ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 19 ມີນາ 2025 ທີ່ຫໍສະພາແຫ່ງຊາດ ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ກອງປະຊຸມໃນມື້ນີ້ ໄດ້ມີການສະເໜີປັບປຸງກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ ສະບັບປີ 2015 ເພື່ອໃຫ້ມີຄວາມຮັດກຸມ, ສອດຄ່ອງ ແນໃສ່ແກ້ໄຂບາງບັນຫາທີ່ຄົ້ງຄ້າງ ແລະ ບໍ່ສາມາດຈັດຕັ້ງປະຕິບັດໄດ້ດີ ເທົ່າທີ່ຄວນ.
ໃນກອງປະຊຸມ, ທ່ານ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນ ໄດ້ລາຍງານເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ ອີງໃສ່ແນວທາງນະໂຍບາຍປ່ຽນແປງໃໝ່ ທີ່ມີຫຼັກການ ແລະ ວຽກງານຈຸດສຸມຂອງພັກ ແລະ ລັດຖະບານ,ການຜັນຂະຫຍາຍມະຕິວ່າດ້ວຍສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ໃນການນຳພາຂອງພັກສະບັບເລກທີ 05/ຄບສພ, ມະຕິວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ຂອງຄະນະບໍລິຫານສູນກາງພັກ ເລກທີ03/ຄບສພ, ລົງວັນທີ 12 ມີນາ 2025, ຮ່າງລັດຖະທໍາມະນູນ (ສະບັບປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ແລະ ນິຕິກໍາອື່ນໆ, ແຜນພັດທະນາສະພາບເສດຖະກິດ-ສັງຄົມແຫ່ງຊາດ, ຍຸດທະສາດວຽກງານຄຸ້ມຄອງລັດຖະກອນ ຂອງ ສປປ ລາວ ຮອດປີ 2030 ສົມທົບກັບພຶດຕິກຳຕົວຈິງໃນການຈັດຕັ້ງປະຕິບັດບັນດານິຕິກຳ ກ່ຽວກັບວຽກງານຄຸ້ມຄອງພະນັກງານ-ລັດຖະກອນ ໃນໄລຍະ 10 ປີ ຜ່ານມາ (2015-2025) ແລະ ອີງໃສ່ຜົນການລົງປະເມີນ, ທາບທາມຄຳເຫັນຈາກບັນດາພາກສ່ວນຮັບຜິດຊອບວຽກງານຄຸ້ມຄອງລັດຖະກອນ ໃນຂອບເຂດທົ່ວປະເທດ ເຫັນວ່າ ມີຄວາມຈຳເປັນຕ້ອງໄດ້ປັບປຸງກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ເພື່ອໃຫ້ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງລັດຖະກອນ ໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງການ ໃນການພັດທະນາເສດຖະກິດ-ສັງຄົມໃນໄລຍະໃໝ່ ໂດຍສະເພາະແມ່ນຂອດການຈັດຕັ້ງປະຕິບັດວຽກງານຄຸ້ມຄອງພະນັກງານ-ລັດຖະກອນໃນປະຈຸບັນ ແລະ ຕໍ່ໜ້າ, ຄະນະຮັບຜິດຊອບ ໄດ້ຄົ້ນຄວ້າ ແລະ ສະເໜີປັບປຸງຂອບເຂດການນໍາໃຊ້ກົດໝາຍ, ອາຍຸເຂົ້າເປັນລັດຖະກອນ, ອາຍຸກະສຽນບຳນານ, ຊື່ເອີ້ນຕຳແໜ່ງບໍລິຫານ, ຂັ້ນຂອງຕຳແໜ່ງວິຊາການ, ສິດ ແລະ ໜ້າທີ ຂອງອົງການຄຸ້ມຄອງພະນັກງານ-ລັດຖະກອນ ຂັ້ນສູນກາງ ແລະ ຂັ້ນຕາແສງ ແລະ ອື່ນໆ.
ໂຄງປະກອບ ແລະ ບາງເນື້ອໃນສຳຄັນ ຂອງຮ່າງກົດໝາຍສະບັບປັບປຸງ ຄະນະຮັບຜິດຊອບ ໄດ້ຄົ້ນຄວ້າປັບປຸງເນື້ອໃນຮ່າງກົດໝາຍດັ່ງກ່າວ ຈາກ (9 ພາກ 18 ໝວດ 99 ມາດຕາ ມາເປັນ 19 ພາກ 19 ໝວດ 101 ມາດຕາ. ໃນນັ້ນ, ມີມາດຕາປັບປຸງໃໝ່ ຈຳນວນ 44 ມາດຕາ ແລະສ້າງໃໝ່ 05 ມາດຕາ ໂດຍໄດ້ຄົ້ນຄວ້າຮຽບຮຽງ, ປັບປຸງ ແລະ ເພີ່ມເນື້ອໃນມາດຕາໃໝ່ ອີງໃສ່ການຜັນຂະຫຍາຍມະຕິວ່າດ້ວຍສຶບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ໃນການນໍາພາ ຂອງພັກ ສະບັບເລກທີ 05/ຄບສພ, ຮ່າງລັດຖະທຳມະນູນ (ສະບັບປັບປຸງ) ແລະ ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ແລະ ຜົນການທາບທາມຄໍາເຫັນເປີດກວ້າງ ຜ່ານມາ.
ເມື່ອຮ່າງກົດໝາຍຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ ຈະເປັນເປັນນິຕິກຳທີ່ເປັນເຄື່ອງມືອັນສຳຄັນໃຫ້ແກ່ບັນດາກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ແຕ່ລະຂັ້ນໃນການຄຸ້ມຄອງພະນັກງານ-ລັດຖະກອນ ນຳໄປຈັດຕັ້ງປະຕິບັດ ແລະຜັນຂະຫຍາຍຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ; ເປັນບ່ອນອີງໃຫ້ແກ່ບັນດາຂະແໜງການທີ່ກ່ຽວຂ້ອງ ນຳໄປຜັນຂະຫຍາຍ ແລະ ຄົ້ນຄວ້າອອກນິຕິ ກາລຸ່ມກົດໝາຍ ເພື ່ອໃຫ້ຄຸ ້ມຄອງພະນັກງານ-ລັດຖະກອນ ສອດຄອງກັບສະພາບການ ຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ແລະ ຈຸດພິເສດແລະຂະແໜງການ; ອົງການຈັດຕັ້ງພັກ-ລັດແຕ່ລະຂັ້ນ ມີກົນໄກບໍລິຫານ ແລະ ຄຸ້ມຄອງພະນັກງານ-ລັດຖະກອນ ທີ່
ສອດຄ່ອງກັບແນວທາງປ່ຽນແປງໃໝ່ຢ່າງມີຫລັກການຂອງພັກ, ລະບຽບກົດໝາຍຂອງລັດ,ການພັດທະນາເສດຖະກິດ-ສັງຄົມ, ທ່າອ່ຽງຂອງຍຸກສະໄໝຂອງພາກພື້ນ ແລະ ສາກົນ; ວຽກງານຄຸ້ມຄອງພະນັກງານ-ລັດຖະກອນ ຈະໄດ້ຮັບການປັບປຸງເຂົ້າສູ່ລະບົບ, ມີຄວາມເປັນເອກະພາບ ຕາມທິດ ກະທັດຮັດ, ໂລ່ງລ່ຽນ, ມີປະສິດທິພາບ ແລະ ເຂັ້ມແຂງ ທີ່ກຳນົດໃນ ມະຕິວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ຂອງຄະນະບໍລິຫານສູນກາງພັກ ເລກທີ 03/ຄບສພ, ລົງວັນທີ 12 ມີນາ 2025.