ເຟດ ຕັດສິນໃຈຮັກສາອັດຕາດອກເບ້ຍໄວ້ໃນລະດັບເດີມ ແຕ່ກໍຢັ້ງຢືນເຖິງທ່າອ່ຽງທີ່ຈະມີການປັບຫຼຸດອັດຕາດອກເບ້ຍໃນໄລຍະເວລາທີ່ເຫຼືອ ຫາກຕົວເລກເສດຖະກິດເປັນໄປຕາມຄາດໝາຍ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 19 ມີນາ 2025 ຄະນະກຳມະການນະໂຍບາຍການເງິນຂອງທະນາຄານກາງສະຫະລັດ ຫຼື ເຟດ ຕັດສິນໃຈຮັກສາອັດຕາດອກເບ້ຍໄວ້ທີ່ 4,25 – 4,5% ເຊິ່ງເປັນລະດັບດຽວຕັ້ງແຕ່ເດືອນທັນວາ 2024.

ທ່ານ ເຈີໂຣມ ພາວເວລ ປະທານ ເຟດ ຖະແຫຼງຂ່າວວ່າ: ທະນາຄານກາງ ຈະຮັກສາອັດຕາດອກເບ້ຍສູງໄວ້ຕາມສະພາບທາງເສດຖະກິດ.
ຢ່າງໃດກໍຕາມ, ທ່ານປະທານເຟດ ເນັ້ນວ່າ: ຫາກເສດຖະກິດຍັງເຂັ້ມແຂງ ແລະ ອັດຕາເງິນເຟີ້ບໍ່ເຂົ້າສູ່ລະດັບ 2% ເຮົາກໍສາມາດຮັກສາລະດັບນະໂຍບາຍທີ່ເຂັ້ມງວດໄວ້ໃຫ້ດົນນານຂຶ້ນ. ນອກນັ້ນ, ຫາກຕະຫຼາດແຮງງານອ່ອນແອຢ່າງຄາດບໍ່ເຖິງ ຫຼື ອັດຕາເງິນເຟີ້ຫຼຸດລົງກວ່າທີ່ຄິດໄວ້ ເຮົາກໍສາມາດຜ່ອນຜັນໄດ້ໃຫ້ສອດຄ່ອງກັບສະຖານະການ.
ຂະນະທີ່ນັກເສດຖະສາດຄາດວ່າໃນປີນີ້ ເຟດ ອາດປັບອັດຕາດອກເບ້ຍລົງອີກ 0,5% ໂດຍຈະປັບລົງ 2 ຄັ້ງ ຄັ້ງລະ 0,25%.