ສສຊ ສະເໜີ ແກ້ໄຂດອກເບ້ຍທະນາຄານ ທີ່ສູງໃຫ້ຫຼຸດລົງ                 

0
277

ທ່ານ ໄຊຍະເດດ ຜຸຍຍະວົງ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ໄດ້ມີຄຳເຫັນແລກປ່ຽນ ຕໍ່ກັບຮ່າງລັດຖະທຳມະນູນ ສະບັບປັງປຸງ ປີ 2025  ໃນວາລະກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 17 ມີນາ 2025 ວ່າ: ຜ່ານການຄົ້ນຄວ້າມາຫຼາຍຫຼົບຫຼາຍຕ່າວ ເຫັນວ່າໃນຈຳນວນ 122 ມາດຕາ ຂອງຮ່າງລັດຖະທຳມະນູນ ມີຄວາມຮັດກຸມຫຼາຍແລ້ວ, ມີແຕ່ຈຸດດຽວ ທີ່ຢາກຂໍແລກປ່ຽນນຳຄື “ ຂໍ້ 3 ມາດຕາ 54 ຊຶ່ງມັນຕັດສິນຊີ້ຂາດສະຕາກໍາຂອງລະບົບເສດຖະກິດ ຂອງ ສປປ ລາວ. ໃນຈຸດນີ້ ສະເໜີກຳນົດ ໃຫ້ມີຄວາມຮັດກຸມຂຶ້ນຕື່ມ ເພື່ອໃຫ້ສະພາແຫ່ງຊາດ ຊຶ່ງເປັນຕົວແທນແຫ່ງສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າເຂົ້າໄປມີສ່ວນຮ່ວມໃນການກຳນົດນະໂຍບາຍ ແລະ ຕິດຕາມກວດກາ ການຈັດຕັ້ງປະຕິບັດນະໂຍບາຍເງິນຕາ ໃຫ້ມີຄວາມແຂງແຮງຂຶ້ນຕື່ມ.

 

ຕາມການຄົ້ນຄວ້າຕິດຕາມ ຂອງຂ້າພະເຈົ້າໃນຫຼາຍສິບປີຜ່ານມາການຜະລິດເປັນສິນຄ້າຂອງພວກເຮົາມັນບໍ່ແຂງແຮງ ຍ້ອນດອກເບ້ຍທະນາຄານສູງເກີນໄປເມື່ອທຽບໃສ່ປະເທດເພື່ອນບ້ານ ເຮັດໃຫ້ຕົ້ນທຶນການຜະລິດສູງເກີນໄປ ແລະ ບໍ່ສາມາດແຂ່ງຂັນທາງດ້ານລາຄາ ກັບສິນຄ້າຂອງປະເທດເພື່ອນບ້ານ ສປ ຈີນ, ໄທ, ຫວຽດນາມ ທີ່ມີດອກເບ້ຍໂດຍສະເລ່ຍ 3%. ສ່ວນ ສປປ ລາວ 13% ບວກຄ່າສີ້ນເປືອງຕ່າງໆ 3%-5% ລວມເປັນ 16%-18% ເຮັດໃຫ້ການຜະລິດກະສິກໍາເປັນສິນຄ້າ ຂອງ ສປປ ລາວ ບໍ່ສາມາດແຂ່ງຂັນທາງດ້ານລາຄາ ກັບສິນຄ້າຂອງປະເທດເພື່ອນບ້ານ ເຮັດໃຫ້ການຜະລິດພາຍໃນບໍ່ມີການຂະຫຍາຍຕົວ ມີແຕ່ການຜະລິດແບບປະຖົມປະຖານຂອງປະ ຊາຊົນ ສາມາດຄົງຕົວໄດ້ ແຕ່ບໍ່ສາມາດແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ດັ່ງຄຳເວົ້າຂອງປະທານ ໄກສອນ ພົມວິຫານທີ່ວ່າ: “ກະສິກຳຂະໜາດນ້ອຍບໍ່ສາມາດແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ”. ສະນັ້ນ, ຈຶ່ງສະເໜີໃຫ້ກຳນົດໃນມາດຕາດັ່ງກ່າວ ໃຫ້ມີຄວາມຮັດກຸມ ແນໃສ່ເປີດໂອກາດໃຫ້ສະພາແຫ່ງຊາດ ເຂົ້າມາມີສ່ວນຮ່ວມແກ້ໄຂປັນຫາດອກເບ້ຍທະນາຄານ ທີ່ສູງຢ່າງຕໍ່ເນື່ອງມາຫຼາຍສິບປີໃຫ້ຫຼຸດລົງ ເພື່ອເອື້ອອຳນວຍແກ່ການດຳເນີນທຸລະກິດ ສ້າງວຽກເຮັດງານທຳແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ເທື່ອລະກ້າວ ແລະ ກາຍເປັນຖານລາຍຮັບງົບປະມານທີ່ຍືນຍົງ.

 

 

LEAVE A REPLY

Please enter your comment!
Please enter your name here