ມັນແນ່ນອນຈັດໄປ 8 ຄູ່ມວຍມິດຕະພາບ ລາວ-ໄທ ແລະ ນາໆຊາດໃນງານ ສະຫວັນສຸກສັນຫັນສາ

19 Mar 2025

ຄລິກແຊຣ໌ 0 Facebook WhatsApp

ແຂວງສະຫວັນນະເຂດ ກຽມຈັດການແຂ່ງຂັນມວຍມິດຕະພາບ ລາວ-ໄທ ແລະ ນາໆຊາດ ຂຶ້ນໃນວັນທີ 21 ມີນາ 2025 ເລີ່ມແຕ່ເວລາ 19:30 ໂມງ ທີ່ງານ ສະຫວັນສຸກສັນຫັນສາ ( Savan Fun Fest ) ທີ່ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ສປປ ລາວ ລະຫວ່າງວັນທີ 19-23 ມີນາ 2025 ເຊິ່ງມີການປະກົບຄູ່ມວຍຫຼາຍຄູ່.

ທ່ານ ອາຈານ ອິນວອນຫາ ບາສິງຄໍາ ຜູ້ປະກົບຄູ່ມວຍການແຂ່ງຂັນເປີດເຜີຍກັບທີມງານພວກເຮົາວ່າ: ງານນີ້ຈັດຂຶ້ນເພື່ອເປັນການສະຫຼອງສະເຫຼີມວັນສໍາຄັນຕ່າງ ໂດຍສະເພາະແມ່ນເຊັນສັນຍາການທູດລາວ-ໄທ ຄົບຮອບ 75 ປີ ເປັນການຈັດການແຂ່ງຂັນມວຍມິດຕະພາບ ລາວ-ໄທ ແລະ ນາໆຊາດ ຂຶ້ນໃນວັນທີ 21 ມີນາ 2025 ທີ່ງານ ສະຫວັນສຸກສັນຫັນສາ ( Savan Fun Fest ) ທີ່ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ສປປ ລາວ ລະຫວ່າງວັນທີ 19-23 ມີນາ 2025 ເຊິ່ງມີການປະກົບຄູ່ມວຍຫຼາຍຄູ່ດັ່ງນີ້:

-ຄູ່ມວຍພິເສດ: 29 ກກ ສິງພະຍັກ ສິດພຣະອາຈານດາວ VS ແຝດໜຶ່ງ ປະກາຍທອງຢືມ
-ຄູ່ມວຍ:
1. 47 ກກ ເພັດຈິນດາ ຮັກທຸກຄົນຄາແຄ VS ນ້ອງກາລະເກດ ປະກາຍທອງຢືມ (ມວຍຍິງ)
2. 50 ກກ ຍອດສະຕາ ສໍສຸວັນ VS ອິນຊີເລັກ ສິດພຣະອາຈານດາວ
3. 50 ກກ ເພັດໃໝ່ ກຽດທົງຍົດ VS ດາບໜ້າ ປະກາຍທອງຢືມ

4. 62 ກກ ອາເຈີນ ວອສຄັບ ສໍຈະເລີນສິງ VS ແສງຕາວັນ ສິດຄູແຫຼ້
5. 53 ກກ ເພັດໂນນສັງ ກຽດທົງຍົດ (ໄທ) VS ໂມເດວ ເບີກເລີກຢືມ (ໄທ) ມວຍຄູ່ເອກ
6. 57 ກກ ເຂົ້າໜຽວ ສິດກຳນັ້ນນິລັນ(ໄທ) VS ເຈົ້າຂຸນໝື່ນ ປະກາຍທອງຢືມ ຄູເອກ II
7. 65 ກກ ເພັດສາລາວັນ ວອສຄັບ ສໍຈະເລີນສິງ VS ແຊມ ຟີເວີ້ມວຍໄທ (USA) ເອກ III

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ