ຮັບຮອງ ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ

0
179

ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນ 20 ມີນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ວິໄລວົງ ບຸດດາຄຳ ລັດຖະມົນຕີກະຊວງພາຍໃນ ໄດ້ລາຍງານຄືນ ການປັບປຸງ ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນຫຼັງຈາກນັ້ນ ສະມາຊິກສະພາແຫ່ງຊາດ ກໍໄດ້ລົງຄະແນນສຽງຮັບຮອງ ເຫັນດີ 96,71% ຂອງຄະແນນສຽງທັງໝົດ.

ພາຍຫຼັງທີ່ກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງ ປີ 2015 ໄດ້ຖືກຮັບຮອງ ແລະ ປະກາດໃຊ້ ໃນປີ 2015 ເປັນຕົ້ນມາ, ໃນປີ 2021 ເປັນຕົ້ນມາ ກະຊວງພາຍໃນໄດ້ມີການປະເມີນການຈັດຕັ້ງປະຕິບັດ ແລະ ພ້ອມທັງທາບທາມທິດທາງໃນການປັບປຸງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ຢູ່ທ້ອງຖິ່ນຈຳນວນໜຶ່ງ, ຜ່ານການຕີລາຄາການຈັດຕັ້ງປະຕິບັດກົດໝາຍ ເຫັນວ່າ ມີບາງບັນຫາທີ່ຄ້າງຄາ ແລະ ບໍ່ສາມາດຈັດຕັ້ງປະຕິບັດໄດ້ດີ ເທົ່າທີ່ຄວນ. ຮ່າງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງ ປີ 2025 ມີທັງໝົດ 8 ພາກ, 21 ໝວດ, 81 ມາດຕາ. ໃນນີ້, ເພີ່ມເຂົ້າໃໝ່ ຈຳນວນ 16 ມາດຕາ, ປັບປຸງ ຈໍານວນ 62 ມາດຕາ ແລະ ບໍ່ໄດ້ປັບປຸງ ຈຳ ນວນ 03 ມາດຕາ

ພາຍຫລັງກົດໝາຍວ່າດ້ວຍ ການປົກຄອງທ້ອງຖິ່ນ ສະບັບປັບປຸງປີ 2025 ຖືກຮັບຮອງ ແລະ ປະກາດໃຊ້ ຈະເປັນບ່ອນອີງອັນສຳຄັນໃຫ້ແກ່ອົງການປົກຄອງທ້ອງຖິ່ນ ໃນການ ປັບ ປຸງຂັ້ນການປົກຄອງໃຫ້ມີຄວາມສອດຄ່ອງ ແລະ ແທດເໝາະກັບ ສະພາບ ເງື່ອນໄຂຕົວຈິງໃນແຕ່ລະທ້ອງຖິ່ນ ໂດຍສະເພາະການ ສ້າງຕາແສງ ເປັນ ການປົກຄອງຂັ້ນລຸ່ມສຸດ ເພື່ອເອື້ອອຳນວຍໃຫ້ບ້ານ ເປັນຫົວໜ່ວຍບໍ ລິ ຫານຊຸມຊົນຢ່າງແທ້ຈິງ; ເປັນບ່ອນອີງໃຫ້ແກ່ບັນດາກະຊວງ, ອົງການທີ່ ກ່ຽວຂ້ອງໃນການປັບປຸງກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍໃຫ້ສອດ ຄ່ອງຕາມແນວທາງນະໂຍບາຍຂອງພັກ-ລັດຖະບານ ແລະ ເປັນການແບ່ງ ຄວາມຮັບຜິດຊອບ, ແບ່ງຂັ້ນຄຸ້ມຄອງໃຫ້ອົງການປົກຄອງທ້ອງຖິ່ນ ແຕ່ ລະຂັ້ນໃຫ້ແທດເຖິງ ທັງຮັບປະກັນບົດບາດການນຳພາຂອງພັກຢ່າງ ໜັກແໜ້ນ ເຮັດໃຫ້ການນຳພາຂອງພັກຢ່າງເລິກ ເຖິງຫົວໜ່ວຍຮາກ ຖານຂອງປະເທດ; ສ້າງໃຫ້ເປັນກົງຈັກການປົກຄອງທີ່ຕິດແທດກິ້ງເກືອກ ລີເລືອ, ເປັນທີ່ເພິ່ງຂອງປະຊາຊົນບັນດາເຜົ່າ; ສາມາດນຳເອົາແນວທາງນະ ໂຍບາຍ, ການບໍລິການຂອງລັດຫຍັບເຂົ້າເຖິງປະຊາຊົນໄດ້ຢ່າງທົ່ວເຖິງ; ພ້ອມກັນນັ້ນ, ຍັງເປັນການຍົກລະດັບການປົກຄອງລັດດ້ວຍກົດໝາຍ ໃຫ້ໜັກແໜ້ນຍິ່ງຂຶ້ນຕາມຈຸດພິເສດ ແລະ ເງື່ອນໄຂຂອງ ສປປລາວ ເພື່ອ ສ້າງເງື່ອນໄຂໃຫ້ທ້ອງຖິ່ນນັບມື້ມີຄວາມເຂັ້ມແຂງ, ມີການພັດທະນາ ເຊິ່ງເປັນປັດໄຈສຳຄັນຕົ້ນຕໍໃຫ້ກັບການສ້າງເສດຖະກິດເອກະລາດເປັນເຈົ້າ ຕົນເອງ ກໍຄືການສ້າງຄວາມຢູ່ດີກິນດີແຕ່ຮາກຖານຂຶ້ນມາ ເພື່ອກ້າວ ຂຶ້ນສູ່ຈຸດໝາຍສັງ ຄົມນິຍົມ.

LEAVE A REPLY

Please enter your comment!
Please enter your name here