລວມເນື້ອທີ່ກວ່າ 100 ເຮັກຕາ, ຊຶ່ງໃນວັນທີ 20 ມີນາ 2025 ໄດ້ມີກອງປະຊຸມຜ່ານບົດວິພາກເສດຖະກິດ-ເຕັກນິກ ແລະ ລາຍງານການລົງເກັບກໍາຂໍ້ມູນ ສໍາຫລວດວັດແທກທີ່ດິນ ແລະ ຜົນລະປູກ ໂຄງການພັດທະນາແຫລ່ງທ່ອງທ່ຽວທໍາມະຊາດ ແລະ ປະຫວັດສາດ ເຂດມົກສະເບາະ ບ້ານນາເຕີຍ ເມືອງ ແລະ ແຂວງຫລວງນໍ້າທາ ໂດຍການເປັນປະທານຂອງ ທ່ານ ສົມສະຫວາດ ນາມອີນທາ ຮອງຫົວໜ້າພະແນກພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ, ມີຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ແລະ ບໍລິສັດຜູ້ລົງທຶນເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການລາຍງານຜົນການລົງສໍາຫລວດເນື້ອທີ່ດິນ ແລະ ນໍາສະເໜີລາຍລະອຽດ ກ່ຽວກັບບົດວິພາກເສດຖະກິດ-ເຕັກນິກ ໂຄງການພັດທະນາແຫລ່ງທ່ອງທ່ຽວທໍາມະຊາດ ແລະ ປະຫວັດສາດ ມົກສະເບາະ ເຂດບ້ານນາເຕີຍ ເມືອງ ແລະ ແຂວງຫລວງນໍ້າທາ ໂດຍແມ່ນບໍລິສັດ ຄໍາສຸກ ການຄ້າຂາເຂົ້າ-ຂາອອກ ແລະ ບໍລິການ ຈໍາກັດຜູ້ດຽວ ເປັນຜູ້ລົງທຶນ, ພາຍຫລັງເປີດປີທ່ອງທ່ຽວລາວ ວຽກງານການທ່ອງທ່ຽວ ຢູ່ແຂວງຫລວງນໍ້າທາ ໄດ້ມີການຂະຫຍາຍຕົວຢ່າງກວ້າງຂວາງ ແລະ ມີລັກສະນະເຕີບໂຕຢ່າງວ່ອງໄວ ແລະ ຖືເອົາວຽກງານການທ່ອງທ່ຽວ ເປັນຂະແໜງໜຶ່ງທີ່ສໍາຄັນໃນການພັດທະນາເສດຖະກິດ-ສັງຄົມ ຢູ່ພາຍໃນແຂວງ ເຊິ່ງໄດ້ມີການເອົາໃຈໃສ່ໃນການພັດທະນາ, ຄຸ້ມຄອງ ແລະ ໂຄສະນາການທ່ອງທ່ຽວຢ່າງມີຈຸດສຸມ ເຮັດໃຫ້ນັກທ່ອງທ່ຽວເດີນທາງເຂົ້າມາທ່ອງທ່ຽວ ຢູ່ແຂວງຫລວງນໍ້າທານັບມື້ເພີ່ມຂຶ້ນ.
ໂຄງການພັດທະນາ ແຫລ່ງທ່ອງທ່ຽວທໍາມະຊາດ ແລະ ປະຫວັດສາດ ມົກສະເບາະ ເຂດບ້ານນາເຕີຍ ເມືອງ ແລະ ແຂວງຫລວງນໍ້າທາມີເນື້ອທີ່ 128 ເຮັກຕາ ທິດເໜືອຕິດກັບເຂດ ບ້ານຕີນຕົກ ແລະ ບ້ານຫ້ວຍຫ້ອມ, ທິດໃຕ້ແມ່ນຂອບເຂດ ບ້ານນາເຕີຍ, ທິດຕາເວັນອອກຕິດກັບ ບ້ານຕີນຕົກ ແລະ ທິດຕາເວັນຕົກຕິດກັບ ບ້ານຫ້ວຍຫ້ອມ ເຂດດັ່ງກ່າວແມ່ນເປັນເຂດປະຫວັດການຕໍ່ສູ້ທາງດ້ານການທະຫານ ສະໄໝການປະຕິວັດຊາດ ເຊິ່ງປະກອບດ້ວຍບັນດາຖານທີ່ໝັ້ນ, ຂຸມຄອງສູ້ຮົບ,ຂຸມຄອງຫລົບໄພ, ປ້ອມປືນ, ປ້ອມສັັັັງເກດການ ແລະ ຈຸດລວມພົນຕ່າງໆ. ພ້ອມນີ້, ໃນເຂດດັ່ງກ່າວຍັງມີຊັບພະຍາກອນທໍາມະຊາດ ບາງສ່ວນທີ່ອຸດົມສົມບູນ, ມີຈຸດຊົມວິວທິວທັດທໍາມະຊາດ, ມີຕົ້ນໄມ້, ຫ້ວຍນໍ້າ, ແລະ ພືດພັນຕ່າງໆ ທີ່ສາມາດໝູນໃຊ້ເຂົ້າເປັນສ່ວນໜຶ່ງ ຂອງກິດຈະກໍາການທ່ອງທ່ຽວໄດ້.
ໂອກາດດັ່ງກ່າວ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນປະກອບຄໍາຄິດເຫັນ ໃສ່ບົດວິພາກເສດຖະກິດ-ເຕັກນິກ ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ຖືກຕ້ອງຕາມລະບຽບການທີ່ກໍານົດໄວ້ ທັງນີ້ກໍເພື່ອເປັນການພັດທະນາ-ປັບປຸງ ແຫລ່ງທ່ອງທ່ຽວທໍາມະຊາດ ແລະ ປະຫວັດສາດມົກສະເບາະ ໃຫ້ເປັນຈຸດໝາຍປາຍທາງການທ່ອງທ່ຽວ ຂອງພາກພື້ນ ສ້າງຄວາມປະທັບໃຈ ໃຫ້ແກ່ນັກທ່ອງທ່ຽວທີ່ມາທ່ຽວຊົມ ໂດຍຕິດພັນກັບການອະນຸລັກທໍາມະຊາດ ແລະ ຊີວະນາໆພັນ ສົ່ງເສີມການມີສ່ວນຮ່ວມ ຂອງປະປະຊາຊົນໃນທ້ອງຖິ່ນ ຕາມທິດສີຂຽວ ແລະ ຍືນຍົງ.
ຂ່າວ: ແກ້ວ ກວ໋າງບັນແຄັດ