ທາງການແລ້ວ ກ້ອງໂພໄຊ ນັກມວຍດາວຮຸ່ງລາວ ກໍານົດຂຶ້ນຊົກກັບ ນັກມວຍບຣາຊິນ ວັນສຸກນີ້ຄູ່ທີ 4

0
98

ກ້ອງໂພໄຊ ລາວລ້ານຊ້າງ ໄດ້ຄິວຂຶ້ນຊົກຢ່າງເປັນທາງການພົບກັບນັກມວຍຊາວບຣາຊິນ ກໍຄື ດິໂອນາຕ້າ ສ.ເດຊະພັນ ຄ້າຍມວຍຈາກປະເທດໄທ ໃນວັນທີ 21 ມີນາ 2025 ໃນເວທີໃຫຍ່ One Lumpeeni ນະຄອນຫຼວງບາງກອກ ປະເທດໄທ ລາຍການນີ້ເລີິ່ມແຂ່ງຂັນຕັ້ງແຕ່ເວລາ 19:30 ໂມງເປັນຕົ້ນໄປ.

ສໍາລັບ ກ້ອງໂພໄຊ ລາວລ້ານຊ້າງ ນັກມວຍລາວແຊັມມວຍລາວໄຟທ໌ 2024 ຄົນທີ 3 ແຊັມຮຸ່ນນໍ້າໜັກ 57 ກິໂລກຣາມ ມີປະສົບການໃນວັນລຸມພີນີ 1 ໄຟທ໌ ດ້ວຍການເສຍຄະແນນໃຫ້ກັບ ຢາງດໍາ ຈິດເມືອງນົນ, ສ່ວນ ດິໂອນາຕ້າ ສ.ເດຊະພັນ ຄ້າຍມວຍຈາກປະເທດໄທ ເຄຍຊົນໃນໃນວັນລຸມພີນີ 2 ໄຟທ໌ ໄຟທ໌ທໍາອິດເສຍນ໊ອກ ກ່ອນທີ່ໄຟທ໌ທີ 2 ຈະສາມາດນ໊ອກຄູ່ແຂ່ງຢ່າງ ມະຫາຫີນ ນັກມວຍຈາກໄທ.

LEAVE A REPLY

Please enter your comment!
Please enter your name here