ຖືວ່າພ້ອມທຸກດ້ານ ເຫຼືອພຽງການແຂ່ງຂັນສໍາລັບ ນັດລະຫວ່າງ ທີມຊາດລາວ ຊຸດໃຫຍ່ ຮັບການມາຢາມຂອງ ທີມຊາດສີລັງກາ ໃນການແຂ່ງຂັນບານເຕະນັດມິດຕະພາບ FIFA INTERNATIONAL FRIENDLY MATCH ໃນວັນພະຫັດ 20 ມີນາ 2025 ເວລາ 19:00 ໂມງ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16, ນະຄອນຫຼວງວຽງຈັນ ສປປ ລາວ.
ຫຼ້າສຸດມີການຖະແຫຼງຂ່າວຄວາມພ້ອມຢ່າງເປັນທາງການຈັດຂຶ້ນທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ສປປ ລາວ ໃນຕອນເຊົ້າວັນທີ 19 ມີນາ 2025 ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຮາ ຮອກ ຈູນ (HA HYEOKJUN) ຄູຝຶກທີມຊາດລາວ ສັນຊາດ ສ.ເກົາຫລີ ແລະ ບຸນພະຈັນ ບຸນກອງ ຫົວໜ້າທີມຊາດລາວ ຊຸດໃຫຍ່, ສ່ວນທີມຊາດສີລັງກາ ເຂົ້າຮ່ວມໂດຍທ່ານ Abdullah Al Mutairi ຫົວໜ້າຄູຝຶກ ທີມຊາດສີລັງກາ ແລະ Jason Thayaparan ນັກເຕະເຊື້ອສາຍສີລັງກາ-ເຢຍລະມັນ ພ້ອມດ້ວຍຄະນະຈັດການແຂ່ງຂັນ ແລະ ສື່ມວນຊົນເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ຮາ ຮອກ ຈູນ (HA HYEOKJUN) ຄູຝຶກທີມຊາດລາວ ສັນຊາດ ສ.ເກົາຫຼີ ກ່າວວ່າ: ສະຖິຕິໃນເມື່ອກ່ອນ ທີມຊາດລາວ ເໜືອກວ່າ, ແຕ່ປັດຈຸບັນ ທີມຊາດສີລັງກາ ບໍ່ຄືເກົ່າໄດ້ມີການເສີມນັກເຕະເຊື້ອສາຍຕ່າງປະເທດມາຮ່ວມທີມຫຼາຍ ເຮັດໃຫ້ພັດທະນາ ແລະ ແຂງແກ່ນຂຶ້ນຫຼາຍກວ່າເກົ່າຫຼາຍຊຸດທີ່ຜ່ານມາແນ່ນອນ ລວມເຖິງຄູ່ແຂ່ງທີ່ແຂງແກ່ນທີ່ສຸດຂອງທີມຊາດລາວ ທີ່ຂ້າພະເຈົ້າໄດ້ມາຮັບໜ້າທີ່ເປັນຫົວໜ້າຄູຝຶກທີມຊາດລາວ ນັບແຕ່ປີ 2024 ເປັນຕົ້ນມາ. ຢ່າງໃດກໍຕາມ ເປັນຈະບົດທົດສອບສໍາຄັນ ກ່ອນຈະລຸຍລາຍການໃຫຍ່ຄັດບານເຕະອາຊີ 2027 ຮອບຄັດເລືອກ ຮອບທີ 3 ທີ່ຈະພົບກັບຫວຽດນາມ ໃນວັນທີ 25 ມີນາ 2025 ທີ່ຫວຽດນາມ. (ເບິ່ງເພີ່ມຕື່ມທີ່ຄລິບ)
ສ່ວນ ບຸນພະຈັນ ບຸນກອງ ນັກເຕະທີມຊາດລາວ ກ່າວວ່າ: ທີມຊາດລາວ ພວກເຮົາມີເວລາຊ້ອມໜ້ອຍ. ແຕ່ພວກເຮົາຈະໃຊ້ເວລາທີ່ມີປັບຈູນກັນໃຫ້ເຂົ້າກັນໃຫ້ຫຼາຍທີ່ສຸດ ລວມທັງພວກເຮົາຍັງມີ 3 ນັກເຕະເຊື້ອສາຍລາວ-ຝຣັ່ງ ມາຊ່ວຍ ພວກເຂົາມີການຊ້ອມທີ່ລະດັບສູງຈະສາມາດຊ່ວຍທີມພວກເຮົາໄດ້ດີແນ່ນອນ…(ເບິ່ງເພີ່ມຕື່ມທີ່ຄລິບ)
ຂະນະທີ່ ທ່ານ Abdullah Al Mutairi ຫົວໜ້າຄູຝຶກທີມຊາດສີລັງກາ ກ່າວວ່າ: ນັດນີ້ພວກເຮົາຈະເຮັດເຕັມທີ່ ແລະ ນັກກີລາສ່ວນໃຫຍ່ໃຊ້ນັກເຕະຈາກຊຸດທີ່ເຄີຍພົບກັບ ທີມຊາດກໍາປູເຈຍ ໃນທ້າຍປີ 2024 ທີ່ຜ່ານ ແນ່ນອນວ່າທີມຊາດລາວ ກໍເປັນອີກໜຶ່ງທີມທີ່ດີ ແລະ ນັດນີ້ຈະເປັນການທົດສອບທີມ ກ່ອນທີ່ພວກເຮົາຈະພົບກັບ ໄທໃນລາຍການໃຫຍ່ຄັດບານເຕະຊີງແຊັມອາຊີ 2027 ຮອບຄັດເລືອກ ຮອບທີ 3. (ເບິ່ງເພີ່ມຕື່ມທີ່ຄລິບ)
ສ່ວນ Jason Thayaparan ນັກເຕະເຊື້ອສາຍສີລັງກາ-ເຢຍລະມັນ ກ່າວວ່າ: ພວກເຮົາພ້ອມແລ້ວທີ່ຈະລົງແຂ່ງຂັນກັບ ທີມຊາດລາວ ເພື່ອກະກຽມຄວາມພ້ອມເຂົ້າຮ່ວມ…. (ເບິ່ງເພີ່ມຕື່ມທີ່ຄລິບ)
ສໍາລັບ ສະຖິຕິ 4 ນັດຫຼັງສຸດຂອງ ທີມຊາດລາວ ຢູ ອັນດັບທີ 186 ຂອງໂລກ ພົບ ສີລັງກາ ຢູອັນດັບທີ 200 ຂອງໂລກປັດຈຸບັນ ເບິ່ງໃນຮູບລຸ່ມນີ້:
ຮູບ-ຂ່າວ: Larh Creators