ທ່ານ ໂດນັ່ນ ທຣັມຕັດສິນໃຈຍຸບກະຊວງສຶກສາ

21 Mar 2025

ຄລິກແຊຣ໌ 0 Facebook WhatsApp

ປະທານາທິບໍດີ ໂດນັ່ນ ທຣັມ ຂອງສະຫະລັດ ຕັດສິນໃຈລົງນາມໃນຄຳສັ່ງບໍລິຫານ ເມື່ອວັນທີ 20 ມີນາ 2025 ນີ້ ເພື່ອເລີ່ມຂະບວນການຍຸບກະຊວງສຶກສາທິການ ຂອງອາເມລິກາ ຕາມທີ່ເພິ່ນເອງໄດ້ປະກາດໄວ້ກ່ອນໜ້ານີ້.

May be an image of 5 people and the Oval Office
ການລົງນາມຄັ້ງນີ້ຖືກຈັດຂຶ້ນທ່າມກາງກຸ່ມເດັກນັກຮຽນທີ່ຖືກຈັດໃຫ້ນັ່ງຮຽນອ້ອມຮອບໂຕປະທານາທິບໍດີເອງ ກ່ອນທີ່ທ່ານ ທຣັມ ເອງຈະຖະແຫຼງຂ່າວຍືນຍັນວ່າ ລັດຖະບານສະຫະລັດຈະເດີນໜ້າປິດກະຊວງສຶກສາທິການໃນໄວທີ່ສຸດເທົ່າທີ່ຈະເປັນໄປໄດ້ ເພື່ອຄືນການສຶກສາກັບໄປສູ່ອຳນາດຂອງແຕ່ລະລັດແທນ.

May be an image of 6 people, the Oval Office and text

ຜູ້ນຳສະຫະລັດລະບຸວ່າ: ມີຄວາມຈຳເປັນທີ່ຕ້ອງປະຢັດງົບປະມານ ຄວບຄູ່ໄປກັບການປັບປຸງມາດຕະຖານການສຶກສາຂອງສະຫະລັດ ທ່ານຍັງເນັ້ນຢ້ຳອີກວ່າ ການສຶກສາອາເມລິກາກຳລັງຕາມຫຼັງຢູໂຣບ ແລະຈີນຢູ່.

May be an image of 1 person and the Oval Office

ຢ່າງໃດກໍ່ຕາມ ຂ່າວການຍຸບກະຊວງສຶກສາໃນຄັ້ງນີ້ ຫຼາຍຝ່າຍໃຫ້ຂໍ້ສັງເກດວ່າ ທ່າທີນີ້ເປັນສ່ວນໜຶ່ງຂອງການຕໍ່ສູ້ທາງຄວາມຄິດມາຢ່າງຍາວນານກ່ຽວກັບການສຶກສາອາເມລິກັນ  ຊຶ່ງພັກ ຣີພັບລິກັນ ເອງກໍ່ເຫັນວ່າຄວນດຶງການສຶກສາອອກຈາກການຄວບຄຸມຂອງລັດຖະບານກາງ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ