ສູນຄົ້ນຄວ້າກະສິກຳແຂວງຫຼວງນໍ້າທາເປັນສະຖານທີ່ແຫ່ງທຳອິດຂອງ ສປປ ລາວ ໃນການຄົ້ນຄວ້າເຂົ້າບາເລ ແລະ ເຂົ້າຫວີດ, ທາງສູນໄດ້ທົດລອງປູກແນວພັນເຂົ້າບາເລ 8 ສາຍພັນ ແລະ ແນວພັນເຂົ້າຫວີດ 150 ສາຍພັນ ໃນເນື້ອທີ່ 5 ເຮັກຕາ, ໂດຍລະດູການນີ້ ກ້າວເຂົ້າສູ່ປີທີ 2 ເພື່ອເພາະພັນເປັນແນວພັນເຂົ້າປູກທີ່ເໝາະສົມເພື່ອນຳໄປປູກໃນລະດູຕໍ່ໄປ. ທາງສູນໄດ້ເລີ່ມລົງມືໃນການປູກເຂົ້າຊຸດທຳອິດຕັ້ງແຕ່ເດືອນທັນວາ 2024 ຫາ ເດືອນມີນາ 2025 ໂດຍອາຍຸຂອງການປູກເຂົ້າ 90 ວັນ, ປັດຈຸບັນກຽມພ້ອມເກັບກ່ຽວຜົນຜະລິດ.
ທ່ານ ປະດິດ ຈັນທະນຸວົງ, ຫົວໜ້າສູນຄົ້ນຄວ້າກະສິກຳ ແຂວງ ຫຼວງນໍ້າທາ ໄດ້ໃຫ້ສຳພາດວ່າ:ການທົດລອງປູກແນວພັນນີ້ເພື່ອຈະຄັດເລືອກໃຫ້ໄດ້ແນວພັນທີ່ດີເດັ່ນເໝາະສົມກັບສະພາບອາກາດໃນທ້ອງຖິ່ນນີ້, ກາຍເປັນແນວພັນສົ່ງເສີມ ແລະ ເອົາແນວພັນດັ່ງກ່າວນີ້ໄປຜະລິດ ແລະ ສົ່ງເສີມໃຫ້ຊາວກະສິກອນໄດ້ປູກເພື່ອສ້າງລາຍຮັບໃຫ້ເສດຖະກິດຄອບຄົວ ເພາະເຂົ້າຫວີດ ແລະ ເຂົ້າບາເລ ເປັນພືດເສດຖະກິດທີ່ຜະລິດ ແລະ ປ້ອນໂຮງງານ. ທາງດ້ານວິຊາການກໍ່ມີຄວາມພູມໃຈທີ່ໄດ້ເຫັນຜົນອອກມາເປັນໜ້າເພິ່ງພໍໃຈ.
ເມື່ອເຫັນໄດ້ເຖິງຄວາມຈຳເປັນໃນການສົ່ງເສີມການຄົ້ນຄວ້າຄືການພັດທະນາ, ບໍລິສັດ ເບຍລາວ ຈຳກັດ ໄດ້ໃຫ້ທຶນສະໜັບສະໜູນ ໃນໂຄງການການທົດລອງປູກແນວພັນເຂົ້າບາເລ ແລະ ເຂົ້າຫວີດ ພາຍໃຕ້ ‘ໂຄງການສົ່ງເສີມການປູກເຂົ້າແບບຍືນຍົງ ບໍລິສັດ ເບຍລາວ’ ຫຼາຍກວ່າ 200 ລ້ານກວ່າກີບ ເພື່ອພັດທະນາແນວພັນເຂົ້າບາເລ ແລະ ເຂົ້າຫວີດ.
ທ່ານ ສິດທິໄຊ ເກດຕະວົງ, ຄະນະອຳນວຍການ ບໍລິສັດ ເບຍລາວ ຈຳກັດ ໄດ້ໃຫ້ສຳພາດວ່າ:ຂ້າພະເຈົ້າເຊື່ອໝັ້ນວ່າ ໂຄງການທົດລອງປູກເຂົ້ານີ້ຈະຕ້ອງປະສົບຜົນສຳເລັດ ແລະ ພວກເຮົາຕັ້ງເປົ້າໝາຍໄວ້ສູງຫຼາຍ, ຈັດສັນແນວພັນທີ່ເໝາະສົມ ຈະຂະຫຍາຍພື້ນທີ່ປູກ ເພື່ອໃຫ້ປະຊາຊົນມີສ່ວນຮ່ວມ, ພາກລັດທີ່ເປັນແຫຼ່ງທີ່ມາຂອງວິຊາກອນທີ່ມີຄວາມຮູ້, ປະຊາຊົນສ້າງລາຍຮັບເພາະທາງໂຄງການຊື້ເຂົ້າບາເລ ຫຼື ເຂົ້າຫວີດເປັນລາຄາທີ່ດີຫຼາຍ, ຂ້າພະເຈົ້າສາມາດຕອບໄດ້ວ່າດີກວ່າການປູກເຂົ້າທົ່ວໄປ.
ໂຄງການການທົດລອງປູກແນວພັນເຂົ້າບາເລ ແລະ ເຂົ້າຫວີດ ພາຍໃຕ້ ‘ໂຄງການສົ່ງເສີມການປູກເຂົ້າແບບຍືນຍົງ ບໍລິສັດ ເບຍລາວ ຈຳກັດ’ ຕັ້ງຢູ່ບ້ານ ນໍ້າຈ້າງ, ເມືອງ ແລະ ແຂວງ ຫຼວງນໍ້າທາ, ເປັນອີກຄວາມຫວັງໜຶ່ງຂອງ ສູນຄົ້ນຄວ້າກະສິກຳແຂວງ ທີ່ມີຄວາມພະຍາຍາມຄົ້ນຄວ້າເພື່ອສ້າງແນວພັນເຂົ້າບາເລ ແລະ ເຂົ້າຫວີດ, ທີ່ຈະຕ້ອງໄດ້ທົດລອງປູກເຖິງ 3 ລະດູ ຖ້າໄດ້ສະມັດຕະພາບທີ່ດີ ແລະ ແທດເໝາະກັບຂົງເຂດແມ່ນສາມາດຂຶ້ນທະບຽນເປັນແນວພັນສົ່ງເສີມເພື່ອຂະຫຍາຍພື້ນທີ່ປູກໃຫ້ສາມາດຮອງຮັບຂະແໜງອຸດສາຫະກຳຂະໜາດໃຫຍ່ໄດ້.