ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ສົມທົບກັບ ນະຄອນຫຼວງວຽງຈັນ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ພ້ອມດ້ວຍຂະແໜງການກ່ຽວຂ້ອງໄດ້ລົງຕິດຕາມສະຖານີສູບນໍ້າຢູ່ຈຸດສໍາຄັນຕ່າງໆ ເພື່ອຕິດຕາມລະດັບນໍ້າແລະ ແກ້ໄຂບັນຫາການສະໜອງນໍ້າບໍ່ພຽງພໍຢູ່ໃນ ນວ.
ການລົງຕິດຕາມຄັ້ງນີ້ມີຂຶ້ນໃນວັນທີ 18 ມີນາ 2025 ເຊິ່ງຄະນະໄດ້ລົງຕິດຕາມຢູ່ສະຖານີສູບນໍ້າເຂດແຄມຂອງ ແລະ ຈຸດສະຖານທີ່ຫ້ອງການວິສະວະກຳ ແລະ ສິ່ງແວດລ້ອມ ລັດວິສາຫະກິດນໍ້າປະປານະຄອນຫຼວງວຽງຈັນ.

ການລົງຢ້ຽມຢາມຄັ້ງນີ້ໄດ້ຮັບຟັງການລາຍງານຂອງທ່ານ ໄຊຍາ ໄຊມຸງຄຸນ ຜູ້ອຳນວຍການລັດວິສາຫະກິດນໍ້າປະປາ ນະຄອນຫຼວງວຽງຈັນ ໂດຍໄດ້ຍົກໃຫ້ເຫັນສະພາບການຜະລິດ ແລະ ການສະໜອງນໍ້າໃຫ້ປະຊາຊົນວ່າ: ປັດຈຸບັນລັດວິສາຫະກິດນໍ້າປະປາ ນວ ສາມາດຜະລິດນໍ້າສູງສຸດໄດ້ 348.000 ແມັດກ້ອນຕໍ່ວັນ ເຊິ່ງມາຈາກ 6 ໂຮງງານຄື ໂຮງງານດົງໝາກຄາຍ ກໍາລັງການຜະລິດ 120.000 ແມັດກ້ອນຕໍ່ວັນ ໂຮງງານຈີ່ນາຍໂມ້ ກໍາລັງການຜະລິດ 80.000 ແມັດກ່ອນຕໍ່ວັນ ໂຮງງານເກົ້າລ້ຽວ ກໍາລັງການຜະລິດ 60.000 ແມັດກ້ອນຕໍ່ວັນ ໂຮງງານດົງບັງ ກຳລັງການຜະລິດ 44.000 ແມັດກ້ອນຕໍ່ວັນ ໂຮງງານແສນດິນ ກໍາລັງການຜະລິດ 24.000 ແມັດກ້ອນຕໍ່ວັນ ໂຮງງານທ່າເດື່ອ ກໍາລັງການຜະລິດ 20.000 ແມັດກ້ອນຕໍ່ວັນ ສໍາລັບໂຮງງານຢູ່ສາຂາເມືອງສັງທອງ ມີ 6 ໂຮງງານ ກໍາລັງການຜະລິດໄດ້ 2.110 ແມັດກ້ອນຕໍ່ວັນ ເມືອງປາກງື່ມມີ 4 ໂຮງງານ ກຳລັງການຜະລິດໄດ້ 2.600 ແມັດກ້ອນຕໍ່ວັນ ຈຳນວນປະຊາກອນທີ່ໄດ້ຮັບການບໍລິການນໍ້າປະປາມີ 819.863 ຄົນຢູ່ 7 ຕົວເມືອງໃນ ເຊິ່ງມີຈໍານວນໝໍ້ແທກນໍ້າທັງໝົດ 202.274 ໜ່ວຍ ບໍລິມາດນໍ້າຈໍາໜ່າຍປີທີ່ຜ່ານມາ 89.244.747 ແມັດກ້ອນຕໍ່ປີ ເທົ່າກັບ 244.506 ແມັດກ້ອນຕໍ່ວັນ.

ການນໍາໃຊ້ນໍ້າໃນປັດຈຸບັນໂດຍສະເພາະແມ່ນຊ່ວງລະດູແລ້ງແມ່ນສູງກວ່າລະດູຝົນ ໂດຍສະເພາະປະເພດເຂດບໍລິການເຊັ່ນ ບັນດາໂຮງແຮມ ເຂດສູນການຄ້າ Pakson ເຂດວຽງຈັນເຊັນເຕີ ເຂດດອນຈັນ ເຂດແຄມຂອງ ແລະ ບັນດາໂຮງແຮມພັດຕະຄານຕ່າງໆ ຕໍ່ກັບບັນຫາດັ່ງກ່າວ ລັດວິສາຫະກິດນໍ້າປະປາ ນວ ຈຶ່ງໄດ້ກຳນົດວຽກງານທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດໃນຊ່ວງລະດູແລ້ງປີນີ້ ແລະ ວຽກງານທີ່ຈະໄດ້ປະຕິບັດໃຫ້ສໍາເລັດໂດຍໄວເຊັ່ນ: ສູ້ຊົນຮັກສາກໍາລັງການຜະລິດ (ໃຫ້ຜະລິດສູງສຸດເຕັມອັດຕາ) ບໍ່ໃຫ້ຫຼຸດ 348.000 ແມັດກ້ອນຕໍ່ວັນ ໃນແຕ່ລະໂຮງງານຕ້ອງຜະລິດນໍ້າໃຫ້ໄດ້ຕາມກໍາລັງການຜະລິດຂອງແຕ່ລະໂຮງງານ ປັບແຮງດັນນໍ້າ ເພື່ອໃຫ້ນໍ້າໄຫຼເຂົ້າໃນຕົວເມືອງແຕ່ຕ້ອງຮັບປະກັນໃຫ້ເຂດທີ່ຫຼຸດແຮງດັນມີນໍ້າໃຊ້ພຽງພໍ ປັບແຮງດັນ ແລະ ບໍລິມາດນໍ້າໃຫ້ກະຈາຍໃຫ້ມີລັກສະນະນໍ້າໃຊ້ທົ່ວເຖິງ ແລະ ດຸ່ນດ່ຽງກັນໃນແຕ່ລະພື້ນທີ ຕິດຕາມກວດກາລະບົບສາຍທໍ່ນໍ້າປະປາແຕ່ໂຮງງານຜະລິດນໍ້າປະປາ ຫາຄົວເຮືອນປະຊາຊົນ ຍົກສູງຄວາມອາດສາມາດໜ່ວຍງານສ້ອມແປງເພື່ອສ້ອມແປງນໍ້າແຕກ-ນໍ້າຮົ່ວໃຫ້ສ້ອມແປງໄວໃຫ້ສໍາເລັດພາຍໃນ 24 ຊົ່ວໂມງຫຼັງຈາກໄດ້ຮັບແຈ້ງຂໍ້ມູນ ຄົ້ນຄວ້າ ແລະ ກຳນົດເຂດຈຸດສຸມ ເພື່ອຈະແກ້ໄຂນໍ້າອອກຄ່ອຍ ນໍ້າບໍ່ອອກ ຄົ້ນຄ້ວາ ແລະ ກຳນົດການບໍລິການນໍ້າປະປາທາງລົດຈາກພາກສ່ວນເອກະຊົນ ໃຫ້ລັດວິສາຫະກິດໄຟຟ້າ ນວ ຮັບປະກັນການສະໜອງກະແສໄຟຟ້າໃຫ້ມີແຮງດັນປົກກະຕິ ຖ້າກະແສໄຟຟ້າບໍ່ມາເປັນປົກກະຕິຈະບໍ່ສາມາດຜະລິດນໍ້າໄດ້.
ໂອກາດນີ້ທ່ານລັດຖະມົນຕີ ແລະ ທ່ານເຈົ້າຄອງກໍໄດ້ຊີ້ນຳໃຫ້ລັດວິສາຫະກິດນໍ້າປະປາ ນວ ຈົ່ງສືບຕໍ່ຊອກຫາວິທີແກ້ໄຂສະເພາະໜ້າ ແລະ ຍາວນານໃຫ້ມີປະສິດທິພາບເພື່ອເຮັດແນວໃດໃຫ້ປະຊາຊົນມີນໍ້າໃຊ້ຢ່າງພຽງພໍ ໂດຍສະເພາະໃນຊ່ວງລະດູຮ້ອນນີ້ ພ້ອມກັນນັ້ນກໍໄດ້ແນະນຳໃຫ້ທວງຄືນບັນດາສັນຍາ ກ່ຽວກັບການກໍ່ສ້າງ ແລະ ພັດທະນາລະບົບນໍ້າປະປາທີ່ເຊັນໄປແລ້ວນັ້ນໃຫ້ຮີບຮ້ອນຈັດຕັ້ງປະຕິບັດໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້.
ທີ່ມາ: ວຽງຈັນໃໝ່