ທາງລົດໄຟລາວ-ຈີນ ບັນລຸດຳເນີນງານດ້ວຍຄວາມປອດໄພເປັນເວລາ1200 ວັນ

0
54

ໃນວັນທີ 17 ມີນາ 2025 ທາງລົດໄຟລາວ-ຈີນ ໄດ້ປະສົບຜົນສໍາເລັດໃນການດໍາເນີນງານດ້ວຍຄວາມປອດໄພ ເປັນເວລາ 1200 ວັນ ເຊິ່ງຖືວ່າເປັນຄວາມສຳເລັດທີ່ຍາດມາໄດ້ດ້ວຍຄວາມລຳບາກ ແລະ ຈະບໍ່ປະສົບຜົນສຳເລັດໄດ້ຖ້າຂາດຄວາມມຸ່ງໝັ້ນຈາກທຸກພາກສ່ວນ ໂດຍສະເພາະແມ່ນພະນັກງານເຕັກນິກປະຈໍາພາກສະໜາມ ຂອງທາງລົດໄຟລາວ-ຈີນ ທີ່ໄດ້ເຮັດວຽກທັງກາງເວັນ ແລະ ກາງຄືນ ເພື່ອຮັບປະກັນໃຫ້ການແລ່ນລົດໄຟເປັນໄປຢ່າງປອດໄພທີ່ສຸດ.

May be an image of 2 people and text
ໃນໄລຍະຜ່ານມາ, ທາງລົດໄຟລາວ-ຈີນ ໄດ້ເອົາໃຈໃສ່ເພີ່ມທະວີການບໍາລຸງຮັກສາທາງລົດໄຟ, ລົງເລິກວຽກງານປ້ອງກັນໄພນໍ້າຖ້ວມ, ດິນເຈື່ອນ, ໄຟປ່າ ແລະ ອື່ນໆ. ກວດກາ, ບຳລຸງຮັກສາ ແລະ ຄຸ້ມຄອງພື້ນຖານໂຄງລ່າງ, ຮັບປະກັນຄຸນນະພາບຂອງອຸປະກອນໃຫ້ຢູ່ໃນສະພາບທີ່ດີຢູ່ສະເໝີ. ນອກນີ້, ຍັງສົມທົບກັບພາກສ່ວນກ່ຽວຂ້ອງ ລົງພື່ນທີ່ເຜີຍແຜ່ຄວາມຮູ້ ແລະ ຄວາມສໍາຄັນດ້ານຄວາມປອດໄພຂອງທາງລົດໄຟໃຫ້ແກ່ປະຊາຊົນລຽບຕາມແລວທາງລົດໄຟ.

May be an image of 2 people, train, railroad and text
ໃນວັນທີ 14 ມີນາ 2025 ທີ່ຜ່ານມາ ເພື່ອໃຫ້ການດໍາເນີນງານຂອງລົດໄຟລາວ-ຈີນເປັນໄປຢ່າງໝັ້ນຄົງ ແລະ ປອດໄພ, ທາງລົດໄຟລາວ-ຈີນໄດ້ມີການຈັດກອງປະຊຸມປຶກສາຫາລື ກ່ຽວກັບວຽກງານຄວາມປອດໄພໃນລະດູຝົນທີ່ໃກ້ຈະມາເຖິງນີ້ ທັງເປັນການຖອດຖອນບົດຮຽນຈາກປີຜ່ານມາ ແລະ ກະກຽມຄວາມພ້ອມກ່ຽວກັບວຽກງານຄວາມປອດໄພໃນປີນີ້ ໂດຍເນັ້ນໃສ່ວຽກງານປ້ອງກັນນ້ຳຖ້ວມ ແລະ ປ້ອງກັນການຈູດໄຟຕາມແລວທາງລົດໄຟ. ນອກຈາກນີ້ ຍັງໄດ້ເນັ້ນໜັກໃຫ້ທຸກຝ່າຍທີ່ກ່ຽວຂ້ອງ ຕ້ອງປະຕິບັດຕາມມາດຕະການດ້ານຄວາມປອດໄພຢ່າງເຄັ່ງຄັດ.

May be an image of 3 people
ຄວາມສໍາເລັດໃນການດໍາເນີນງານດ້ວຍຄວາມປອດໄຟເປັນເວລາ 1200 ວັນຂອງທາງລົດໄຟລາວ-ຈີນ ໃນຄັ້ງນີ້ ຖືເປັນບາດກ້າວທີ່ສຳຄັນ ທີ່ສະທ້ອນໃຫ້ເຫັນເຖິງມາດຕະຖານ ແລະ ປະສິດທິພາບຂອງທາງລົດໄຟລາວ-ຈີນ. ທາງລົດໄຟລາວ-ຈີນ ຈະສືບຕໍ່ພັດທະນາທາງລົດໄຟໃຫ້ມີຄວາມສະດວກສະບາຍ ແລະ ປອດໄພ ເພື່ອອຳນວຍຄວາມສະດວກໃຫ້ການເດີນທາງຂອງປະຊາຊົນ, ພ້ອມຊຸກຍູ້ການທ່ອງທ່ຽວ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວ.

LEAVE A REPLY

Please enter your comment!
Please enter your name here