ໂຈນຍາມໃດກໍ່ຄືໂຈນ ໂຈນບໍ່ໄດ້ເລືອກສະຖານທີ່ສິ່ງຂອງຂໍພຽງມີໂອກາດກໍ່ພ້ອມລົງມື ໂຈນຜູ້ນີ້ບໍ່ໄດ້ຕັ້ງໃຈໄປລັກໃນເບື້ອງຕົ້ນແຕ່ເມື່ອພົບເຫຍື່ອກໍ່ລັກແລ້ວລັກອີກເລື້ອຍໆຈົນເຈົ້າໜ້າທີ່ຈັບໄດ້.
ໃນຄັ້ງວັນທີ 03 ກຸມພາ 2025 ເວລາ ປະມານ 09 ໂມງ 00 ນາທີ ທາງພະແນກຈະລາຈອນ ປກສ ແຂວງບໍ່ແກ້ວ ໄດ້ລົງຕັ້ງຈຸດກວດກາຢຸ່ປະຕູໂຂງບ້ານໄມ່ພູຄາ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ພົບເຫັນຜູ້ຕ້ອງສົງໄສລັກຊັບ ຈໍານວນ 01 ຄົນ ພ້ອມສາຍທອງແດງຈໍານວນໜຶ່ງ ຈຶ່ງໄດ້ປະສານຫາພະແນກສືບສວນ-ສອບ ປກສ ແຂວງ ມາກວດກາ ແລະ ເຫັນວ່າມີມູນຄວາມຈິງ. ດັ່ງນັ້ນ, ທາງເຈົ້າໜ້າທີ່ ພະແນກສືບສວນ-ສອບສວນ ຈຶ່ງໄດ້ນໍາຕົວຜູ້ກ່ຽວໄປທໍາການສືບສວນ-ສອບສວນ ໄດ້ຮູ້ວ່າ: ຜູ້ກ່ຽວ ຊື່ ທ້າວນຸ່ຍ ພັນທະລາ ອາຍຸ 22 ປີ, ອາຊີບຫວ່າງງານ ເຊື້ອຊາດລາວ, ສັນຊາດລາວ, ປັດຈຸບັນຢູ່ບ້ານດອນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.
ຜ່ານການສືບສວນ-ສອບສວນ ຜູ້ກ່ຽວໄດ້ໃຫ້ການວ່າ: ສາຍທອງແດງທີ່ປອກແລ້ວນັ້ນ ແມ່ນໄດ້ໄປລັກເອົາຢູ່ຕຶກແຝດທີ່ກຳລັງກໍ່ສ້າງໃໝ່ຢູ່ສົ້ນຂົວມິດຕະພາບສີ່, ໃນຊ່ວງເດືອນມັງກອນ 2025 ເວລາປະມານ 16-17 ໂມງ 00 ນາທີຜູ້ກ່ຽວໄດ້ໄປເລາະໃສ່ກັບແຖວບໍລິເວນຕຶກແຝດ ແລະ ເຫັນສາຍໄຟສີດຳ, ເຫຼັກ ປະໄວ້ຂອບເຂດກໍ່ສ້າງນັ້ນຈຶ່ງເກີດແນວຄິດຢາກໄດ້ ຜູ້ກ່ຽວກໍ່ຕັດສິນໃຈມາລັກເອົາສາຍໄຟ ດັ່ງກ່າວ, ວິທີການລັກແມ່ນອາໄສຕອນກາງຄືນຊ່ວງຂ້ອນແຈ້ງເວລ ປະມານ 00-01 ໂມງ 00 ນາທີຂຶ້ນໄປ ແລະບາງຊ່ວງກໍ່ໄປ ເວລາ 03-04 ໂມງເຊົ້າຜູ້ກ່ຽວໄປລັກຫຼາຍຄັ້ງປະມານ 15-20 ຄັ້ງທີ່ຜູ້ກ່ຽວໄປລັກຢູ່ຈຸດນັ້ນ, ໂດຍດຶງເອົາສາຍໄຟໄປເທື່ອລະ 03-04 ເສັ້ນຕໍ່ຄັ້ງ,ເສັ້ນໜຶ່ງຍາວປະມານ 50-100 ແມັດ,ຂະໜາດໃຫຍ່ປະມານ ໂປ້ມື,ໂປ້ຕີນປະປົນກັນໄປ, ແຕ່ລະຄັ້ງແມ່ນໄປຄົນດຽວ ຮູບການແລະວິທີການລັກແຕ່ລະຄັ້ງແມ່ນດຶງຈາກຈຸດທີ່ລັກລົງໄປແຄມນໍ້າຂອງແລ້ວເອົາສາຍໄຟມັດໃສ່ໄມ້ໄຜ່ 01 ລຳ ແລະ ໃຊ້ເຊືອກມັດດຶງປ່ອຍໃຫ້ໄຫຼໄປຕາມນໍ້າຂອງຜູ້ກ່ຽວກໍ່ຈັບສົ້ນເຊືອກເບື້ອງໜຶ່ງທີ່ມັດຕິດໄມ້ໄຜ່ນັ້ນແລ້ວຍ່າງລຽບຕາມແຄມນໍ້າຂອງໄປຮອດກ້ອງບ້ານ ດອນ ຂອບເຂດຈຸດທີ່ບໍ່ມີຄົນຈຶ່ງດຶງເອົາສາຍໄຟຂຶ້ນຝັ່ງ, ບາງຄັ້ງແມ່ນໄດ້ກໍ້ສາຍໄຟໃສ່ຖົງ ແລະ ເປ້ເອົາ, ສ່ວນວິທີການປອກສາຍໄຟແມ່ນໄດ້ດັງໄຟແລ້ວເອົາສາຍໄຟລົນເພື່ອໃຫ້ສາຍໄຟອ່ອນຈຶ່ງລອກເທື່ອລະນ້ອຍ ແລະ ມ້ວນເອົາສາຍທອງແດງເປັນມັດໆເພື່ອຈະນຳໄປຂາຍເຊິ່ງລວມທັງໝົດ 24 ມັດ, ນໍ້າໜັກ 55,5 ກິໂລກຼາມ, ສ່ວນເປືອກສາຍໄຟທີ່ປອກແລ້ວແມ່ນໄດ້ຈຸດຖີ້ມ.
ຕົກມາຮອດວັນທີ 03 ກຸມພາ 2025 ເວລາ 8 ໂມງ 00 ນາທີ ຜູ້ກ່ຽວໄດ້ຂັບຂີ່ລົດຈັກເວບ 110 ໄອ ສີ ຟ້າດໍາບໍ່ມີປ້າຍທະບຽນ ເອົາສາຍທອງແດງຢູ່ກ້ອງປ່າຊ້າບ້ານ ດອນ ເພື່ອຈະເອົາໄປຂາຍໃຫ້ຮ້ານເກັບຊື້ເຫຼັກເສດຢູ່ບ້ານ ໄຊຈະເລີນແຕ່ໄປບໍ່ທັນຮອດຈຶ່ງຖືກເຈົ້າໜ້າທີ່ກັກຕົວກ່ອນ. ຜູ້ກ່ຽວໄດ້ຮັບສາລະພາບວ່າ: ຜ່ານມາຜູ້ກ່ຽວແມ່ນໄດ້ເສບຢາເສບຕິດ(ປະເພດຍາບ້າ)ມາແຕ່ປີ 2022 ເສບມື້ລະ 03-04 ເມັດ ແລະ ໄດ້ລັກເອົາເຫຼັກຢູ່ຕຶກແຝດໄປຂາຍໃຫ້ພວກທີ່ຂີ່ລົດເລາະຮັບຊື້ເຫຼັກເສດຕາມບ້ານຫຼາຍຄັ້ງ ໄດ້ເງິນມາເທົ່າໃດແມ່ນບໍ່ຈື່, ສ່ວນເງິນທີ່ໄດ້ມາຈາກການຂາຍເຫຼັກຜູ້ກ່ຽວໃຊ້ຈ່າຍໝົດ.
ຜ່ານການສືບສວນ-ສອບສວນ ເກັບກຳຂໍ້ມູນຂອງເຈົ້າໜ້າທີ່ວິຊາສະເພາະແລ້ວເຫັນວ່າ: ເຫັນວ່າ: ທ້າວ ນຸ່ຍ ພັນທະລາ ແມ່ນເຈດຕະນາກະທຳຜິດໃນສະຖານການລັກຊັບ( ສາຍໄຟ )ເຊິ່ງຜິດຕໍ່ປະມວນກົດໝາຍອາຍາສະບັບປັບປຸງປີ 2017 ມາດຕາ 231 ແທ້. ດັ່ງນັ້ນ, ທາງເຈົ້າໜ້າທີ່ ຈຶ່ງໄດ້ກັກຕົວຜູ້ກ່ຽວ ພ້ອມທັງຍຶດຂອງກາງດັ່ງກ່າວໄວ້ ເພື່ອຂໍຄໍາສັ່ງກັກຂັງຕາມລະບຽບກົດໝາຍຕໍ່ໄປ.