ການປັບປຸງກົງຈັກການຈັດຕັ້ງຂອງລັດໃຫ້ສຳເລັດບໍ່ກາຍເດືອນກໍລະກົດປີນີ້

0
101

ກອງປະຊຸມສະໄຫມວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນຄາບບ່າຍວັນທີ 20ມີນາ 2025ໄດ້ລົງຄະແນນສຽງຮັບຮອງເອົາມະຕິ ການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ ພາຍຫຼັງຜ່ານການຄົ້ນຄວ້າ ພິຈາລະນາ, ປະກອບຄໍາຄິດຄໍາເຫັນຢ່າງເລິກເຊິ່ງ, ຖີ່ຖ້ວນ ຂອງບັນດາທ່ານ ສະມາຊິກສະພາ ແຫ່ງຊາດ ຕໍ່ຄໍາສະເຫນີຂອງນາຍົກລັດຖະມົນຕີ ຢູ່ໃນກອງປະຊຸມສະໄຫມວິສາມັນ.

ໃນມະຕິໄດ້ລະບຸໄວ້ດັ່ງນີ້: ກອງປະຊຸມຕົກລົງ:
ມາດຕາ 1 ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງກະຊວງ, ອົງການ ດັ່ງນີ້:
1. ໂຮມກະຊວງແຜນການ ແລະ ການລົງທຶນ ເຂົ້າກັບ ກະຊວງການເງິນ ແລະ ເອີ້ນຊື່ວ່າ: ກະຊວງການເງິນ; 2. ໂຮມກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າກັບ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ເອີ້ນຊື່ວ່າ: ກະຊວງ ອຸດສາຫະກໍາ ແລະ ການຄ້າ;
3. ໂຮມກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເຂົ້າກັບ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ເອີ້ນຊື່ວ່າ: ກະຊວງກະສິກໍາ ແລະ ສິ່ງແວດລ້ອມ;

May be an image of 9 people and text

4. ໂຮມກະຊວງພາຍໃນ ຂຶ້ນກັບຄະນະຈັດຕັ້ງສູນກາງພັກ, ເອົາວຽກຄຸ້ມຄອງລັດຖະກອນ, ວຽກແຂ່ງຂັນ ຍ້ອງຍໍ ແລະ ວຽກອື່ນໆ ທີ່ສອດຄ່ອງກັບພາລະບົດບາດຂອງ ຄະນະຈັດຕັ້ງສູນກາງພັກ ພ້ອມທັງຍົກຍ້າຍບຸກຄະລາ ກອນທີ່ເຮັດວຽກງານດັ່ງກ່າວ ໄປຂຶ້ນກັບຄະນະຈັດຕັ້ງສູນກາງພັກ; ໂອນວຽກປົກຄອງ, ວຽກແຜນທີ່, ວຽກຄຸ້ມ ຄອງມະຫາພາກດ້ານສາສະຫນາ ແລະ ວຽກອື່ນໆ ພ້ອມທັງບຸກຄະລາກອນທີ່ເຮັດວຽກງານດັ່ງກ່າວ ໄປຂຶ້ນກັບຫ້ອງ ວ່າການສໍານັກງານນາຍົກລັດຖະມົນຕີ ແລະ ກະຊວງ-ອົງການ ທີ່ເຫັນວ່າມີຄວາມສອດຄ່ອງ;

May be an image of text
5. ໂອນວຽກສື່ມວນຊົນ (ວຽກຖະແຫຼງຂ່າວ) ພ້ອມທັງຍົກຍ້າຍບຸກຄະລາກອນ ອອກຈາກກະຊວງຖະແຫຼງ ຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄປຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ແລະ ປ່ຽນຊື່ກະຊວງຖະແຫຼງ ຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນຊື່ໃຫມ່ເອີ້ນວ່າ: ກະຊວງວັດທະນະທໍາ ແລະ ທ່ອງທ່ຽວ.
ມາດຕາ 2 ມອບໃຫ້ລັດຖະບານ ສົມທົບກັບຄະນະປັບປຸງກົງຈັກການຈັດຕັ້ງ ແລະ ພາກສ່ວນກ່ຽວຂ້ອງ ນໍາພາການ ໂຮມກົງຈັກຂັ້ນກະຊວງ, ອົງການ ໃຫ້ສໍາເລັດພາຍໃນເດືອນ ພຶດສະພາ 2025, ສືບຕໍ່ປັບປຸງກົງຈັກການຈັດຕັ້ງຢູ່ ທ້ອງຖິ່ນໃຫ້ສໍາເລັດພາຍໃນເດືອນ ກໍລະກົດ 2025.

May be an image of 15 people and text
ໃນການປັບປຸງກົງຈັກການຈັດຕັ້ງດັ່ງກ່າວ ແມ່ນໃຫ້ສຸມໃສ່ຈັດວາງພະນັກງານ-ລັດຖະກອນຄືນໃຫມ່ຢ່າງ ຣັດກຸມ ແລະ ເປັນລະບົບ ລວມທັງຈັດສັນງົບປະມານ ເພື່ອຮັບໃຊ້ວຽກງານດັ່ງກ່າວຕາມລະບຽບການ ແລະ ເອົາໃຈໃສ່ນໍາພາການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ລັດຖະກອນ ມີຄວາມຮັບຮູ້, ເຂົ້າໃຈ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ ຕາມແຜນການທີ່ວາງໄວ້.
ມາດຕາ 3 ບັນດາອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ອົງການປົກຄອງທ້ອງຖິ່ນ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດມະຕິສະບັບນີ້ ຢ່າງເຂັ້ມງວດ .
ມາດຕາ 4 ມະຕິສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

LEAVE A REPLY

Please enter your comment!
Please enter your name here