ລັດຖະບານ ສະເໜີນະໂຍບາຍຍົກເວັ້ນການເກັບອາກອນກຳໄລ ໃຫ້ແກ່ຜູ້ລົງທຶນໃນນິຄົມອຸດສາຫະກຳ ອຳມະຕະ ເປັນເວລາ 30 ປີ

0
243

ໃນວາລະການດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 20 ມີນາ 2025 ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ; ມີບັນດາການນຳຂັ້ນສູງ, ບັນດາສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງເຂົ້າຮ່ວມ.


ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໄດ້ຂຶ້ນສະເໜີ ກ່ຽວກັບນະໂຍບາຍສົ່ງເສີມພິເສດ ໃຫ້ນິຄົມອຸດສາຫະກຳອຳມະຕະວ່າ: ນິຄົມອຸດສາຫະກໍາອໍາ ມະຕະ ເປັນໂຄງການພັດທະນານິຄົມອຸດສະຫະກໍາ ທີ່ຕັ້ງຢູ່ເມືອງນາໝໍ້ ແຂວງອຸດົມໄຊ ແລະ ນາເຕີຍ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ນັ້ນເເມ່ນນະໂຍບາຍທີ່ກ່ຽວພັນກັບການຍົກເວັ້ນອາກອນກຳໄລ ໃນໄລຍະ 30 ປີ ໃຫ້ແກ່ຜູ້ລົງທຶນໃນນິຄົມອຸດສາຫະກໍາດັ່ງກ່າວ.
ນະໂຍບາຍຍົກເວັ້ນການເກັບອາກອນກຳໄລ 30 ປີ ດັ່ງກ່າວ ເປັນນະໂຍບາຍສູງ ເມື່ອທຽບໃສ່ການໃຫ້ນະໂຍບາຍດັ່ງກ່າວ ຢູ່ປະເທດໃນພາກພື້ນອາຊຽນ, ແຕ່ເປັນຫຍັງລັດຖະບານຈຶ່ງເຫັນວ່າມີຄວາມຈໍາເປັນ? ທັງນີ້ກໍ່ ຍ້ອນວ່າ:
1) ປະເທດເຮົາມີຂໍ້ຈໍາກັດຫຼາຍດ້ານ ເມື່ອທຽບກັບປະເທດເພື່ອບ້ານ ເປັນຕົ້ນ: ທີ່ຕັ້ງພູມສັນຖານຂອງ ໂຄງການບໍ່ເອື້ອອຳນວຍ; ໃນຂະນະດຽວກັນ ພື້ນຖານໂຄງລ່າງຍັງບໍ່ໄດ້ຮັບການພັດທະນາ, ຜູ້ພັດທະນານິຄົມ ຈຳເປັນຕ້ອງໄດ້ລົງທຶນຫຼາຍ.
2) ຕະຫຼາດພາຍໃນຂອງເຮົາມີຈຳກັດ, ໃນຂະນະທີ່ຄວາມສະດວກຂອງການລົງທຶນໃນປະເທດເຮົາ ກໍ່ຢູ່ໃນອັນ ດັບທີ່ຕໍ່າຫຼາຍ (154 ຈາກ 190 ປະເທດ).


3) ປະເທດເຮົາຍັງສືບຕໍ່ປະເຊີນກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ແຫຼ່ງທຶນມາກະຕຸ້ນ ເສດຖະກິດຍັງຈຳກັດ, ແຮງງານໜຸ່ມ ເຄື່ອນຍ້າຍໄປເຮັດວຽກຢູ່ຕ່າງປະເທດ ເປັນຈຳນວນຫຼວງຫຼາຍ ອັນເຮັດໃຫ້ຂາດແຄນແຮງງານ; ໃນຂະນະດຽວກັນ, ຫຼາຍປີມານີ້ ການລົງທຶນຂອງຕ່າງປະເທດ ໃນຂົງເຂດອຸດສາຫະກຳປຸງແຕ່ງ ຂອງພວກເຮົາ ມີຈຳກັດ, ສ່ວນໃຫຍ່ ເເມ່ນສຸມໃສ່ຂະເເໜງພະລັງງານ ເເລະ ບໍ່ແຮ່ ເທົ່າ ນັ້ນ. ດັ່ງນັ້ນ, ການຍົກເວັ້ນການເກັບອາກອນກໍາໄລດັ່ງກ່າວນີ້ ຈຶ່ງເປັນເຄື່ອງມື ທີ່ສຳຄັນຂອງລັດຖະບານ ເພື່ອດຶງດູດ ແລະ ກະຕຸ້ນການລົງທຶນໃນຂະແໜງອຸດສາຫະກຳປຸງແຕ່ງ, ສ້າງວຽກເຮັດງານທຳ ເເລະ ດຶງດູດ ເເຮງງານກັບຄືນປະເທດ, ດຶງເມັດເງິນເຂົ້າປະເທດ ເພື່ອປະກອບສ່ວນສ້າງຄວາມໝັ້ນຄົງ ເເລະ ສະຖຽນລະ ພາບ ທາງດ້ານການເງິນ ເເລະ ເງິນຕາໃຫ້ເເກ່ປະເທດເຮົາ.
4) ປະເທດເຮົາຕ້ອງແຂ່ງຂັນ ກັບປະເທດອື່ນໃນການສົ່ງເສີມ ແລະ ຍາດແຍ່ງການລົງທຶນຕ່າງປະເທດ. ພາຍຫຼັງ ການພະຍາດໂຄວິດ-19 ການລົງທຶນຂອງຕ່າງປະເທດ ໃນອາຊຽນກໍ່ຟື້ນຕົວ, ແຕ່ການລົງທຶນສ່ວນໃຫຍ່ ແມ່ນໄຫຼໄປສູ່ປະເທດ ທີ່ມີເງື່ອນໄຂພາຍໃນດີກວ່າ ເຊັ່ນ: ສິງກະໂປ, ອິນໂດເນເຊຍ ແລະ ຫວຽດນາມ ເຊິ່ງ ສາມາດຍາດແຍ່ງໄດ້ຫລາຍກວ່າໝູ່, ໃນຂະນະທີ່ມາເລເຊຍ, ໄທ ແລະ ຟິລິບປິນ ກໍ່ກຳລັງປັບປຸງນະໂຍບາຍ ແລະ ປັດໃຈພາຍໃນຢ່າງແຂ່ງຂັນ. ສຳລັບປະເທດເຮົາ, ການໃຫ້ນະໂຍບາຍຍົກເວັ້ນອາກອນກຳໄລ ສູງສຸດ 30 ປີ ໃນເຂດນິຄົມອຸດສາຫະກຳອຳມະຕະ ແມ່ນນະໂຍບາຍສູງສຸດກວ່າປະເທດອື່ນກໍ່ຈິງ, ແຕ່ກໍ່ເພື່ອທົດ ແທນຈຸດດ້ອຍທີ່ເຮົາຍັງບໍ່ສາມາດແຂ່ງຂັນກັບປະເທດເພື່ອນບ້ານອາຊຽນໄດ້.
5) ປະເທດເຮົາຄວນຈັບເອົາໂອກາດ ຂອງການເຄື່ອນຍ້າຍການລົງທຶນຕ່າງປະເທດ ໃນສະພາບການປ່ຽນແປງ ທາງດ້ານພູມສາດການເມືອງ ແລະ ເສດຖະກິດທີ່ກຳລັງນັບມື້ນັບຮຸນແຮງ ແລະ ຄາດຄະເນໄດ້ຍາກ ເຊິ່ງ ເຮັດໃຫ້ ນັກລົງທຶນຢູ່ຫລາຍປະເທດໄດ້ເຄື່ອນຍ້າຍ ຫຼື ກໍາລັງພິຈາລະນາຈະເຄື່ອນຍ້າຍຖານການຜະລິດ ຂອງຕົນ ຈາກປະເທດໜຶ່ງໄປສູ່ພາກພື້ນ ຫລື ປະເທດອື່ນ. ຖ້າເຮົາບໍ່ຍາດແຍ່ງເອົາໂອກາດດັ່ງກ່າວ, ນັກ ລົງທຶນກໍ່ຈະໄປລົງທຶນຢູ່ບ່ອນອື່ນ ເພາະນັກລົງທຶນມີທາງເລືອກ ແລະ ທຸກປະເທດຢາກໄດ້ນັກລົງທຶນ.
6) ບໍລິສັດອຳມະຕະ ເປັນບໍລິສັດມະຫາຊົນ ມີຜົນສຳເລັດສູງໃນການພັດທະນານິຄົມອຸດສາຫະກຳ ຢູ່ປະເທດ ໄທ ເເລະ ຫວຽດນາມ. ພ້ອມກັນນີ້ ກໍມີຄວາມຕັ້ງໃຈ ແລະ ພະຍາຍາມເຮັດໃຫ້ໂຄງການດັ່ງກ່າວນີ້ເກີດຂຶ້ນ ແທ້. ບໍລິສັດໄດ້ເຊັນ MOU ກັບລັດຖະບານ ໃນປີ 2018, ໄດ້ຮ່ວມກັບບໍລິສັດຊັ້ນນຳຂອງຕ່າງປະເທດ ສຶກສາຄວາມເປັນໄປໄດ້ ຂອງໂຄງການ, ໄດ້ເຊັນສັນຍາພັດທະນາໂຄງການໃນປີ 2022 ເເລະ ມາຮອດ ປະຈຸບັນ ແມ່ນໄດ້ຊົດເຊີຍ ເນື້ອທີ່ດິນທັງໝົດໄດ້ 887 ເຮັກຕາ, ຄິດເປັນເງິນ 406 ຕື້ກີບ ຕາມອັດຕາຊົດເຊີຍ ທີ່ໄດ້ເປັນເອກະພາບ ກັບອົງການປົກຄອງແຂວງທີ່ກ່ຽວຂ້ອງ. ດັ່ງນັ້ນ, ລັດຖະບານຈຶ່ງມີຄວາມເຊື່ອໝັ້ນວ່າ ຖ້ານະໂຍບາຍດັ່ງກ່າວໄດ້ຮັບການພິຈາລະນາ ແລະ ມີນັກລົງທຶນທີ່ມີຄຸນນະພາບແລ້ວ, ໂຄງການ ພັດທະນານິຄົມອຸດສາຫະກຳອຳມະຕະ ກໍເກີດຂຶ້ນ ແລະ ສ້າງການປ່ຽນແປງ.
7) ອຳນາດການປົກຄອງເເຂວງອຸດົມໄຊ ບ່ອນທີ່ໂຄງການດັ່ງກ່າວຕັ້ງຢູ່ ໃຫ້ການສະໜັບສະໜຸນຢ່າງແຂງແຮງ ເເລະ ມີຄວາມມຸ່ງຫວັງ ຢາກໃຫ້ໂຄງການນີ້ເກີດ.


ຄຽງຄູ່ກັບການໃຫ້ນະໂຍບາຍຍົກເວັ້ນອາກອນກໍາໄລ 30 ປີ ແລະ ນະໂຍບາຍສົ່ງເສີມພິເສດອື່ນ ທີ່ໄດ້ ລັດຖະບານໄດ້ກໍານົດເງື່ອນໄຂສະເພາະສໍາລັບຜູ້ພັດທະນາ ແລະ ຜູ້ຈະມາລົງທຶນໃນນິຄົມອຸດສາຫະກໍາອໍາມະຕະ ທີ່ຈະໄດ້ຮັບນະໂຍບາຍພິເສດດັ່ງກ່າວຄື:
1)ລົງທຶນໃນເຂດທີ່ໄດ້ເຊັນສັນຍາກັບລັດຖະບານ ຄື: ລົງທຶນຢູ່ເມືອງນາຫມໍ້, ແຂວງອຸດົມໄຊ ແລະ ເຂດນາເຕີຍ, ເເຂວງຫຼວງນໍ້າທາ.
2)ລົງທຶນໃນ 04 ກິດຈະກໍາສົ່ງເສີມພິເສດ ທີ່ລັດຖະບານ ກໍານົດຄື:
– ອຸດສາຫະກໍາປຸງແຕ່ງກະສິກໍາ ທີ່ນໍາໃຊ້ວັດຖຸດິບຈາກພາຍໃນເປັນຫຼັກ ເພື່ອສົ່ງອອກ;
-ອຸດສາຫະກໍາຜະລິດແຜງພະລັງງານແສງຕາເວັນ ແລະ ພະລັງງານທົດແທນ;
-ອຸດສາຫະກໍາຜະລິດລົດຍົນ ແລະ ອາໄຫຼ່;
-ອຸດສາຫະກໍາຜະລິດອຸປະກອນໄຟຟ້າ ແລະ ເອເລັກໂຕຣນິກ.
3) ລົງທຶນພາຍໃນ 7 ປີ ນັບແຕ່ມື້ດໍາລັດ ວ່າດ້ວຍ ນິຄົມອຸດສາຫະກໍາອໍາມະຕະ ມີຜົນສັກສິດເປັນຕົ້ນໄປ.

4)ຜູ້ພັດທະນາ ຕ້ອງປະຕິບັດພັນທະ 14 ຂໍ້ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 18 ຂອງດໍາລັດສະບັບ ລວມແລ້ວ ແລະ ຍັງຕ້ອງປະຕິບັດ ພັນທະເພີ່ມເຕີມ ຈໍານວນ 10 ຂໍ້ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 14 ຂອງດໍາລັດນິຄົມອຸດສາຫະກໍາອໍາມະຕະ. ສໍາລັບ ຜູ້ລົງທຶນ, ນອກຈາກຕ້ອງປະຕິບັດພັນທະ 11 ຂໍ້ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 26 ຂອງດໍາລັດສະບັບລວມແລ້ວ ຍັງຕ້ອງປະຕິບັດ ພັນທະເພີ່ມ ເຕີມ ຈໍານວນ 7 ຂໍ້ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 18 ຂອງດໍາລັດນິຄົມອຸດສາຫະກໍາອໍາມະຕະ ຕື່ມອີກ.
5)ນະໂຍບາຍຍົກເວັ້ນອາກອນກໍາໄລ 30 ປີ ແມ່ນໃຫ້ສະເພາະຜູ້ລົງທຶນໃນນິຄົມ (ຜູ້ມາສ້າງຕັ້ງໂຮງ ຈັກ-ໂຮງງານ).ສ່ວນຜູ້ພັດທະນາແມ່ນໄດ້ຮັບນະໂຍບາຍສົ່ງເສີມ ຕາມກົດໝາຍວ່າດ້ວຍການ ສົ່ງເສີມການລົງທຶນກໍານົດ ແລະ ຕ້ອງດຶງດູດ ແລະ ລະດົມທຶນເຂົ້າມາເຂດນິຄົມອຸດສະຫະກໍາ 4,5 – 5 ຕື້ ໂດລາສະຫະລັດ ໃນໄລຍະ 5-7 ປີ ພາຍຫຼັງເລີ່ມຕົ້ນການພັດທະນາ.

LEAVE A REPLY

Please enter your comment!
Please enter your name here