ໃນວັນທີ 19 ມີນາ 2025 ທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ໄດ້ມີ ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນຄົບຮອບ 115ປີ ເຂົ້າຮ່ວມຂອງທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ແຫ່ງຊາດລາວ, ມີຮອງລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ, ຕ່າງໜ້າສູນກາງສະຫະພັນແມ່ຍີງລາວ, ມີອະທິການບໍດີມະຫາວິທະຍາໄລວິທະຍາສາດສຸຂະພາບ ກະຊວງສາທາລະນະສຸກ, ຜູ້ປະກອບການທຸລະກິດເຂົ້າຮ່ວມ.
ທ່ານ ນາງ ວາລີ ເວດຊະພົງ ຮອງປະທານ ສຄອຊ ກ່າວວ່າ: ຕ່າງໜ້າໃຫ້ແກ່ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ໃນນາມຜູ້ຊີ້ນໍາໜ່ວຍສະຫະພັນແມ່ຍິງ ສຄອຊ ຮູ້ສືກເປັນເປັນກຽດ ແລະ ພາກພູມໃຈເປັນຢ່າງຍີ່ງ ໃນການກ່າວຄໍາເຫັນ ແລະ ຮັບກຽດຕ້ອນຮັບບັນດາການນໍາຈາກພາກລັດ ກໍ່ຄືບັນດາຄະນະຮອງລັດຖະມົນຕີຈາກກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງແຜນການ ແລະ ການລົງທືນ,ອະທິການບໍດີມະຫາວິທະຍາໄລວິທະຍາສາດສຸຂະພາບ, ກະຊວງສາທາລະນະສຸກ ແລະ ສູນກາງສະຫະພັນແມ່ຍີງລາວ ທີ່ໃຫ້ກຽດເຂົ້າຮ່ວມພິທີເປີດງານ ແລະ ຮ່ວມເວທີເສວະນາໃນມື້ນີ້ ແລະ ຕ້ອນຮັບບັນດາແຂກຜູ້ມີກຽດຈາກອົງການຈັດຕັ້ງພາຍໃນ ແລະ ສາກົນຕ່າງໆ ເຂົ້າສູ່ “ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່” ເຊີ່ງໃນປີນີ້ ທາງ ສຄອຊ ເຮົາ ແມ່ນໄດ້ຈັດຂື້ນເປັນຄັ້ງທີ່ IV ໂດຍການສືບຕໍ່ຈັດຕັ້ງບັນດາກິດຈະກໍາ ເພື່ອໃຫ້ເປັນມູນເຊື່ຶອຂອງການຈັດງານໃນທຸກໆປີ ເພື່ອແນ່ໃສ່ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ເສີມສ້າງບົດບາດຍິງ-ຊາຍ ໃຫ້ແກ່ຫົວໜ່ວຍທຸລະກິດ, ບັນດາພະນັກງານ ສຄອຊ, ກຸ່ມ/ສະມາຄົມທຸລະກິດ ແລະ ສັງຄົມ ເຊີ່ງພາຍໃນງານ ຈະປະກອບມີການສ້າງກິດຈະກໍາທີສ້າງສັນ ແລະ ເຕັມໄປດ້ວຍບັນຍາກາດ ເພື່ອເປັນການແລກປ່ຽນຄວາມຮູ້, ວິໃສທັດ ຫລື ແນວທາງການບໍລິຫານຈັດການທີ່ເສີມສ້າງທັກສະ ແລະ ຄວາມສາມາດ ແລະ ຄ່ຽງຄູ່ກັນນັ້ນ ກໍຍັງຈະໄດ້ສ້າງຄວາມສາມະຄີ ແລະ ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນຄົບຮອບ 115 ປີ ແລະ ບັນຍາກາດການກະກຽມການສະເຫລີມສະຫລອງວັນສ້າງຕັ້ງພັກ ຄົບຮອບ 70 ປິ ຢ່າງສຸດໃຈ.
ການສ້າງຄວາມເຂັ້ມແຂງໃຫ້ແກ່ຫົວຫນ່ວຍທຸລະກິດ ແລະ ການສົ່ງເສີມການເຕີບໂຕຂອງພາກທຸລະກິດ ແມ່ນຖືວ່າມີຄວາມສຳຄັນທີ່ສຸດທີ່ທຸກພາກສ່ວນ ທີ່ຈະໃຫ້ຄວາມເອົາໃຈໃສ່ ແລະ ໃຫ້ການສະຫນັບສະຫນູນ ບໍ່ວ່າຈະເປັນສ້າງສີ່ງອໍານວຍຄວາມສະດວກໃນການດໍາເນີນທຸລະກິດ, ການສ້າງໂອກາດໃນການເຂົ້າເຖີງຕະຫລາດທັງພາຍໃຕ້ ແລະ ຕ່າງປະເທດ, ກາານສ້າງເຄື່ອຄ່າຍທຸລະກິດ ແລະ ເຂົ້າຫາແຫລ່ງທຶນ ເພື່ອໃຫ້ສາມາດຮັບມືກັບສີ່ງທ້າທ້າຍຂອງພາກທຸລະກິດ ຫລື ການປ່ຽນແປງທາງດ້ານເສດຖະກິດ ເພື່ອໃຫ້ສາມາດປະກອບສ່ວນພັດທະນາເສດຖະກິດໃນສັງຄົມ ແລະ ເຂົ້າໃນແຜນພັດທະນາ ຂອງລັດຖະບານລາວ ເພື່ອໃຫ້ບັນລຸເປົ້າໝາຍໃນການນຳພາປະເທດຊາດໃຫ້ລຸດພົ້ນຈາກການເປັນປະເທດດ້ອຍພັດທະນາ.
ການສົ່ງເສີມສົ່ງເສີມຜູ້ປະກອບການແມ່ຍິງ ກໍຖືເປັນຫນ້າວຽກອັນສໍາຄັນອັນຫນື່ງ ທີ່ຈະຕ້ອງໄດ້ປະກອບສ່ວນສ້າງຄວາມຮູ້, ຄວາມສາມາດ ແລະ ປົກປ້ອງແມ່ຍິງໃນທຸລະກິດ ເພື່ອໃຫ້ກາຍເປັນຜູ້ປະກອບການທີ່ເປັນມືອາຊີບ ແລະ ສາມາດສ້າງອາຊິບໃຫ້ແກ່ຜູ້ຄົນໃນສັງຄົມ ໂດຍສະເພາະແມ່ນວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ຖືເປັນຕົວກະຕຸ້ນຫຼັກໃນການເຮັດໃຫ້ເສດຖະກິດມີການຂະຫຍາຍຕົວ ແລະ ການເຕີບໂຕຂອງການຜະລິດພາຍໃນ ແລະ ສະໜອງການຈ້າງງານ, ສ້າງວຽກເຮັດງານທໍາທີມີຄຸນຄ່າໃນ ສປປ ລາວ. ສະນັ້ນ, ການພັດທະນາຄວາມຮູ້, ການເຂົ້າເຖິງຂໍ້ມູນຂ່າວສານທີ່ເປັນປະໂຫຍດ ແລະ ການຝຶກອົບຮົມ ໃນການເສີມສ້າງບົດບາດຍີງ-ຊາຍ ທີ່ຈະເປັນການສ້າງເງື່ອນໄຂໃຫ້ແກ່ແມ່ຍິງ ສາມາດນໍາພາວຽກງານ ຫລື ທຸລະກິດຂອງຕົນ ໄດ້ຢ່າງມີປະສີດທີຜົນ ແລະ ກ້າວເຂົ້າສູ່ຄວາມເປັນຜູ້ນໍາໃນອານາຄົດ.
ທ່ານກ່າວວ່າ: ສຄອຊ ເຫັນໄດ້ເຖີງຄວາມສຳຄັນຂອງວຽກງານການສົ່ງເສີມດັ່ງກ່າວ ແລະ ການພັດທະນາທຸລະກິດແບບຍືນຍົງ. ດັ່ງນັ້ນ, ສຄອຊ ຈີງໄດ້ມີການຮ່ວມມືນໍາທຸກພາກສ່ວນ ບໍ່ວ່າຈະເປັນພາກລັດແລະ ອົງການຈັດຕັ້ງທັງພາຍໃນ ແລະ ສາກົນ ເພື່ອຈັດຕັັ້ງບັນດາກິດຈະກໍາຕ່າງໆຕະຫລອດເວລາ ແລະ ການຈັດງານສົ່ງເສີມຜູ້ປະກອບການຍິງຍຸກໃຫມ່ນີ້ ເພື່ອຊ່ວຍໃຫ້ຜູ້ປະກອບການແມ່ຍີງໄດ້ມີການແລກປ່ຽນຂໍ້ມູນຂ່າວສານດ້ານທຸລະກິດ ແລະ ສ້າງຄວາມເຂົ້າໃຈໃນດ້ານຕ່າງໆໃຫ້ແກ່ຜູ້ປະກອບການຍີງ ພ້ອມທັງເສີມສ້າງບົດບາດຍີງ-ຊາຍໃຫ້ສູງຂື້ນ ເພື່ອໃຫ້ສາມາດຜັນຂະຫຍາຍໃນທຸກຂົງເຂດ ໃນ ສປປ ລາວ.
ໃນພິທີຍັງມີການເສວະນາ ຫົວຂໍ້ ການສົ່ງເສີມຄວາມເປັນຜູ້ນໍາໃຫ້ແກ່ແມ່ຍິງ ໃນຍຸກທີ່ມີການປ່ຽນແປງທາງດ້ານເທັກໂນໂລຊີ, ພ້ອມນັ້ນກໍ່ມີການວາງສະແດງສິນຄ້າ, ເຄື່ອງທີລະນືກ, ສິນຄ້າໂອດອບ, ສິນຄ້າທ່າແຮງ ແລະ ວາງສະແດງ ອາຫານ ແລະ ເຄື່ອງດື່ມ ຂໍເຊີນຂວນ ມວນຊົນ ເຂົ້າມາເລາະທ່ຽວ ແລະ ຈັບຈ່າຍຊື້ຂາຍໄດ້.