ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງທຸລະຄົມ ໄດ້ຜ່ານບົດລາຍງານການເມືອງຂອງຄະນະບໍລິຫານງານພັກເມືອງທຸລະຄົມ ຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງທຸລະຄົມ ແຂວງວຽງຈັນ ຄັ້ງທີ VIII ທີ່ໄຂຂຶ້ນໃນວັນທີ 13-14 ມີນາ 2025 ທີ່ສະໂມສອນຂອງເມືອງດັ່ງກ່າວ, ໄດ້ລະບຸໃນບາງຕອນວ່າ: ຕະຫຼອດໄລຍະເວລາ 5 ປີຜ່ານມາ ພາຍໃຕ້ການນຳພາ-ຊີ້ນຳ ຂອງອົງຄະນະພັກເມືອງທຸລະຄົມ ໄດ້ມີຜົນສຳເລັດຫຼາຍດ້ານ ເປັນຕົ້ນແມ່ນທົ່ວເມືອງມີສະຖຽນລະພາບດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນ, ເສດຖະກິດຂອງເມືອງມີການຂະຫຍາຍຕົວຢູ່ໃນລະດັບດີ ໂຄງປະກອບເສດຖະກິດມີການຫັນປ່ຽນຢ່າງເປັນລະບົບ ແລະ ຂະຫຍາຍຕົວສະເລ່ຍ 5,85%, ຄິດເປັນມູນຄ່າໃນປີປັດຈຸບັນ 1.430,16 ຕື້ກີບ, ສະເລ່ຍລາຍຮັບຕໍ່ຫົວຄົນ 23,3 ລ້ານກີບຕໍ່ຄົນຕໍ່ປີ.
ພ້ອມນີ້ເມືອງໄດ້ກຳນົດເປັນ 3 ແລວເສດຖະກິດ ຄື: ເຂດລ້ອງງື່ມ ເປັນເຂດຜະລິດກະສິກໍາ ປູກຝັງ-ລ້ຽງສັດ, ເຂດລຽບຕາມທາງຫຼວງແຫ່ງຊາດເລກທີ 10 ເປັນເຂດພັດທະນາຊຸມຊົນທີ່ພັກອາໄສ, ປູກເຂົ້າເປັນສິນຄ້າ, ເຂດລຽບພູເຂົາຄວາຍ ເປັນເຂດພັດທະນາການທ່ອງທ່ຽວ, ລ້ຽງສັດນ້ອຍ-ສັດໃຫຍ່; ໄດ້ຊຸກຍູ້ສົ່ງເສີມຊາວກະສິກອນນຳໃຊ້ກົນຈັກທີ່ທັນສະໄໝ ພ້ອມປັບປຸງແນວພັນ ເພື່ອເປັນການຍົກລະດັບສະມັດຕະພາບຜົນຜະລິດກະສິກໍາ ເພື່ອຕອບສະໜອງຕະຫຼາດພາຍໃນ ແລະ ສົ່ງອອກ, ພົ້ນເດັ່ນ ໄດ້ມີຄອບຄົວຕົວແບບດ້ານການປູກຝັງ-ລ້ຽງສັດເກີດຂຶ້ນຫຼາຍກຸ່ມ; ຮັບປະກັນການຊົມໃຊ້ໄຟຟ້າ, ພ້ອມຕິດຕັ້ງໄຟຟ້າໃນຄົວເຮືອນ, ອາຄານຕ່າງໆ ໄດ້ 100%.
ຊຸກຍູ້ສົ່ງເສີມທຸລະກິດຂະໜາດນ້ອຍ, ຂະໜາດກາງ ຕິດພັນກັບການປູກ, ການລ້ຽງຂອງປະຊາຊົນ ເພື່ອສະໜອງວັດຖຸດີບປ້ອນໂຮງງານປຸງແຕ່ງຜະລິດຕະພັນກະສິກຳ, ສົ່ງເສີມຜະລິດຫັດຖະກຳຕາມເງື່ອນໄຂທ່າແຮງ. ປູກຈິດສໍານຶກໃຫ້ປະຊາຊົນໄດ້ມີສ່ວນຮ່ວມ ເຂົ້າໃນການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແບບຍືນຍົງ; ປັບປຸງຄຸນນະພາບການສຶກສາຮອບດ້ານ, ຕາມ 3 ຫຼັກການ 5 ຫຼັກມູນ ແລະ 15 ຕົວຊີ້ວັດຂອງສຶກສາທິການ ແລະ ກິລາ, ສາມາດປະກາດລົບລ້າງຈົບຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນບຳລຸງໃນທົ່ວເມືອງສຳເລັດ ເປັນເມືອງທີ 4 ຂອງແຂວງວຽງຈັນ, ອັດຕາຊົມໃຊ້ນໍ້າສະອາດ ກວມ 98%, ສ້າງບ້ານແບບຢ່າງສາທາລະນະສຸກ ກວມເອົາ 100%, ປຸກລະດົມທົ່ວສັງຄົມບໍລິຈາກເລືອດເພື່ອຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ, ຂະຫຍາຍໂທລະໂຄງລົງສູ່ກຸ່ມບ້ານໄດ້ 100%, ປະກາດບ້ານວັດທະນຳກວມ 100%, ຄອບຄົວວັດທະນະທໍາກວມ 95%, ປັບປຸງລະບົບການເມືອງຂັ້ນບ້ານສຳເລັດ ເພື່ອຊຸກຍູ້ການຜະລິດເປັນສິນຄ້າ ຕິດພັນກັບການຈັດສັນອາຊີບໃຫ້ແກ່ ພໍ່-ແມ່ປະຊາຊົນໃຫ້ຫຼາຍຂຶ້ນ, ຢັ້ງຢືນຄືນບ້ານແບບຢ່າງປະຕິບັດກົດໝາຍໄດ້ 32 ບ້ານ, ປະກາດຮັບຮອງຄອບຄົວ ແລະ ບ້ານສາມັກຄີປອງດອງໄດ້ 100% ແລະ ໄດ້ປະກາດຮັບຮອງເມືອງທຸລະຄົມເປັນເມືອງສາມັກຄີປອງດອງໄດ້ສໍາເລັດ. ປະກາດເປັນເມືອງຊາວໜຸ່ມ 4 ບຸກ ແລະ ປະກາດຮັບຮອງເປັນເມືອງສະຫະພັນແມ່ຍິງ 3 ດີໃຫ້ໄດ້ຕໍ່ເນື່ອງ.
ສະຫາຍ ນາງ ວົງເດືອນ ວັດຕະໂສ ກ່າວອີກວ່າ: ເພື່ອຮັບປະກັນໃຫ້ເມືອງທຸລະຄົມ ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ເສດຖະກິດ – ສັງຄົມ ມີການຂະຫຍາຍ ຕົວຕາມທິດກ້າວໄປສູ່ຄວາມເປັນເຈົ້າຕົນເອງ ແລະ ທັນສະໄໝ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງພໍ່-ແມ່ປະຊາຊົນໄດ້ຮັບການປັງປຸງຍົກລະດັບໃຫ້ດີຂຶ້ນກວ່າເກົ່າ ເມືອງໄດ້ຖືເອົາການຜະລິດກະສິກໍາຕິດພັນກັບການປຸງແຕ່ງ ແລະ ການບໍລິການທ່ອງທ່ຽວທາງທຳມະຊາດ – ວັດທະນະທຳ ເປັນຫົວຈັກແກ່ດຶງການພັດທະນາເສດຖະກິດ – ສັງຄົມຂອງເມືອງ, ສ້າງໃຫ້ເມືອງທຸລະຄົມກາຍເປັນບ່ອນພັກພາ-ອາໄສ ການດຳລົງຊີວິດ ຕ້ອງມີການພັດທະນາຕິດພັນກັບການຮັກສາສິ່ງແວດລ້ອມ ທຳມະຊາດຕາມທິດສີຂຽວ ແລະ ຍືນຍົງ.
(ແຫຼ່ງຂ່າວ: ເມືອງທຸລະຄົມ)