ກົມຊັບສິນທາງປັນຍາ. ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຈໍາປາສັກ, ຈັດການຝຶກອົບຮົມ ກ່ຽວກັບການສົ່ງເສີມຜູ້ຜະລິດ ແລະ ຜູ້ປະກອບການ SMEs ແລະ ສິນຄ້າ ODOP ໃນການສ້າງຍີ່ຫໍ້ ໃຫ້ແກ່ສິນຄ້າພາຍໃນ ທີ່ແຂວງຈໍາປາສັກ, ວັນທີ 11 ມີນາ 2025, ໃຫ້ກຽດເຂົ້າຮ່ວມເປັນປະທານກ່າວເປີດຝຶກອົບຮົມໂດຍ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າ ກົມຊັບສິນທາງປັນຍາ ແລະ ທ່ານ ອະພິວັດ ສົມບູນຂັນ, ຮອງຫົວໜ້າ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຈໍາປາສັກ, ເຂົ້າຮ່ວມມີ ທ່ານ ໄຊບັນດິດ ໄຊຍະວົງຄໍາດີ, ຮອງຫົວໜ້າກົມຊັບສິນທາງປັນຍາ, ບັນດາພະນັກງານຈາກພະແນກອຸດສາຫະກຳ ແລະ ການຄ້າແຂວງ, ຜູ້ຕາງໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ແລະ ບັນດາຜູ້ຜະລິດ ແລະ ຜູ້ປະກອບການ SMEs ແລະ ສິນຄ້າ ODOP.
ໃນພິທີເປີດ, ທ່ານ ໄຊສົມເພັດ ນໍລະສິງ ໄດ້ກ່າວວ່າ: “ການຝຶກອົບຮົມຄັ້ງນີ້ ຖືເປັນກິດຈະກຳໜຶ່ງທີ່ສຳຄັນ ພາຍໃຕ້ແຜນພັດທະນາຊັບສິນທາງປັນຍາ ຂອງກົມຊັບສິນທາງປັນຍາ ເພື່ອສ້າງຈິດສໍານຶກໃຫ້ແກ່ກຸ່ມຜູ້ຜະລິດ ແລະ ຜູ້ປະກອບການ ໃຫ້ເຂົ້າໃຈ ແລະ ເຫັນຄວາມສໍາຄັນຂອງວຽກງານຊັບສິນທາງປັນຍາ ໃນການສ້າງຍີ່ຫໍ້ຂອງຕົນເອງ ເພື່ອເພີ່ມມູນຄ່າຂອງສິນຄ້າ”. ທ່ານຍັງເນັ້ນວ່າ ການຝຶກອົບຮົມນີ້ ເປັນການຜັນຂະຫຍາຍນະໂຍບາຍຂອງລັດຖະບານ ກ່ຽວກັບວາລະແຫ່ງຊາດ ເພື່ອແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ ຂອງ ສປປ ລາວ ໂດຍສະເພາະມາດຕະການທີ 5 ຂອງກະຊວງອຸດສາຫະກຳ ແລະ ການຄ້າ.
ປັດຈຸບັນ, ການນຳໃຊ້ລະບົບຊັບສິນທາງປັນຍາ ໃນ ສປປ ລາວ ມີທ່າອ່ຽງຂະຫຍາຍຕົວຢ່າງຫຼວງຫຼາຍ ໂດຍມີການຍື່ນຄໍາຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າມາກກວ່າ 60,000 ເຄື່ອງໝາຍ. ສະເພາະຢູ່ແຂວງຈໍາປາສັກ ໄດ້ມີການຍື່ນຄໍາຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ ຈໍານວນ 138 ເຄື່ອງໝາຍ ໃນຊ່ວງປີ 2019-2025. ເຖິງຢ່າງໃດກໍ່ຕາມ, ແຂວງຈຳປາສັກ ເປັນແຂວງທີ່ມີສິນຄ້າທີ່ມີເອກະລັກສະເພາະຂອງທ້ອງຖິ່ນຫຼາຍຊະນິດ, ແຕ່ຜະລິດຕະພັນເຫຼົ່ານີ້ຍັງບໍ່ທັນໄດ້ຮັບການພັດທະນາຍີ່ຫໍ້ ແລະ ການອອກແບບສິ່ງຫຸ້ມຫໍ່ທີ່ເໝາະສົມ ຊຶ່ງເຮັດໃຫ້ຂາດຄວາມດຶງດູດ ແລະ ມູນຄ່າເພີ່ມ.
ການຝຶກອົບຮົມຄັ້ງນີ້ ໃຊ້ເວລາໜຶ່ງວັນເຕັມ ແບ່ງເປັນ 2 ພາກ: ພາກເຊົ້າ ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍຈາກຊ່ຽວຊານຂອງກົມຊັບສິນທາງປັນຍາ, ສ່ວນພາກບ່າຍໄດ້ຈັດໃຫ້ມີການໃຫ້ຄໍາປຶກສາແບບໂຕຕໍ່ໂຕ ສໍາລັບ 5 ບໍລິສັດທີ່ໄດ້ຄັດເລືອກ, ໂດຍຈະມີການຊ່ວຍພັດທະນາ ຈົນຮອດຂັ້ນຕອນການຈົດທະບຽນເຄື່ອງໝາຍການຄ້າ.
ຜ່ານການຝຶກອົບຮົມຄັ້ງນີ້ ຜູ້ປະກອບການ SMEs ແລະ ຜູ້ຜະລິດສິນຄ້າ ODOP ຂອງແຂວງຈຳປາສັກ ຈະໄດ້ຮັບຄວາມຮູ້ກ່ຽວກັບການສ້າງຍີ່ຫໍ້ ແລະ ການໃຊ້ປະໂຫຍດຈາກລະບົບຊັບສິນທາງປັນຍາ ເພື່ອຊ່ວຍເພີ່ມມູນຄ່າ ແລະ ຄວາມສາມາດໃນການແຂ່ງຂັນຂອງສິນຄ້າພາຍໃນ, ສົ່ງເສີມການສົ່ງອອກ ແລະ ຫຼຸດຜ່ອນການນຳເຂົ້າ ຕາມເປົ້າໝາຍການພັດທະນາເສດຖະກິດ-ສັງຄົມແບບຍືນຍົງ ແລະ ສີຂຽວ.