ກາຍເປັນອີກໜຶ່ງດາວດວງໃໝ່ຂອງວົງການຂ່າວໃນປັດຈຸບັນສໍາລັບ ນາງ ຟ້າໃສ ຈິດປັນຍາ ທີ່ເລີ່ມຈາກການຫາຄວາມທ້າທາຍໃໝ່ດ້ວຍການການເຂົ້າປະກວດ ນາງສາວລາວ 2019 ສາມາດສ້າງຄວາມໝັ້ນໃຈໃຫ້ກັບຕົວເອງ ຈົນສາມາດຄົ້ນພົບໃນສິ່ງທີ່ຕົວເອງມັກ ກ່ອນຈະຫັນມາເປັນພິທິກອນ-ຜູ້ປະກາດຂ່າວ ປັດຈຸບັນຢູ່ກັບ ໂທລະພາບ ລາວສະຕາຣ໌.
ຫຼ້າສຸດສາວ ຟ້າໃສ ບໍ່ເຄີຍຢຸດນິ້ງຊອກຫາຄວາມທ້າທາຍໃໝ່ດ້ວຍການເຂົ້າຮ່ວມປະກວດ Miss EV Angel 2025 ທີ່ກຽມຈະຈັດຂຶ້ນໃນໄວໆນີ້ ໂດຍທາງຝ່າຍຈັດ Miss EV Angel 2025 ໄດ້ມີການປະກາດ 15 ນາງສາວເຂົ້າຮ່ວມປະກວດໃນເມື່ອວັນທີ 19 ມີນາ 2025 ທີ່ຜ່ານມາ ເອົາໃຈທຸກຄົນເດີ ໂດຍສະເພາະ ຟ້າໃສ ຈິດປັນຍາ ເວທີນີ້ຕ້ອງແມ່ນແລ້ວ.
ຟ້າໃສ ຈິດປັນຍາ ໃຫ້ສໍາພາດກັບທີມຂ່າວພວກເຮົາວ່າ: ປັດຈຸບັນນ້ອງມີອາຊີບເປັນ ພິທີກອນ ສັງກັດຢູ່ ໂທລະພາບລາວສະຕາຣ໌ ເຊິ່ງເປັນນ້ອງໃໝ່ ຫາກະເລີ່ມເຂົ້າວົງການຂ່າວ ໃນທ້າຍປີ 2023, ການທີ່ນ້ອງມາເປັນພິກອນ ກໍແມ່ນຍ້ອນມີຄວາມ ມັກຮັກເປັນສ່ວນຕົວ ເພາະການທີ່ເຮົາເຫັນຕົວເອງໄດ້ເວົ້າ ແລະ ນໍາໃຊ້ສຽງໃຫ້ເປັນປະໂຫຍດທີ່ສາມາດເປັນກະບອກສຽງໃຫ້ສັງຄົມແລະຄົນອື່ນໄດ້ ກໍເປັນຄວາມພາກພູມໃຈຢ່າງໜຶ່ງທີ່ສໍາຄັນ. ນອກຈາກນັ້ນ ການໄດ້ເປັນພິທີກອນໜ້າເວທີ ຫຼຶ ໜ້າໂທລະພາບເບິ່ງເເລ້ວມີສະເໜ່ ໜ້າເຄົາລົບ ເຊີ່ງນ້ອງກໍດີໃຈຫຼາຍໆ ທີ່ສາມາດເປັນກະບອກສຽງໜຶ່ງໄດ້ແລ້ວ.
“ ກ່ອນຈະມາເປັນນັກຂ່າວ ນ້ອງເຄີຍປະກວດ ນາງງາມ ມາຫຼາຍເວທີ ຕັ້ງແຕ່ເວທີນ້ອຍໆ ລະດັບເມືອງ ຈົນຮອດລະດັບປະເທດ ກະຄືການປະກວດ ນາງສາວລາວ 2019 ເປັນຕົວແທນໃຫ້ກັບ ແຂວງຄໍາມ່ວນ ສາມາດຕິດ Top 40 ຕອນທີ່ນ້ອງປະກວດນາງງາມນ້ອງເຄີຍບອກກັບທຸກຄົນວ່າ ນ້ອງຢາກມີວຽກເຮັດງານທໍາທີ່ດີ ສາມາດເບິ່ງແຍງຄອບຄົວໄດ້ ເຊີ່ງນ້ອງເປັນເສົາຫຼັກຄອບຄົວ ແລະ ອີກຢ່າງໜື່ງກະຄື ຢາກເປັນກະບອກສຽງ ໃຫ້ກັບສັງຄົມ ແລະ ຜູ້ດ້ອຍໂອກາດ ບໍ່ມີສຽງ ທີ່ຈະດັງພໍ. ດັ່ງນັ້ນ, ຈິ່ງເຮັດໃຫ້ນ້ອງພະຍາມຝຶກເວົ້າ, ຝຶກຂຽນ ແລະ ເບິ່ງແບບຢ່າງຫຼາຍໆຄົນມາຫຼາຍກວ່າ ຈົນໃນທີ່ສຸດນ້ອງໄດ້ກາຍມາເປັນ ພິທີກອນ ໃນມືນີ້ ສຸດທ້າຍນ້ອງກໍຝາກຕິດຕາມຜົນງານຂອງນ້ອງແດ່ ເພາະປັດຈຸບັນເລີ່ມມີງານພິທິກອນເຂົ້າມາເລື້ອຍໆ ” ຟ້າໃສ ກ່າວ.
ສໍາລັບ ຟ້າໃສ ຈິດປັນຍາ ຜູ້ປະກາດຂ່າວ ນັກຂ່າວ ພິທີກອນ ໂທລະພາບລາວສະຕາຣ໌ ໂດຍພື້ນຖານຟ້າໃສເປັນຄົນ ເເຂວງຄຳມວ່ນ ເເລະ ບໍລິຄຳໄຊ ຈົບມັດທະຍົມຕອນປາຍ ຢູ່ ມສ ໂພນມີໄຊ ແລະ ສຶກສາຢູ່ທີ່ ສະຖາບັນຣັຕນະ ບໍລີຫານ ທຸລະກິດ ສາຂາ ການຕະຫຼາດ ທີ່ຜ່ານມາເຄີຍປະກວດ ນາງສາວບັນດາເຜົ່າ top 3 ຂອງເມືອງ ຄຳເກີດ ເເລະ top 19 ຂອງແຂວງ ບໍລິຄຳໄຊ ປະກວດ ນາງສາວລາວ 2019 top40 ປະຈຸບັນແມ່ນເຮັດວຽກກ່ຽວກັບສື່ມວນຊົນນຳສະເໜີເຄື່ອນໄຫວວຽກງານໃນສັງຄົມ ດຳເນີນລາຍການ ໃນ ໂທລະພາບ 5 ລາຍການມີທັງ ບັນເທີງ ທາງການ ແລະ ທົ່ວໄປ .
ນອກຈາກນັ້ນ ກໍຍັງມີຜົນງານໃນແວດວົງການທັງໃນ ເເລະ ປະເທດເພື່ອນບ້ານຢ່າງຫຼວງຫຼາຍ ບໍ່ວ່າຈະເປັນ MC ພິທີກອນທາງການ ແລະ ບໍ່ເປັນທາງການ . ເເລະຜົນງານທີ່ເດັ່ນ ກໍຄື : ພິທີກອນງານກອງປະຊຸມຂອງຫຼາຍສຳນັກງານຂອງລັດ-ເອກະຊົນ, ພິທີກອນງານພົບປະຂອງກະຊວງເເຮງງານ ແລະ ສະຫວັດດີການສັງຄົມ, ເປັນ Manager – ຜູ້ຊ່ວຍຜູ້ກຳກັບການເຮັດວີດິໂອເຜີຍການຂ້າມທາງ, ການຕ້ານການໃຊ້ຄວາມຮຸ່ນເເຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ຂອງອົງການ unicef , ພິທີກອນງານຄອນເສີດລາວ-ໄທ ໃຫ້ກັບຊ່ອງ 8 ປະເທດໄທ , ງານຖ່າຍໂຄສະນາໃຫ້ບໍລິສັດຕ່າງໆ , ຖ່າຍງານໂຄສະນາ ໄລ້ຟ ກ່ຽວກັບລົດໄຟຟ້າ – ນໍ້າມັນ ຫຼາກຫຼາຍລຸ້ນ ແລະ ຍັງມີອີກຫຼາຍໆ ຜົນງານ .
ທັກສະພິເສດ : ມີການທັກສະໃນການສື່ສານ ເຮັດວຽກແບບມີເເບບແຜນ.
ໃນອານາຄົດຂ້າງໜ້າຢາກຈະປະສົບຜົນສຳເລັດໃນການປະກວດນາງງາມທີ່ໄດ້ຮັບຕຳເເໜ່ງ ແລະ ກໍຈະສືບຕໍ່ວຽກງານທາງດ້ານສື່ມວນຊົນເພື່ອເປັນກະບອກສຽງໃຫ້ກັບສັງຄົມ ຊ່ວຍເຫຼືອຜູ້ດອຍໂອກາດໃນສັງຄົມໃຫ້ເຂົາເຈົ້າໄດ້ມີໂອກາດໃນສີ່ງທີ່ຕົນເອງໄຝ່ຝັນເລີຍໆຕໍ່ໄປ.
ຂ່າວ: Larh Creators