ກອງປະຊຸມ ສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ໄດ້ເປີດຂຶ້ນໃນວັນທີ 17 ມີນາ 2025 ທີ່ສະພາແຫ່ງຊາດ ເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ບັນດາທ່ານການນໍາຂັ້ນສູງ, ອະດິດການນໍາຂັ້ນສູງຂອງພັກ – ລັດ, ບັນດາທ່ານ ສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງ ເຂົ້າຮ່ວມ.
ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ກ່າວວ່າ: ປະຕິບັດຕາມກົດໝາຍວ່າດ້ວຍສະພາແຫ່ງຊາດ ມາດຕາ 61 ກ່ຽວກັບການດໍາເນີນກອງປະຊຸມສະໄໝວິສາມັນຂອງສະພາແຫ່ງຊາດ ແລະ ຕາມການຕົກລົງຂອງຄະນະປະຈຳສະພາແຫ່ງຊາດ, ພາຍຫຼັງກະກຽມຢ່າງຂຸ້ນຂ້ຽວມາໄລຍະໜຶ່ງ, ມື້ນີ້ ສະພາແຫ່ງຊາດ ຊຸດທີ IX ໄດ້ດຳເນີນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງຕົນ ຂຶ້ນຢ່າງເປັນທາງການ ໃນທ່າມກາງບັນຍາກາດທີ່ທົ່ວພັກ-ລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ພວມສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIຂອງພັກ, ມະຕິກອງປະຊຸມຄົບຄະນະສະໄໝວິສາມັນ ຂອງບໍລິຫານງານສູນກາງພັກ ສະໄໝທີ XI ເຂົ້າໃນທຸກຂົງເຂດວຽກງານດ້ວຍຄວາມຫ້າວຫັນ ແລະ ເປັນຂະບວນການ; ພ້ອມກັນກະກຽມໃຫ້ແກ່ການສະເຫຼີມ ສະຫຼອງ 3 ວັນປະຫວັດສາດຂອງພັກ ແລະ ຂອງຊາດ: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສ້າງຕັ້ງ ສປປ ລາວ ຄົບຮອບ 50 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105ປີ ຢ່າງເປັນຂະບວນຟົດຟື້ນທົ່ວປະເທດ.
ທ່ານກ່າວວ່າ: ປີ 2025, ເປັນປີມ້ວນທ້າຍຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງສະພາແຫ່ງຊາດ ຈະໄດ້ເອົາໃຈໃສ່ເພີ່ມທະວີ ການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ໄດ້ກຳນົດໄວ້ໃນລັດຖະທໍາມະນູນ,ກົດໝາຍ ດ້ວຍຄວາມຮັບຜິດຊອບສູງ ແລະ ໃຫ້ປະກົດຜົນສໍາເລັດຢ່າງຈົບງາມ.
ເຖິງວ່າໃນທ່າມກາງສະພາບແວດລ້ອມຂອງພາກພື້ນ ແລະ ສາກົນ ພວມມີການຜັນແປໄປຢ່າງສັບສົນ, ວ່ອງໄວ, ສະຫຼັບ ຊັບຊ້ອນ, ຄາດຄະເນໄດ້ຍາກ ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ ບັນດາປະເທດໃນໂລກ ລວມທັງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂອງພວກເຮົາ, ບວກກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ແກ່ຍາວມາຫຼາຍປີ, ຊຶ່ງສົ່ງຜົນກະທົບໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມ, ການດໍາລົງຊີວິດຂອງພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດ;
ໃນເງື່ອນໄຂດັ່ງກ່າວ, ດ້ວຍຄວາມພະຍາຍາມ, ເອົາໃຈໃສ່ນຳພາ-ຊີ້ນຳ ຂອງຄະນະບໍລິຫານງານສູນ
ກາງພັກ, ການເຮັດວຽກຮ່ວມກັນຢ່າງໃກ້ຊິດໃນການແກ້ໄຂບັນຫາທີ່ເຄັ່ງຮ້ອນຕ່າງໆ ລະຫວ່າງ ສະພາ
ແຫ່ງຊາດ, ລັດຖະບານ ແລະ ດ້ວຍຄວາມສູ້ຊົນບຸກບືນຂອງທົ່ວລະບົບການເມືອງ ໂດຍສະເພາະແມ່ນສະ
ພາປະຊາຊົນຂັ້ນແຂວງ ແລະ ອົງການປົກຄອງທຸກຂັ້ນ ບວກໃສ່ຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງ
ປະຊາຊົນບັນດາເຜົ່າ ແລະ ການສູ້ຊົນຂອງທຸກພາກທຸລະກິດ ໄດ້ເຮັດໃຫ້ບັນດາມາດຕະການແກ້ໄຂຄວາມ
ຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຈິງຈັງກວ່າເກົ່າ ເຊິ່ງໄດ້ຮັບຜົນສຳ
ເລັດຫຼາຍດ້ານ, ເຮັດໃຫ້ເສດຖະກິດຂອງປະເທດສືບຕໍ່ມີການຂະຫຍາຍຕົວໃນທາງບວກ, ບັນດາຄາດ
ໝາຍທາງດ້ານເສດຖະກິດ-ສັງຄົມ ສາມາດບັນລຸໄດ້ຕາມແຜນເປັນສ່ວນໃຫຍ່ ແລະ ຄາດໝາຍ ຈຳນວນ
ໜຶ່ງ ສາມາດປະຕິບັດໄດ້ລື່ນແຜນ ເຊິ່ງເປັນການປະກອບສ່ວນທີ່ສຳຄັນໃຫ້ປະເທດຊາດ ສືບຕໍ່ມີສະຖຽນ
ລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເປັນລະບຽບ ຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຍັງສືບຕໍ່ມີທ່າອ່ຽງຂະຫຍາຍຕົວຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການຍົກສູງດີຂຶ້ນເປັນກ້າວໆ, ບົດບາດຂອງປະເທດເຮົາໄດ້ຮັບການຍົກສູງພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.
ບັນດາທ່ານຜູ້ນຳພັກ-ລັດ, ສະມາຊິກສະພາແຫ່ງຊາດ ທີ່ນັບຖື ແລະ ຮັກແພງທັງຫຼາຍການດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນຄັ້ງນີ້ ດ້ານໜຶ່ງກໍເປັນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ຕາມທີ່ໄດ້ກຳນົດໄວ້ໃນ ລັດຖະທຳມະນູນ ແລະ ກົດໝາຍວ່າດ້ວຍສະພາແຫ່ງຊາດ, ອີກດ້ານໜຶ່ງ ກໍເປັນຄວາມພະຍາຍາມ ແລະ ຄວາມເອົາໃຈໃສ່ຂອງ ສະພາແຫ່ງຊາດ ໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍປ່ຽນແປງໃໝ່ ຂອງພັກໃຫ້ເປັນອັນລະອຽດເຂົ້າໃສ່ເນື້ອໃນຂອງ ລັດຖະທຳມະນູນ, ກົດໝາຍ ເພື່ອສືບຕໍ່ສ້າງລັດທີ່ປົກຄອງດ້ວຍກົດໝາຍສູ່ບາດກ້າວໃໝ່ ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ ມີປະສິດທິພາບ ປະສິທິຜົນສູງຂຶ້ນເລື້ອຍໆ.
ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ຈະໄດ້ພິຈາລະນາຮັບ
ຮອງບັນຫາສໍາຄັນພື້ນຖານຂອງປະເທດຊາດ ດັ່ງນີ້:
- ພິຈາລະນາ ແລະ ຮັບຮອງເອົາ ລັດຖະທໍາມະນູນ ສະບັບປັບປຸງ ປີ 2025;
- ພິຈາລະນາ ແລະ ຮັບຮອງເອົາການປັບປຸງກົດໝາຍ ຈໍານວນ 2 ສະບັບ ຄື:
(1) ກົດໝາຍວ່າດ້ວຍ ການປົກຄອງທ້ອງຖິ່ນ;
(2) ກົດໝາຍວ່າດ້ວຍ ພະນັກງານ-ລັດຖະກອນ.
- ຄົ້ນຄວ້ານະໂຍບາຍ ໃຫ້ແກ່ຜູ້ລົງທຶນ ໃນນິຄົມອຸດສາຫະກໍາຈໍານວນໜຶ່ງ
- ພິຈາລະນາຄໍາສະເໜີຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການປັບປຸງກົງຈັກຂອງລັດຖະບານ.
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍວາລະຂອງກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ຈະໄດ້ພິຈາລະນາຮັບຮອງຫຼາຍບັນຫາ ທີ່ສຳຄັນ, ຈຳເປັນ ແລະ ຮີບດ່ວນຂອງປະເທດຊາດ. ສະນັ້ນ, ເພື່ອເຮັດໃຫ້ການພິຈາລະນາຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ທີ່ມີຄວາມສຳຄັນຄືດັ່ງກ່າວ ໃຫ້ມີຄຸນນະພາບ, ມີປະສິດທິຜົນ ແລະ ບັນລຸຜົນຕາມແຜນການທີ່ວາງໄວ້, ໃນນາມປະທານກອງປະຊຸມ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງມີຄວາມສາມັກຄີເປັນປຶກແຜນ, ປະສານສົມທົບ, ໃຫ້ການຮ່ວມມື, ສະໜັບສະໜູນ ແລະ ສະໜອງຂໍ້ມູນຕໍ່ບັນດາເນື້ອໃນທີ່ຈະນໍາເຂົ້າພິຈາລະນາ ແລະຮັບຮອງໃນກອງປະຊຸມຄັ້ງນີ້ ແລະ ຂໍຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາແຫ່ງຊາດ ຈົ່ງໄດ້ນຳໃຊ້ສິດປະຊາທິປະໄຕ, ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ, ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າເນື້ອໃນຢ່າງເລິກເຊິ່ງ,ປະກອບຄຳເຫັນ ຕໍ່ທຸກບັນຫາຕ່າງໆຢ່າງຖີ່ຖ້ວນ, ສ້າງສັນ, ຮັດກຸມ, ພາວະວິໄສ, ມີເຫດມີຜົນ, ແທດຕົວຈິງ ບົນພື້ນຖານແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ, ຕາມລັດຖະທຳມະນູນ, ກົດໝາຍຂອງລັດ ແລະ ສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມ ຂອງປະເທດເຮົາໃນປັດຈຸບັນ ພ້ອມທັງຊອກຫາວິທີການ, ມາດຕະການທີ່ສອດຄ່ອງ ເພື່ອແກ້ໄຂບັນດາບັນຫາຮີບດ່ວນ ແລະ ເຄັ່ງຮ້ອນຂອງສັງຄົມພວກເຮົາໃນປັດຈຸບັນ. ພ້ອມກັນນັ້ນ, ກໍ່ສ້າງຄວາມເປັນເອກະພາບສູງຕໍ່ເນື້ອໃນທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້ ເພື່ອສາມາດຮັບຮອງ ແລະ ນຳໄປຈັດຕັ້ງປະຕິບັດຢ່າງມີຜົນສັກສິດ.
ກອງປະຊຸມ ຈະດໍາເນີນໄປຮອດວັນທີ 20 ມີນາ 2025 ຈະອັດລົງ.