ປູກຝັງ-ລ້ຽງສັດ ສ້າງລາຍຮັບ 300 ລ້ານກວ່າກີບຕໍ່ປີ

14 Mar 2025

ຄລິກແຊຣ໌ 0 Facebook WhatsApp

ຖ້າມີຄວາມດຸໝັ່ນຂະຫຍັນພຽນ ບວກກັບມີຄວາມມັກຮັກໃນອາຊີບປູກຝັງ-ລ້ຽງສັດ ກໍສາມາດສ້າງລາຍຮັບໃຫ້ຄອບຄົວ ໂດຍໃນແຕ່ລະຄັ້ງຂາຍອອກ ໄດ້ 300 ລ້ານກວ່າກີບຕໍ່ປີ; ໃນນີ້, ຂາຍເຂົ້ານາປີ-ນາແຊງສະເລ່ຍ 205 ລ້ານກີບ, ຂາຍງົວ ສະເລ່ຍ 60 ກີບ ແລະ ຂາຍໝູໄດ້ 35 ກີບ.

อาจเป็นรูปภาพของ ลูกวัว และ ข้อความ

ທ່ານ ໂພໄຊ ສີພອນແກ້ວປະເສີດ ຮອງເລຂາໜ່ວຍພັກ ບ້ານໂພນທັນ ເມືອງໂພນໂຮງ ແຂວງວຽງ ເຊິ່ງເປັນຄອບຄົວຕົວແບບໃນການປູກຝັງ-ລ້ຽງສັດ ທີ່ໄດ້ຂຶ້ນປະກອບຄຳເຫັນ ຕໍ່ກອງປະຊຸມໃຫຍ່ຜູ້ ແທນອົງຄະນະພັກເມືອງໂພນໂຮງ ຄັ້ງທີ VIII ໃນວັນທີ 10 ມີນາ 2025 ນີ້ວ່າ: ຄອບຄົວຂອງຕົນມີສະມາຊິກທັງໝົດ 7 ຄົນ, ມີແຮງງານຕົ້ນຕໍ 4 ຄົນ ແລະ ແຮງງານສໍາຮອງ 3 ຄົນ ໄດ້ຢຶດຖືອາຊີບເຮັດນາປູກເຂົ້າ, ປູກຫຍ້າ, ລ້ຽງງົວ ແລະ ລ້ຽງໝູ ເປັນຕົ້ນຕໍ, ປູກມັນຕົ້ນ ເປັນສໍາຮອງ.

ສຳລັບການປູກເຂົ້າມີເນື້ອທີ່ນາ 9 ເຮັກຕາ, ນາແຊງ 4 ເຮັກຕາ ໄດ້ນຳໃຊ້ແນວພັນເຂົ້າເຊ 4 ໃນການປູກ ໄດ້ຮັບຜົນຜະລິດ 5 ໂຕນຕໍ່ເຮັກຕາ, ສາມາດສ້າງລາຍຮັບຈາກການຂາຍເຂົ້ານາປີ ແລະ ນາແຊງສະເລ່ຍ 205 ລ້ານກີບຕໍ່ປີ.

ไม่มีคำอธิบายรูปภาพ

ນອກຈາກການປູກເຂົ້າແລ້ວຍັງໄດ້ລ້ຽງງົວ ໂດຍແມ່ນແນວພັນງົວປະສົມ (ລາດຢວກ), ປັດຈຸບັນມີງົວທັງໝົດ 39 ໂຕ, ງົວຂຸນ 9 ໂຕ. ສ່ວນອາຫານງົວແມ່ນໃຊ້ຫຍ້າເນເປຍ, ເຟືອງແຫ້ງ, ມັນຕົ້ນແຫ້ງ, ຫົວອາຫານ ແລະ ກາກນ້ຳຕານ, ເຊິ່ງລາຍຮັບຈາກການຂາຍງົວ ສະເລ່ຍ 60 ກີບຕໍ່ປີ.

ไม่มีคำอธิบายรูปภาพ

ການລ້ຽງໝູ ປະກອບມີ ໝູຂຸນ ແລະ ໝູແມ່ພັນ; ໃນນີ້ ໝູແມ່ພັນມີ 6 ໂຕ, ໝູຂຸນ 4 ຄອກ, ມີທັງໝົດ 44 ໂຕ. ອາຫານໝູແມ່ພັນນຳໃຊ້ຮຳ, ຫົວອາຫານ ແລະ ຂີ້ເບຍ, ສ່ວນໝູຂຸນແມ່ນນຳໃຊ້ຫົວອາຫານສົດ, ເຊິ່ງໃນແຕ່ລະຄັ້ງສາມາດຂາຍອອກ ແລະ ສ້າງລາຍຮັບໄດ້ປະມານ 35 ກີບຕໍ່ປີ.

ຈາກການປູກ-ການລ້ຽງ ແມ່ນສາມາດສ້າງລາຍຮັບໃຫ້ແກ່ຄອບຄົວຂອງຕົນ ປະມານ 300ລ້ານກີບຕໍ່ປີ  ເຊິ່ງໄດ້ມີທຶນໝູນວຽນ ໃນການປູກ-ການລ້ຽງເປັນສິນຄ້າ ແລະ ມີເງິນແຮ່ໄວ້ເປັນທຶນການສຶກສາໃຫ້ລູກໃນຕໍ່ໜ້າ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ