ໃນວັນທີ 19 ມີນາ 2025 ທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ໄດ້ມີ ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນຄົບຮອບ 115 ປີ ເປັນປະທານເປີດພາກບ່າຍຂອງທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສຄອຊ, ມີຕ່າງໜ້າພາກທຸລະກິດ, ນ້ອງນັກສືກສາ ໂຮງຮຽນອ້ອມຂ້າງເຂົ້າຮ່ວມ.
ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສຄອຊ ກ່າວວ່າ: ຈຸດປະສົງຂອງການຈັດງານ ເພື່ອເປັນການສົ່ງເສີມຜູ້ປະກອບການແມ່ຍີງຍຸກໃໝ່ ເຊິ່ງໃນປີນີ້ ສຄອຊ ຈັດງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV ໂດຍການສືບຕໍ່ຈັດ ບັນດາກິດຈະກໍາເພື່ອໃຫ້ເປັນມູນເຊື້ອຂອງການຈັດງານ ແນໃສ່ສ້າງຄວາມເຂັ້ມແຂງ ສ້າງບົດບາດໃຫ້ຜູ້ປະກອບການຍິງ ສ້າງຄວາມເຂັ້ມແຂງໃຫ້ຫົວໜ່ວຍທຸລະກິດ.
ທ່ານກ່າວວ່າ: ພາຍໃນງານຈະປະກອບມີກິດຈະກໍາ, ການເສວະນາ ເພື່ອເປັນການແລກປ່ຽນຄວາມຮູ້, ແລກປ່ຽນວິໄສທັດ ແນວທາງການການດໍາເນີນທຸລະກິດຂອງຜູ້ປະກອບການ ສ້າງທັກສະ ແລະ ຄວາມສາມາດ, ຄຽງຄູ່ກັນນັ້ນກໍຍັງສ້າງຄວາມສາມັກຄີ ແລະ ເພື່ອສະເຫຼີມສະຫຼອງວັນແມ່ຍີງຄົບຮອບ 115ປີ ແລະ ກະກຽມສ້າງບັນຍາກາດສະເຫຼີມສະຫຼອງວັນສ້າງຕັ້ງພັກຄົບຮອບ 70ປີ ຢ່າງສຸດໃຈ.
ທ່ານກ່າວວ່າ ຄືດັງທີ່ຮູ້ແລ້ວ ພາກທຸລະກິດກໍຄືສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແມ່ນເປັນບ່ອນສ້າງເງື່ອນໄຂ ແລະ ໃຫ້ຄວາມສະດວກ ແກ່ການດໍາເນີນທຸລະກິດ ແລະ ເປັນບ່ອນຝືກຝົນຫຼໍ່ຫຼອມຜູ້ປະກອບການໃຫ້ເປັນມືອາຊີບ, ສ້າງອາຊີບໃຫ້ຜູ້ຕົນໃນ ສັງຄົມໂດຍສະເພາະແມ່ນວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ເປັນຕົວກະຕຸ້ນຫຼັກ ໃນພັດທະນາເສດຖະກິດໃຫ້ມີການຂະຫຍາຍຕົວ, ການເຕີບໃຫຍ່ຂອງການຜະລິດພາຍໃນ ແລະ ການສະຫນອງການຈ້າງງານ ສ້າງວຽກເຮັດງານທໍາທີ່ມີຄຸນຄ່າໃນ ສປປລາວ
ສະນັ້ນ ການພັດທະນາຄວາມຮູ້ ຂໍ້ມູນຂ່າວສານ ການຝືກອົບຮົມໃຫ້ຜູ້ປະກອບການໄດ້ຮັບຮູ້ ຫຼາກຫຼາຍຂໍ້ມູນ ລວມທັງການສົ່ງເສີມບົດບາດຍິງ-ຊາຍ ສ້າງຄວາມສະເໝີພາບ ທີ່ຈະເປັນການສ້າງເງື່ອນໄຂໃນສັງຄົມ. ຜູ້ປະກອບການທີ່ສາມາດນໍາພາວຽກງານ ທຸລະກິດຂອງຕົນໄດ້ຢ່າງມີປະສິດທິຜົນ ແລະ ກ້າວເປັນຄວາມເປັນຜູ້ນໍາໃນອະນາຄົດ.
ສຄອຊ ໃນນາມອົງການຈັດຕັ້ງທຸລະກິດລາວໄດ້ ໃຫ້ຄວາມສໍາຄັນວຽກງານສົ່ງເສີມ ດັງກ່າວ ແລະ ການພັດທະນາທຸລະກິດແບບຍືນຍົງ ດັງນັ້ນ ສຄອຊ ຈື່ງໄດ້ມີການຮ່ວມມື ນໍາທຸກພາກສ່ວນບໍ່ວ່າຈະເປັນ ການຈັດຕັ້ງທັງພາຍໃນ ແລະ ສາກົນ ເພື່ອຈັດຕັ້ງບັນດາກິດຈະກໍາ ແລະ ການສົ່ງເສີມ ຜູ້ປະກອບການຍິງ ຍຸກໃໝ່ເພື່ອຊ່ວຍໃຫ້ຜູ້ປະກອບການທຸລະກິດຍິງມີການແລກປ່ຽນຂໍ້ມູນຂ່າວສານທາງດ້ານທຸລະກິດ ແລະ ສ້າງຄວາມເຂົ້າໃຈທາງດ້ານຕ່າງໆ ພ້ອມທັງເສີມສ້າງບົດບາດຍິງຊາຍໃຫ້ສູງຂື້ນ ເພື່ອໃຫ້ສາມາດຜັນຂະຫຍາຍໃນທຸກໆຂົງເຂດ ຂອງ ສປປລາວ
ມື້ນີ້ ບັນດາທ່ານຈະໄດ້ຮັບຟັງການເສວະນາໃນຫົວຂໍ້ ການສ້າງທຸລະກິດຂອງໄວໜຸ່ມໃນເຂດເສດຖະກິດຍຸກປັດຈຸບັນ ຈາກບັນດາທ່ານວິທະຍາກອນທີ່ມີປະສົບການ ແລະ ດໍາເນີນທຸລະກິດໂຕຈິງ ມາແລກປ່ຽນ ນໍາບັນດາທ່ານ ຄຽງຄູ່ກັບການນໍາສະເໜີໃນການເຂົ້າເຖິງການສົ່ງເສີມຜູ້ປະກອບການໄວໜຸ່ມ ແລະ ຢູ່ຢ່າງປອດໄພ ເພື່ອສຸຂະພາບດີ ແລະ ສົດໃສ.
ໃນພິທີຍັງມີການ ວາງສະແດງສິນຄ້າ, ເຄື່ອງທີລະນືກ, ສິນຄ້າໂອດອບ, ສິນຄ້າທ່າແຮງ ແລະ ວາງສະແດງ ອາຫານ ແລະ ເຄື່ອງດື່ມ ຂໍເຊີນຂວນ ມວນຊົນ ເຂົ້າມາເລາະທ່ຽວ ແລະ ຈັບຈ່າຍຊື້ຂາຍໄດ້.