ເປີດນໍາໃຊ້ແລ້ວ ເສັ້ນທາງ R11 ເຊື່ອມຕໍ່ ໄທ-ລາວຜ່ານເມືອງສັງທອງ

0
205

ວັນທີ 14 ມີນາ 2025 ຜ່ານມານີ້ ຢູ່ປະເທດໄທ ໄດ້ມີການເປີດເສັ້ນທາງສາຍໃໝ່ ໄທ-ລາວ ເຊິ່ງເປັນເສັ້ນທາງເສດຖະກິດ ມິດຕະພາບຈາກພາກເໜືອປະເທດໄທ ເຖິງນະຄອນຫຼວງວຽງຈັນ ໂດຍຜ່ານເມືອງປາກລາຍແຂວງໄຊຍະບູລີເຂົ້າສູ່ເມືອງສັງທອງ ນະຄອນຫຼວງວຽງຈັນ ທາງເສັ້ນນີ້ສາມາດຫຼຸດໄລຍະທາງ 200 ກິໂລແມັດ ແລະ ປະຢັດເວລາລົງໄດ້ 3 ຊົ່ວໂມງຖ້າທຽບໃສ່ເມື່ອກ່ອນ.

May be an image of outdoors and text
ທາງເສັ້ນນີ້ແມ່ນເສັ້ນ ເລກທີ 11 ຫຼື R11 ເປັນເສັ້ນທາງສໍາຄັນທີ່ເຊື່ອມຕໍ່ໄທ-ລາວ. ຖືກອອກແບບ ເປັນ 2 ຊ່ອງທາງຈະລາຈອນຕາມມາດຕະຖານທາງຫຼວງອາຊຽນ ເລີ່ມຈາກ ຈັງຫວັດຊຽງໃໝ່, ລໍາພູນ, ລໍາປາງ, ແພ່ຣ, ອຸຕະຣະດິດ ກ່ອນຈະຂ້າມດ່ານພູດູ່ (ຊາຍແດນອຸຕະຣະດິດ) ແລະ ຜ່ານເຂົ້າເສັ້ນທາງ ເມືອງປາກລາຍ ແຂວງໄຊຍະບູລີ, ເຂົ້າເມືອງສັງທອງ ແລະ ເຊື່ອມຈອດໃສ່ ນະຄອນຫຼວງວຽງຈັນ, ລວມໄລຍະທາງໃນປະເທດໄທ 391 ກິໂລແມັດ ແລະ ໄລຍະ 238 ກິໂລແມັດ ໃນປະເທດລາວ.

May be an image of 17 people and text that says 'TIIL Caravan PIEE ress 2025 2026 NERE ตาธาวาน ወግጨግ สือม สื่อมวสชนสัญอล ไทย-สาว ไทย សារិ b'
ແຕ່ກ່ອນການເດີນທາງຈາກຊຽງໃໝ່ ຫານະຄອນຫຼວງວຽງຈັນ ຕ້ອງໄດ້ອອກໄປທາງດ່ານໜອງຄາຍ ໄລຍະທາງ 863 ກິໂລແມັດ ໃຊ້ເວລາ 14 ຊົ່ວໂມງ. ປະຈຸບັນ ຈະໃຊ້ໄລຍະທາງ 629 ກິໂລແມັດ ແລະ ໃຊ້ເວລາພຽງ 10-11 ຊົ່ວໂມງ ເທົ່ານັ້ນ ແລະ ເປັນການແລ່ນໃນທາງພຽງທີ່ບໍ່ມີຂຶ້ນພູ ເຮັດໃຫ້ໄປມາໄດ້ຢ່າງສະດວກສະບາຍ.

May be an image of road
ເສັ້ນທາງນີ້ ນອກຈາກຈະປະຢັດເວລາແລ້ວ ຍັງມີບົດບາດສໍາຄັນຂັບເຄື່ອນເສດຖະກິດ ແລະ ການພັດທະນາຂອງສອງປະເທດອີກດ້ວຍ.

LEAVE A REPLY

Please enter your comment!
Please enter your name here