ສະພາແຫ່ງຊາດ ລົງຄະແນນສຽງ ຮັບຮອງເອົານະໂຍບາຍສົ່ງເສີມພິເສດ ຍົກເວັ້ນອາກອນກຳໄລ 30 ປີ ໃຫ້ຜູ້ລົງທຶນໃນນິຄົມອຸດສາຫະກຳອຳມະຕະ

0
221

ໃນວາລະການດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 20 ມີນາ 2025 ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ມີບັນດາການນຳຂັ້ນສູງ, ບັນດາສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງເຂົ້າຮ່ວມ.
ພາຍຫຼັງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໄດ້ຂຶ້ນສະເໜີ ກ່ຽວກັບນະໂຍບາຍສົ່ງເສີມພິເສດ ການລົງທຶນໃນນິຄົມອຸດສາຫະກຳອຳມະຕະ ດ້ວຍການຍົກເວັ້ນການເກັບອາກອນກຳໄລ 30 ປິ ໃຫ້ຜູ້ລົງທຶນໃນຄົມອຸດສາຫະກຳ ອຳມະຕະ .ບັນດາສະມາຊິກສະພາແຫ່ງຊາດຫຼາຍເຂດເລືອກຕັ້ງກໍໄດ້ມີການປະກອບຄຳຄິດຄຳເຫັນຕໍ່ນະໂຍບາຍສົ່ງເສີມພິເສດດັ່ກ່າວ.


ຈາກນັ້ນທ່ານ ນາງ ອຳໄພວອນ ລ້ອມບຸນແພງ ເລຂາທິການສະພາແຫ່ງຊາດ ໄດ້ຂຶ້ນຜ່ານມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາ ນະໂຍບາຍສົ່ງເສີມພິເສດ ໃຫ້ຜູ້ລົງທຶນ ໃນນິຄົມອຸດສາຫະກຳ ອຳມະຕະ ໂດຍທ່ານກ່າວບາງຕອນວ່າ: ມາດຕາ 1: ຮັບຮອງເອົາ ນະໂຍບາຍສົ່ງເສີມພິເສດ ສະເພາະ ໃຫ້ຜູ້ລົງທຶນ ໃນນິຄົມອຸດສາຫະກໍາ ອຳມະຕະ ດັ່ງນີ້: ຍົກເວັ້ນອາກອນກຳໄລ ໄລຍະເວລາ 30 ປີ ນັບແຕ່ມື້ອອກໃບຢັ້ງຢືນດໍາເນີນກິດຈະການໂຮງງານ ສໍາລັບຜູ້ທີ່ມາລົງທຶນພາຍໃນ 7 ປີ ທໍາອິດ ພາຍຫຼັງທີ່ ດໍາລັດ ວ່າດ້ວຍນິຄົມອຸດ ສາຫະກຳ ອຳມະຕະ ມີຜົນສັກສິດ ແລະ ລົງທຶນໃນຂະແໜງການສົ່ງເສີມພິເສດ 4 ກຸ່ມ ກິດຈະການ ຄື:


1. ອຸດສາຫະກຳປຸງແຕ່ງກະສິກຳ ທີ່ນຳໃຊ້ວັດຖຸດິບພາຍໃນເປັນຕົ້ນຕໍ ເພື່ອສົ່ງອອກ ແລະ ຊົມໃຊ້ພາຍໃນ;
2. ອຸດສາຫະກໍາຜະລິດອຸປະກອນ ຂອງພະລັງງານທົດແທນ ລວມທັງແຜງ, ຊິ້ນສ່ວນພະລັງງານແສງອາທິດ;
3. ອຸດສາຫະກຳຜະລິດລົດຍົນ ແລະ ອາໄຫຼ່;
4. ອຸດສາຫະກຳຜະລິດອຸປະກອນໄຟຟ້າ ເເລະ ເອເລັກໂຕຣນິກ.
ມາດຕາ 2: ມາດຕະການຈັດຕັ້ງປະຕິບັດ ເພື່ອຮັບປະກັນການພັດທະນານິຄົມອຸດສາຫະກຳ ອະມະຕະ ມີປະສິດທິພາບ ແລະ ປະສິດທິຜົນດີ, ກອງປະຊຸມ ມອບໃຫ້ລັດຖະບານ ເອົາໃຈໃສ່ຈັດຕັ້ງປະຕິບັດ ມາດຕະການ ດັ່ງນີ້:
1. ຜັນຂະຫຍາຍ ມະຕິສະບັບນີ້ ໃຫ້ເປັນອັນລະອຽດ ມີຄວາມຊັດເຈນ, ຮັດກຸມ ແລະແທດເໝາະກັບຈຸດພິເສດຂອງນິຄົມອຸດສາຫະກຳ ບົນພື້ນຖານຄວາມສອດຄ່ອງກັບ ນະໂຍບາຍສົ່ງເສີມພິເສດ ເເລະ ນິຕິກໍາທີ່ກ່ຽວຂ້ອງ;
2. ມີກົນໄກ ຄຸ້ມຄອງ, ໄລ່ລຽງ ແລະ ຈັດເກັບ ພາສີ, ອາກອນ, ຄ່າທຳນຽມ ແລະ ຄ່າບໍລິການຈາກຜູ້ພັດທະນາ ແລະ ຜູ້ລົງທຶນ ໃນນິຄົມອຸດສາຫະກໍາ ໃຫ້ຄົບຖ້ວນ, ຖືກຕ້ອງ, ຮັບປະກັນ ຄວາມໂປ່ງໃສ ແລະ ສອດຄ່ອງກັບນິຕິກຳກ່ຽວຂ້ອງ;
3. ໃຫ້ຜູ້ລົງທຶນ ເຂົ້າໃນນິຄົມອຸດສາຫະກຳ ອະມະຕະ ນໍາທຶນເຂົ້າມາລົງທຶນ ໃຫ້ບັນລຸຕາມຕົວເລກຄາດໝາຍດຶງດູດການລົງທຶນ 5 ຕື້ໂດລາສະຫະລັດ;
4. ໃຫ້ຜູ້ລົງທຶນ ປະກອບສ່ວນໃນການພັດທະນາຂະແໜງອຸດສາຫະກຳ ເປັນຕົ້ນ ອຸດສາຫະກໍາປຸງແຕ່ງຢູ່ພາຍໃນ ດ້ວຍການ ສ້າງສູນຄົ້ນຄວ້າ ຖ່າຍທອດ ຄວາມຮູ້, ເຕັກໂນໂລຊີ ແລະ ນະວັດຕະກໍາໃຫມ່ ເພື່ອພັດທະນາສິນຄ້າ ທີ່ຜະລິດ ຢູ່ໃນນິຄົມອຸດສາຫະກຳ ໃຫ້ເປັນຜະລິດຕະພັນລາວ (Made in Laos) ທີ່ໄດ້ຮັບມາດຕະຖານສາກົນ;
5. ໃຫ້ຜູ້ພັດທະນາ ຈັດຕັ້ງປະຕິບັດການ ຊົດເຊີຍ, ຈັດສັນທີ່ດິນປຸກສ້າງ, ທີ່ດິນທໍາການຜະລິດ ແລະ ອາຊີບຄົງທີ່ ໃຫ້ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບ ຈາກການພັດທະນາ ໂຄງການ, ປະກອບສ່ວນ ໃນການພັດທະນາຊຸມຊົນ ແລະ ທ້ອງຖິ່ນ ລວມທັງສ້າງເງື່ອນໄຂ ໃຫ້ປະຊາຊົນອ້ອມຂ້າງມີລາຍໄດ້ທີ່ໝັ້ນຄົງ ຈາກການພັດທະນານິຄົມອຸດສາຫະກໍາ;
ມາດຕາ 3:
6. ໃຫ້ຜູ້ພັດທະນາ ແລະ ຜູ້ລົງທຶນ ໃຫ້ບູລິມະສິດ ແລະ ນຳໃຊ້ແຮງງານພາຍໃນ, ຍົກລະດັບແລະ ພັດທະນາສີມືແຮງງານ ພ້ອມທັງຖ່າຍທອດ ບົດຮຽນ, ເຕັກນິກວິຊາການ ໃນການນໍາໃຊ້ ເຕັກໂນໂລຊີ ໃຫ້ແຮງງານດັ່ງກ່າວ ກາຍເປັນແຮງງານທີ່ມີຄຸນນະພາບ ຕອບສະໜອງຕາມ ຄວາມຕ້ອງການຂອງຕະຫຼາດແຮງງານພາຍໃນ;
7. ມີກົນໄກການບໍລິການປະຕູດຽວ ຮັບປະກັນໃຫ້ມີ ຄວາມສະດວກ, ວ່ອງໄວ, ໂປ່ງໃສ ແລະ ກວດສອບໄດ້;
8. ມີກົນໄກການປະສານງານ ໃນການຄຸ້ມຄອງນິຄົມອຸດສາຫະກຳ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ, ຂະແໜງ ການສູນກາງ ແລະ ທ້ອງຖິ່ນ ດ້ວຍກັນ ໃຫ້ມີຄວາມໂລ່ງລ່ຽນ, ມີປະສິດທິພາບ ແລະ ມີປະສິດທິຜົນ;
9. ມີກົນໄກ ຕິດຕາມ, ກວດກາ ແລະ ປະເມີນ ຜົນການເຄື່ອນໄຫວ ລົງທຶນພັດທະນານິຄົມອຸດສາຫະກໍາ ໃນທຸກໆປີ ແລະ ໄລຍະ 7 ປີ ທຳອິດ ແລ້ວສະຫຼຸບລາຍງານຜົນ ການປະເມີນການດັ່ງກ່າວ ຕໍ່ຄະນະປະຈຳສະພາແຫ່ງຊາດ ເພື່ອພິຈາລະນາ;
10.ໃຫ້ຜູ້ພັດທະນາ ແລະ ຜູ້ລົງທຶນ ເປັນເຈົ້າການ, ໃຫ້ການຮ່ວມມື ແລະ ປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບ ຮຽບຮ້ອຍພາຍໃນນິຄົມອຸດສາຫະກຳ.


ມາດຕາ 3: ການຈັດຕັ້ງປະຕິບັດ
1. ມອບໃຫ້ ລັດຖະບານ ຊີ້ນໍາບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ຈັດຕັ້ງຜັນຂະຫຍາຍມະຕິສະບັບນີ້ ຢ່າງເຂັ້ມງວດ;
2. ມອບໃຫ້ ຄະນະປະຈຳສະພາແຫ່ງຊາດ, ກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ບັນດາກຳມາທິການ ຂອງສະພາແຫ່ງຊາດ, ຄະນະສະມາຊິກ ສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ແລະ ສະພາປະຊາຊົນຂັ້ນແຂວງ ທີ່ນິຄົມອຸດສາຫະກຳຕັ້ງຢູ່ ຕິດຕາມກວດກາການຈັດຕັ້ງ ປະຕິບັດ ມະຕິສະບັບນີ້ ຕາມພາລະບົດບາດ ແລະ ຂອບເຂດສິດ ຂອງຕົນ ຢ່າງເຂັ້ມງວດ.
ຈາກນັ້ນສະພາແຫ່ງຊາດ ກໍໄດ້ເອກະພາບລົງຄະແນນສຽງ ຮັບຮອງເອົານະໂຍບາຍສົ່ງເສີມພິເສດ ແກ່ການລົງທຶນໃນນິຄົມອຸດສາຫະກຳ ຂອງລັດຖະບານ ດ້ວຍຄະແນນສຽງທັງໝົດ 152 ສຽງ; ເຫັນດີ 147 ສຽງ ກວມເອົາ 96,71%, ບໍ່ເຫັນດີ 3 ສຽງ ກວມເອົາ 1,97% ແລະ ບໍ່ອອກສຽງ 2 ກວມເອົາ1,31%.

LEAVE A REPLY

Please enter your comment!
Please enter your name here