ນັກເຕະ ເອສະຣາ ເອັຟຊີ ຄອງທີ 1 ຕິດທີມຊາດລາວ ຫຼາຍທີ່ສຸດ ຈັດ 11 ຕົວຈິງໄດ້ເລີຍ

0
29

ເອສະຣາ ເອັຟຊີ ສະໂມສອນບານເຕະແຊັມ ເປບຊີລາວລີກ 1 ແລະ ບານເຕະຊີງຂັນພະນະທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ລະດູການ 2024/2025 ຍັງເປັນສະໂມສອນທີ່ຄອງອັນດັບ 1 ທີ່ສ້າງນັກກິລາຕິດທີມຊາດລາວ ຫຼາຍທີ່ສຸດ ໂດຍທີມຊາດລາວ ຊຸດປີ 2025 ນັກເຕະເອສະຣາ ຕິດໄປເກືອບເຄິ່ງທີມ 11 ຄົນຈາກທັງໝົດ 28 ຄົນໄດ້ແກ່:

+ ຜູ້ຮັກສາປະຕູ
1.ກົບ ໂລກພະທິບ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

+ ກອງຫຼັງ
2.ພຸດທະວົງ ສັງວິໄລ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
3.ອານັນຕະຊາ ສີພົງພັນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
4.ຊີດີ ພົມສະຫວັນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
5.ວົງສັກດາ ຈັນທະລືໄຊ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
6.ຄຳຫມັ້ນ ທາປະເສີດ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

+ ກອງກາງ
7.ພຸດທະລັກ ທອງສະນິດ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
8.ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
9.ດາໝົດ ທອງຄໍາສະຫວັດ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

+ ກອງຫນ້າ
10.ໂຈນີ້ ແຫວນປະເສີດ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
11.ປີເຕີ້ ພັນທະວົງ ຈາກ ສະໂມສອນກິລາບານເຕະ ເອສະຣາ

ສຳລັບຕາຕະລາງ ການແຂ່ງຂັນນັດອຸ່ນເຄຶ່ອງ ທີມຊາດລາວ ແມ່ນຈະມີຂຶ້ນວັນທີ 20 ມີນາ 2025 ເວລາ 19:00 ທີມຊາດລາວ ພົບ ທີມຊາດສີລັງກາ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 ປີ້ເຂົ້າຊົມການແຂ່ງຂັນ ລາຄາ 10.000 ກີບ ຂະນະທີ່ ການແຂ່ງຂັນບານເຕະ ຊີງແຊ້ມອາຊີ ຮອບຄັດເລືອກ 2027 ການແຂ່ງຂັນ AFC Asian Cup Saudi Arabia 2027 Qualifiers Final Round ທີມຊາດລາວ ຖືກຈັດຢູ່ຮ່ວມ ກຸ່ມ F ຮ່ວມກັບ ຫວຽດນາມ, ມາເລເຊຍ ແລະ ເນປານ, ໂດຍນັດທຳອິດ ທີມຊາດລາວ ຈະອອກໄປຢາມທີມຊາດຫວຽດນາມ ເຊິ່ງຈະແຂ່ງຂັນ ວັນທີ 25 ມີນາ 2025 ເວລາ 19:30 ແຂ່ງຂັນຢູ່ທີ່ສະຫນາມກິລາ Go Dau Stadium ແຂວງບິງເຢືອງ ປະເທດຫວຽດນາມ.
ຂ່າວ: Larh Creators ; ຮູບຈາກ: ສຕລ ແລະ ເອສະຣາ ເອັຟຊີ

LEAVE A REPLY

Please enter your comment!
Please enter your name here