ຜົນສຳເລັດ ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX

0
199

ພາຍຫຼັງທີ່ກອງປະຊຸມ ສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ທີ່ດຳເນີນຂຶ້ນລະຫວ່າງວັນທີ 17-20 ມີນາ 2025 ໄດ້ສຳເລັດລົງ. ໃນວັນທີ 20 ມີນາ 2025 ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ເລຂາທິການສະພາແຫ່ງຊາດ,ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງກ່ຽວກັບຜົນສຳເລັດ ກອງປະຊຸມດັ່ງກ່າວ, ໂດຍການເຂົ້າຮ່ວມຂອງບັນດາສື່ມວນຊົນ ແລະ ພາກສ່ວນກ່ຽວຂ້ອງ.

2025 ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ເລຂາທິການສະພາແຫ່ງຊາດ,ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງບາງຕອນວ່າ: ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນໃນວັນທີ 17 ຫາ 20 ມີນາ 2025 ເຊິ່ງກອງປະຊຸມໄດ້ດໍາເນີນເປັນເວລາ 4 ວັນ. ໃນມື້ເປີດ ແລະ ປິດກອງປະຊຸມຄັ້ງນີ້ ນອກຈາກການເຂົ້າຮ່ວມຂອງ ສະມາຊິກສະພາແຫ່ງຊາດແລ້ວ ຍັງມີການນຳຂັ້ນສູງ ແລະ ອາດີດການນຳຂອງພັກ-ລັດ, ຄະນະລັດຖະບານ, ອົງການຈັດຕັ້ງພັກ-ລັດ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ໂດຍໄດ້ອອກເປັນ ມະຕິສະພາແຫ່ງຊາດ ຈໍານວນ 5 ສະບັບ ດັ່ງນີ້:
1) ມະຕິ ວ່າດ້ວຍການຮັບຮອງເອົາການປັບປຸງລັດຖະທໍາມະນູນ ສະບັບປີ 2025;
2) ມະຕິ ວ່າດ້ວຍການຮັບຮອງເອົາກົດໝາຍວ່າດ້ວຍ ການປົກຄອງທ້ອງຖິ່ນ ສະບັບປັບປຸງປີ 2025;
3) ມະຕິ ວ່າດ້ວຍການຮັບຮອງເອົາກົດໝາຍວ່າດ້ວຍ ພະນັກງານ-ລັດຖະກອນ ສະບັບປັບ ປຸງປີ 2025;
4) ມະຕິ ວ່າດ້ວຍການຮັບຮອງເອົາ ການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ;
5) ມະຕິ ວ່າດ້ວຍການຮັບຮອງເອົາ ນະໂຍບາຍສົ່ງເສີມພິເສດສະເພາະ ໃຫ້ຜູ້ລົງທຶນໃນນິຄົມອຸດສາຫະກໍາ ອໍາມະຕະ.


ໃນນີ້, ຂ້າພະເຈົ້າຂໍແຈ້ງໃຫ້ບັນດາທ່ານໄດ້ຮັບຊາບ ກ່ຽວກັບການພິຈາລະນາຕົກລົງຂອງ ສະພາແຫ່ງຊາດ ໃນການຮັບຮອງເອົາ ການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ ແລະ ຮັບຮອງເອົານະໂຍບາຍສົ່ງເສີມພິເສດສະເພາະ ໃຫ້ຜູ້ລົງທຶນໃນນິຄົມອຸດສາຫະກໍາ ອໍາມະຕະ ດັ່ງນີ້:
1. ການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ ມີຄື:
1) ໂຮມກະຊວງແຜນການ ແລະ ການລົງທຶນ ເຂົ້າກັບ ກະຊວງການເງິນ ແລະ ເອີ້ນຊື່ວ່າ: ກະຊວງການເງິນ;
2) ໂຮມກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າກັບ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ເອີ້ນຊື່ວ່າ: ກະຊວງອຸດສາຫະກຳ ແລະ ການຄ້າ;
3) ໂຮມກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າກັບ ກະຊວງກະສິກຳ ແລະ ປ່າໄມ້ ແລະ ເອີ້ນຊື່ວ່າ: ກະຊວງກະສິກຳ ແລະ ສິ່ງແວດລ້ອມ;

4) ໂຮມກະຊວງພາຍໃນ ຂຶ້ນກັບຄະນະຈັດຕັ້ງສູນກາງພັກ, ເອົາວຽກຄຸ້ມຄອງລັດຖະກອນ, ວຽກແຂ່ງຂັນຍ້ອງຍໍ ແລະ ວຽກອື່ນໆ ທີ່ສອດຄ່ອງກັບພາລະບົດບາດຂອງ ຄະນະຈັດຕັ້ງສູນກາງພັກ ພ້ອມທັງຍົກຍ້າຍບຸກຄະລາກອນທີ່ເຮັດວຽກງານດັ່ງກ່າວ ໄປຂຶ້ນກັບຄະນະຈັດຕັ້ງສູນກາງພັກ; ໂອນວຽກປົກຄອງ, ວຽກແຜນທີ່, ວຽກຄຸ້ມຄອງມະຫາພາກດ້ານສາສະໜາ ແລະ ວຽກອື່ນໆ ພ້ອມທັງບຸກຄະລາກອນທີ່ເຮັດວຽກງານດັ່ງກ່າວ ໄປຂຶ້ນກັບຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ກະຊວງ-ອົງການ ທີ່ເຫັນວ່າມີຄວາມສອດຄ່ອງ;
5) ໂອນວຽກສື່ມວນຊົນ (ວຽກຖະແຫຼງຂ່າວ) ພ້ອມທັງຍົກຍ້າຍບຸກຄະລາກອນ ອອກຈາກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄປຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ແລະ ປ່ຽນຊື່ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນຊື່ໃໝ່ເອີ້ນວ່າ: ກະຊວງວັດທະນະທຳ ແລະ ທ່ອງທ່ຽວ.


2. ນະໂຍບາຍສົ່ງເສີມພິເສດສະເພາະ ໃຫ້ຜູ້ລົງທຶນໃນນິຄົມອຸດສາຫະກໍາ ອໍາມະຕະ ມີຄື:
ຍົກເວັ້ນອາກອນກຳໄລ ໄລຍະເວລາ 30 ປີ ນັບແຕ່ມື້ອອກໃບຢັ້ງຢືນດໍາເນີນກິດຈະການ ໂຮງງານ ສໍາລັບຜູ້ທີ່ມາລົງທຶນພາຍໃນ 7 ປີ ທໍາອິດ ພາຍຫຼັງທີ່ ດຳລັດວ່າດ້ວຍນິຄົມອຸດສາຫະກຳ ອຳມະຕະ ມີຜົນສັກສິດ ແລະ ລົງທຶນໃນຂະແໜງການສົ່ງເສີມພິເສດ 4 ກຸ່ມ ກິດຈະການ ຄື:
1) ອຸດສາຫະກຳປຸງແຕ່ງກະສິກຳ ທີ່ນໍາໃຊ້ວັດຖຸດິບພາຍໃນເປັນຕົ້ນຕໍ ເພື່ອສົ່ງອອກ ແລະ ຊົມໃຊ້ພາຍໃນ;
2) ອຸດສາຫະກຳຜະລິດອຸປະກອນ ຂອງພະລັງງານທົດແທນ ລວມທັງແຜງ, ຊິ້ນສ່ວນພະລັງ ງານແສງອາທິດ;
3) ອຸດສາຫະກຳຜະລິດລົດຍົນ ແລະ ອາໄຫຼ່;
4) ອຸດສາຫະກຳຜະລິດອຸປະກອນໄຟຟ້າ ແລະ ເອເລັກໂຕຣນິກ.
ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ຄຽງຄູ່ກັບການພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ດັ່ງກ່າວມາຂ້າງເທິງນັ້ນ, ໃນໄລຍະດຳເນີນກອງປະຊຸມ ມີປະຊາຊົນບັນດາເຜົ່າ ໄດ້ສົ່ງຄຳຄິດຄຳເຫັນຜ່ານໂທລະສັບສາຍດ່ວນ (156) ມາຍັງກອງປະຊຸມສະພາແຫ່ງຊາດ ມີທັງໝົດຈໍານວນ 282 ສາຍ, 134 ເລື່ອງ ເຊິ່ງພົວພັນເຖິງການພັດທະນາເສດຖະກິດ-ສັງຄົມ, ການຄຸ້ມຄອງບໍລິຫານລັດ, ການຊົດເຊີຍຜົນກະທົບຈາກໂຄງການພັດທະນາຕ່າງໆ. ຕໍ່ຄໍາຄິດເຫັນຂອງປະຊາຊົນ ທີ່ສົ່ງມານັ້ນ ສະພາແຫ່ງຊາດ, ກອງເລຂາກອງປະຊຸມຈະໄດ້ສັງລວມ ແລະ ມອບໃຫ້ກຳມາທິການທີ່ກ່ຽວຂ້ອງ ເພື່ອປະສານສົມທົບກັບກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ ໃນການຄົ້ນຄວ້າພິຈາລະນາແກ້ໄຂໃຫ້ຖືກຕ້ອງສອດຄ່ອງຕາມກົດໝາຍ ແລະ ລະບຽບການ.

LEAVE A REPLY

Please enter your comment!
Please enter your name here